ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບຊຸດຮຽນຮຸ່ນທີ 23 (2022-2023) ແລະ ເປີດສົກຮຽນ 2023-2024 ຂຶ້ນໃນວັນທີ 19 ຕຸລາ ນີ້ ທີ່ ມຊ ໂດຍການເປັນປະທານຂອງ ທ່ານ ອຸດົມ ພອນຄຳເພັງ ອະທິ ການບໍດີ ມຊ, ເຂົ້າຮ່ວມເປັນກຽດ ແລະ ມອບໃບຍ້ອງຍໍຂອງທ່ານນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີຮອງອະທິການບໍດີ, ຄະນະບໍດີ, ຜູ້ອຳນວຍການສະຖາບັນ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
    ທ່ານ ອຸດົມ ພອນຄຳເພັງ ກ່າວວ່າ: ມຊ ເປັນສະຖາບັັນການສຶກສາຊັ້ນສູງລະດັບຊາດ ເປັນບ່ອນກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້-ຄວາມສາມາດ ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມສີວິໄລທາງດ້ານຈິດໃຈ ຕອບສະ  ໜອງນັກວິຊາການທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເຊື່ອມໂຍງກັບພາກພື້ນ ແລະສາກົນ. ມີໜ້າທີ່ພັດທະນາຄຸນນະພາບການສຶກສາຊັ້ນສູງ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດໃຫ້ມີມາດຕະຖານສູງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນສົກຮຽນ 2020-2023 ມີພະນັກງານຄູ-ອາຈານທັງໝົດ 1.704 ຄົນ ຍິງ 821 ຄົນ, ອາຈານສອນ 1.393 ຄົນ ຍິງ 625 ຄົນ, ດ້ານວິທະຍານາມມະຍົດມີ: ສາດສະດາຈານ 6 ຄົນ ຍິງ 1 ຄົນ, ຮອງສາດສະດາຈານ  86 ຄົນ ຍິງ 10 ຄົນ, ອາຈານ 307 ຄົນ ຍິງ 119 ຄົນ, ຜູ້ຊ່ວຍອາຈານ 283 ຄົນ ຍິງ 220 ຄົນ, ເປັນຄູວິຊາການບໍ່ທັນໄດ້ວຸດທິ 349 ຄົນ ຍິງ 179 ຄົນ, ເວົ້າສະເພາະສົກຮຽນ 2020-2023 ມຊ ໄດ້ດໍາເນີນການຮຽນ-ການສອນໃນຫຼາຍລະດັບ ຊຶ່ງມີທັງໝົດ 166 ຫຼັກສູດ ໃນນັ້ນມີ: ປະລິນຍາເອກ 8 ຫຼັກສູດ, ປະລິນຍາໂທ 67 ຫຼັກສູດ (ຫຼັກສູດນາໆຊາດປະລິນຍາໂທ 1 ຫຼັກສູດ), ປະລິນຍາຕີ 118 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 44 ຫຼັກສູດ, ອະນຸປະລິນຍາ 4 ຫຼັກສູດ, ມີຈໍານວນນັກສຶກສາທັງໝົດ 19.773 ຄົນ ຍິງ 9.638 ຄົນ, ນັກສຶກສາທີ່ໄດ້ຮັບທຶນລັດຖະບານຈໍານວນ 768 ຄົນ ຍິງ 347 ຄົນ, ນັກສຶກສາຕ່າງປະເທດທີ່ໄດ້ຮັບທຶນລັດຖະບານຈໍານວນ 45 ຄົນ ຍິງ 10 ຄົນ, ນັກສຶກສາໃຊ້ທຶນຕົວເອງຈໍານວນ 4.149 ຄົນ ຍິງ 1.808 ຄົນ, ນັກສຶກສາຕ່າງປະເທດໃຊ້ທຶນຕົວເອງຈໍານວນ 41 ຄົນ ຍິງ 17 ຄົນ, ພະ ສົງ 67 ອົງ, ນັກສຶກສາລະດັບປະລິນຍາເອກຈໍານວນ 44 ຄົນ ຍິງ 17 ຄົນ, ນັກສຶກສາລະດັບປະລິນຍາໂທຈໍານວນ 651 ຄົນ ຍິງ 266 ຄົນ, ໃນຈໍານວນນີ້ມີນັກສຶກສາປີສຸດທ້າຍ 5.007 ຄົນ ຍິງ 2.372 ຄົນ. ໃນນີ້ມີນັກສຶກສາທີ່ໄດ້ຮັບກຽດນິຍົມ (ໃບປະກາດແດງ) ຈຳນວນ 73 ຄົນ ຍິງ 41 ຄົນ. ນອກຈາກນີ້ຍັງມີນັກສຶກສາທີ່ມີຜົນງານດີເດັ່ນຮອບດ້ານຕື່ມອີກ.
     ໃນພິທີໄດ້ມີການມອບໃບຍ້ອງຍໍຂັ້ນກະຊວງ ສສກ ໃຫ້ບຸກຄົນດີເດັ່ນ 1.185 ຄົນ ຍິງ 509 ຄົນ, ໃບຍ້ອງຍໍຂັ້ນ ມຊ ຈໍານວນ 327 ຄົນ ຍິງ 150 ຄົນ ພ້ອມນັ້ນໄດ້ຜ່ານແຜນການແຂ່ງຂັນຮັກຊາດ ແລະ ພັດທະນາໄລຍະ 5 ປີ      (2021-2025) ໂອກາດນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຂອງທ່ານນາງ ຂັນທະລີ ສີຣິພົງພັນ. 
ຂ່າວ-ພາບ: ພູວັນ+ວັນເພັງ