ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວເມືອງບໍ່ແຕນ ແຂວງໄຊຍະບູລີ ປະຈຳສົກຮຽນ 2022-2023 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງທ່ານ ບຸນປັນ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ສຸລິນ ທຳມະວົງ ຮອງເຈົ້າເມືອງບໍ່ແຕນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີຄະນະພັດທະນາການສຶກສາ, ຜູ້ບໍລິຫານການສຶກສາ ແລະ ກິລາ, ພະນັກງານຄູ-ອາຈານກ່ຽວຂ້ອງເຂົ້າຮ່ວມ.
    ກອງປະຊຸມໄດ້ຮັບຟັງການຜ່ານມະຕິ ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວປະເທດ ສົກຮຽນ 2022-2023, ຮັບຟັງການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດ ແຜນພັດທະນາການສຶກສາ ແລະ ກິລາໃນສົກ 2022-2023 ແລະ ແຜນພັດທະນາການສຶກສາໃນສົກປີ 2023-2024, ລາຍງານການຈັດຕັ້ງປະຕິບັດວຽກງານກວດກາຮອບດ້ານສົກຮຽນ 2022-2023 ຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດວຽກງານການສຶກສາໃນທົ່ວເມືອງ, ດ້ານດີ, ດ້ານຄົງຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າ. ພ້ອມທັງວາງທິດທາງວຽກງານຈຸດສຸມໃນຕໍ່ໜ້າເປັນຕົ້ນ ຜົນການຈັດຕັ້ງປະຕິບັດບັນດາ 15 ຄາດໝາຍ ແລະ 19 ໂຕຊີ້ວັດຂອງຂະແໜງການສຶກສາໄດ້ກຳນົດໄວ້. ເພື່ອແກ້ໄຂບັນຫາທ້າທາຍໃນການພັດທະນາການສຶກສາ ແລະ ກິລາ, ການຈັດຕັ້ງຜັນຂະ ຫຍາຍແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ IX 2020-2024 ຕິດພັນກັບແຜນພັດທະນາເສດ ຖະກິດ-ສັງຄົມຂອງເມືອງ ເພື່ອຮັບປະກັນໃຫ້ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ທຸກຄົນໄດ້ຮັບໂອກາດເທົ່າທຽມ, ຄຸນນະພາບການສຶກສາໄດ້ຮັບການປັບປຸງ, ການສຶກສາ ແລະ ກິລາມີຄຸນນະພາບ ແລະ ວຽກງານກິລາ-ກາຍະກຳໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ເປັນຂະບວນຟົດຟື້ນ. 
    ໃນກອງປະຊຸມຄະນະປະທານ ແລະ ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ ຕໍ່ບັນດາຜົນງານດ້ານຕ່າງໆ ໂດຍສະເພາະເນັ້ນໃຫ້ອົງການປົກຄອງທຸກຂັ້ນ ສືບຕໍ່ນໍາພາຊີ້ນໍາຢ່າງໃກ້ຊິດ ແລະ ປຸກລະດົມທຸກພາກສ່ວນສັງຄົມ, ອົງການຈັດຕັ້ງສາກົນປະກອບສ່ວນເຂົ້າໃນການພັດທະນາວຽກງານການສຶກສາ ແລະ ກິລາ ສ້າງການຫັນປ່ຽນວຽກງານການສຶກສາໃຫ້ໄປສູ່ຄຸນນະພາບໃໝ່, ກໍາແໜ້ນມາດຕະການປະຕິບັດ 15 ຄາດ   ໝາຍ, 19 ຕົວຊີ້ບອກທີ່ສະພາປະຊາຊົນແຂວງຮັບຮອງໃຫ້ບັນລຸເທື່ອລະກ້າວ, ປັບປຸງພື້ນຖານໂຄງລ່າງການສຶກສາ ແລະ ກິລາ, ສະໜອງອຸປະກອນການຮຽນ-ການສອນໃຫ້ພຽງພໍ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງພາຍໃນໂຮງຮຽນໃຫ້ຫຼຸດລົງເທື່ອລະກ້າວ. ພ້ອມກັນນໍາເອົາເນື້ອໃນຄາດໝາຍກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະ ຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ໄດ້ຮັບຜົນດີ.  
ຂ່າວ-ພາບ: ສາຍຄຳ ບຸນຍາວົງ