ແຂວງຊຽງຂວາງ ສ້າງຂະບວນການອອກແຮງງານຕ້ອນຮັບວັນສຳຄັນຕ່າງໆຂອງຊາດຂຶ້ນໃນວັນທີ 21 ຕຸລານີ້, ໂດຍການນຳພາຂອງທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ມີການນຳຂອງແຂວງ, ພະແນກການ, ເມືອງ, ພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າທົ່ວແຂວງຊຽງຂວາງ.
ການອອກແຮງງານຄັ້ງນີ້, ທ່ານເຈົ້າແຂວງຊຽງຂວາງ ໄດ້ກ່າວວ່າ: ການອອກແຮງງານຄັ້ງນີ້ ແມ່ນເນັ້ນ 3 ສ ຄື: ສໍສະອາດ, ສໍສີຂຽວ ແລະ ສໍສະຫງົບ ເພື່ອຂ່ຳນັບຮັບຕ້ອນວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຄົບຮອບ 75 ປີ ຊຶ່ງຈະໄດ້ຈັດຂຶ້ນໃນລະຫ່ວາງວັນທີ 23-24 ຕຸລາ 2024, ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ວັນຊາດທີ 2 ທັນວາ ແລະ ວັນສຳຕັນຕ່າງໆຂອງພັກ, ຂອງຊາດ, ຂອງແຂວງແລະ ເມືອງທີ່ຈະໄດ້ຈັດຂຶ້ນໃນຕໍ່ໜ້ານີ້.
ໂອກາດນີ້, ທ່ານເຈົ້າແຂວງ ໄດ້ມອບຈັກຕັດຄຽນຕົ້ນໄມ້ 1 ເຄື່ອງ, ເປົາຂຽວໃສ່ຂີ້ເຫື້ອຍ 200 ໜ່ວຍ ແລະ ນ້ຳດື່ມ 20 ແກັດ ລວມມູນຄ່າ 5 ລ້ານກວ່າກີບ ໃຫ້ເມືອງແປກເພື່ອໝູນໃຊ້ເຂົ້າໃນການອອກແຮງງານໃນຄັ້ງນີ້. ການອອກແຮງງານຄັ້ງນີ້, ແມ່ນໄດ້ແບ່ງອອກເປັນ 5 ຈຸດຄື: ຈຸດທີ 1 ສາມແຍກແຫຼ່ງທ້ອງທ່ຽວທົ່ງໄຫຫີນບ້ານນາໂອ ຫາ ບ້ານຢອນ (ທາງເວັ້ນຕົວເມືອງ) ນຳພາໂດຍທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ, ຈຸດທີ 2 ປ່ອມຕຳຫຼວດຄັງໄຂ ຫາ ບ້ານຢອນ (ທາງເວັ້ນຕົວເມືອງ) ນຳພາໂດຍທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ, ຈຸດທີ່3 ພູຂີ້ເຫຼົ້າ ຫາ ບ້ານບີ້ (ທາງເວັ້ນຕົວເມືອງ) ນຳພາໂດຍທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງ, ຈຸດທີ່4 ປ່ອມຕຳຫຼວດຄັງໄຂ ຫາ ບ້ານບີ້ ນຳພາໂດຍທ່ານ ຈັນໄຄ ສຸທິຈັກ ຫົວໜ້າອົງການກວດກາພັກ-ລັດແຂວງ ແລະ ຈຸດທີ 5 ພູຜາແດງຫາສາມແຍກ SOS, ວົງວຽນ 702 ຫາ 4 ແຍກໄຟແດງເບີ 5 ນຳພາໂດຍທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂ ວາງ.
(ຂ່າວ: ບຸນມີ ແສງທຸມມີ)