ໂດຍ: ວັນເພັງ
ເພື່ອຮັບປະກັນຄຸນນະພາບການສຶກສາໃນຕໍ່ໜ້າ ຍັງມີຫຼາຍວຽກງານຈຸດສຸມທີ່ມະຫາວິທະຍາ ໄລແຫ່ງຊາດ (ມຊ) ຕ້ອງໄດ້ສືບຕໍ່ເອົາໃຈໃສຄົ້ນຄວ້າວິທະຍາສາດ, ການຄົ້ນຄວ້າທີ່ຕິດພັນກັບຂະ   ແໜງການ, ການແກ້ໄຂບັນຫາ, ພ້ອມທັງຍົກສູງຄຸນນະພາບການສຶກສາ-ກິລາ ໃຫ້ດີຂຶ້ນເທື່ອລະກ້າວ ເພື່ອພັດທະນາຊັບພະຍາກອນມະນຸດທັງດ້ານປະສິດທິພາບ ແລະ ປະສິດທິຜົນ. 
ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໂອ້ລົມໃຫ້ທິດຊີ້ນໍາ ຕໍ່ພິທີສະຫຼຸບຊຸດຮຽນປະຈໍາສົກຮຽນ 2022-2023 ແລະ ເປີດສົກຮຽນ 2023-2024 ທີ່ ມຊ ເມືອບໍ່ດົນມານີ້ ໂດຍສະແດງຄວາມຍ້ອງຍໍສັນລະເສີນ ແລະ ຊົມເຊີຍຕໍ່ຜົນສໍາເລັດຂອງຄະນະຜູ້ບໍລິຫານ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ມຊ ທີ່ໄດ້ປະກອບສ່ວນວຽກງານຕະຫຼອດໄລຍະ 1 ປີ ຜ່ານມາ ໂດຍສະເພາະໃນສົກສຶກສາ 2022-2023 ມີຈໍານວນຜູ້ສໍາເລັດການສຶກສາທັງໝົດ 5.007 ຄົນ ຍິງ 2.372 ຄົນ ແລະ ນັກສຶກສາທີ່ໄດ້ກຽດນິຍົມ ສົກປີ 2022-2023 ມີ 73 ຄົນ ຍິງ 40 ຄົນ.
    ຄຽງຄູກັບຜົນງານ, ໝາກຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ໃນຊຸມປີຕໍ່ໜ້າ ມຊ ຕ້ອງເອົາໃຈໃສ່ຕໍ່ວຽກຈຸດສຸມດັ່ງນີ້: ຕ້ອງເອົາໃຈໃສ່ຄົ້ນຄວ້າວິທະຍາສາດ, ການຄົ້ນຄວ້າທີ່ຕິດພັນກັບຂະ  ແໜງການ, ການແກ້ໄຂບັນຫາ, ການພັດທະນາຊຸມຊົນ ແລະ ຮັບໃຊ້ໃຫ້ສັງຄົມຕົວຈິງ; ຍົກສູງຄຸນນະພາບການສຶກສາ-ກິລາ ເພື່ອພັດທະນາຊັບພະຍາກອນມະນຸດທັງດ້ານປະສິດທິພາບ, ປະສິດທິຜົນ ຫຼີກລ່ຽງດ້ານປະລິມານ ທັງຮັບປະກັນສ້າງໃຫ້ນັກສຶກສາຮຽນວິຊາໃດກໍຕ້ອງຮັບປະກັນຄວາມຮູ້ດ້ານວິຊານັ້ນແທ້ໆ ບໍ່ແມ່ນຈະຮຽນໃຫ້ໄດ້ແຕ່ໃບປະກາສະນີຍະບັດ; ສືບຕໍ່ສຶກສາອົບຮົມຄົນຮຸ່ນໜຸ່ມຜູ້ສືບທອດພາລະກິດຂອງພັກຕັ້ງໜ້າຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດຈາກຄູ, ຈາກຜູ້ອາວຸໂສບຳນານ, ສ້າງຕົນໃຫ້ກາຍເປັນຜູ້ທີ່ມີຄຸນທາດດ້ານການເມືອງໜັກແໜ້ນ, ຄຽງຄູ່ກັບດ້ານວິຊາການເກັ່ງ. ພ້ອມນັ້ນ, ຕ້ອງຍົກລະດັບຄູສອນໃຫ້ເກັ່ງຮອບດ້ານ ໂດຍສະເພາະພາສາອັງກິດ ແນໃສ່ຮັບໃຊ້ການສິດສອນພາສາອັງກິດກາຍເປັນພາສາທີສອງ ຈຶ່ງສາມາດຮັບປະກັນທຽບເທົ່າສາກົນ; ສືບຕໍ່ເອົາໃຈໃສ່ສ້າງຄ່ານິຍົມໃໝ່ຕໍ່ນັກສຶກສາເມື່ອສໍາເລັດການສຶກສາແລ້ວ ໄປປະກອບການຕາມສາຂາອາຊີບທີ່ຮຽນມາ ບໍ່ແມ່ນວ່າລໍຖ້າແຕ່ເປັນພະນັກງານສັງກັດລັດ; ສືບຕໍ່ເອົາໃຈໃສ່ວຽກງານພົວພັນການຕ່າງປະເທດ ຮູບແບບເປີດກ້ວາງ, ຕາມນະໂຍບາຍພົວພັນການຕ່າງປະເທດຂອງລັດຖະບານ ແລະ ຮັບປະກັນຄວາມປອດໄພຂອງກຸ່ມຄົນທີ່ບໍ່ຫວັງດີຕໍ່ສະຖາບັນຕົນ. ໃນນັ້ນ, ການກໍ່ສ້າງຊັບພະຍາກອນມະນຸດ ໃຫ້ເລັ່ງໃສ່ສາຂາວິຊາທີ່ປະເທດຕ້ອງການພັດທະນາເປັນຕົ້ນ ພາສາອັງກິດ, ການກະເສດ, ວິທະຍາສາດທຳມະຊາດ, ຄະນະຊັບພະຍາກອນນໍ້າ, ຄະນະສິ່ງແວດລ້ອມ ແລະ ຄະນະອື່ນໆ; ສືບຕໍ່ປະຕິບັດແຜນພັດທະນາ ມຊ ແຕ່ປີ 2021 ຮອດປີ 2025 ຕາມສະພາວະ ແລະ ທ່າແຮງໃຫ້ມີທ່າກ້າວກວ່າຊຸມປີຜ່ານມາ. ໃນນັ້ນ, ໃຫ້ສືບຕໍ່ເອົາໃຈໃສ່ສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນໃນຂົງເຂດການສຶກສາຕິດພັນກັບການອະນຸລັກວັດທະນະທໍາຂອງຊາດ.
ສະຫຼຸບລວມແລ້ວ ການເອົາໃຈໃສ່ຕໍ່ວຽກງານການສຶກສາ ເປັນໜຶ່ງປັດໄຈສຳຄັນຫຼາຍ ເພື່ອຮັບປະກັນ ສ້າງຊັບພະຍາກອນມະນຸດອອກຮັບໃຊ້ໃນໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ໄດ້ຄຸນນະພາບຢ່າງແທ້ຈິງ. ສະນັ້ນ, ຖ້າປະຕິບັດວຽກງານຈຸດສຸມໄດ້ດີ ກໍຈະເຮັດໃຫ້ການສຶກສາມີຄຸນນະພາບທັນກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ.