ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄຳມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນຈິດໃຈກອງປະຊຸມວຽກງານກວດກາປະຈຳປີ 2022, ສະຫຼຸບວຽກງານກວດກາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງແຂວງຂຶ້ນໃນວັນທີ 19 ຕຸລາ ຜ່ານມາ ທີ່ສູນ ICT ມ.ປາຍທ່າແຂກ ໂດຍການເປັນປະທານຂອງ ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກ ສກຂ ແຂວງ, ມີຄະນະນໍາພະແນກ ສກຂ ແຂວງ ພ້ອມດ້ວຍແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ. 
    ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສະຫຼຸບການເຄື່ອນໄຫວວຽກງານກວດປະຈຳປີ 2022, ສະຫຼຸບວຽກງານກວດກາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງແຂວງ, ບົດໂອ້ລົມຂອງທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ພ້ອມທັງຮັບຟັງບົດສະຫຼຸບການເຄື່ອນໄຫວວຽກງານກວດກາພັກ ຄະນະພັກຮາກຖານພະແນກ ສກຂ ແຂວງປະຈຳປີ 2022 ແລະ ບົດສະຫຼຸບການເຄື່ອນໄຫວວຽກງານກວດກາພັກ 9 ເດືອນ ແລະ ແຜນຈຸດສຸມ 3 ເດືອນທ້າຍປີ 2023, ສະຫຼຸບການເຄື່ອນໄຫວວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຂະແໜງການສຶກສາທິການ ແລະ ກິລາປະຈຳປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ແລະ ນິຕິກຳຂອງຂະແໜງການສຶກສາຈໍານວນໜຶ່ງປະກອບມີ: ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ສະບັບເລກທີ 795/ສສກ, ລົງວັນທີ 28 ກຸມພາ 2023 ຂອງກະຊວງສຶກສາທິການ ແລະ ກິລາ (ສສກ), ຄຳສັ່ງ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຂະແໜງການສຶກສາທິການ ແລະ ກິລາ ສະບັບເລກທີ 1073/ສສກ, ລົງວັນທີ 3 ຕຸລາ 2022 ເພື່ອເປັນການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຂອງຂະແໜງການສຶກສາທິການ ແລະ ກິລາໃຫ້ຫຼຸດໜ້ອຍຖອຍລົງ ແລະ ໄດ້ຮັບການແກ້ໄຂໃຫ້ທັນກັບສະພາບການຢ່າງມີປະສິດທິພາບ ແລະ ປະສິດຕິຜົນສູງ.   
ຂ່າວ-ພາບ: ມະນີວັນ