ໃນໂອກາດ ການລົງເຮັດວຽກ ແລະ ຢ້ຽມຢາມແຂວງຫຼວງນໍ້າທາ ຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີ (ລມຕ) ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໃນວັນທີ 18 ຕຸລາຜ່ານມາ, ທ່ານໄດ້ນໍາເອົາເງິນ ຈໍານວນ 500 ລ້ານກີບ ມອບໃຫ້ແຂວງຫຼວງນໍ້າທາ ແລະ ມອບໃຫ້ພະແນກແຜນການ ແລະ ການລົງທຶນ ແຂວງຫຼວງນໍ້າທາ 100 ລ້ານກີບ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ໂດຍການກ່າວຮັບຂອງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ເງິນຈໍານວນດັ່ງກ່າວແມ່ນຈະໄດ້ນໍາໃຊ້ເຂົ້າໃນວຽກງານຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ແລະ ຜູ້ຖືກຜົນກະທົບຈາກໄພນໍ້າຖ້ວມ. ຈາກນັ້ນ ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ກໍໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງຫຼວງນໍ້າທາ ແລະ ໄດ້ຮັບຟັງການລາຍງານສະພາບລວມຜົນເສຍຫາຍຈາກໄພນໍ້າຖ້ວມ ຈາກ ທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງຫຼວງນໍ້າທາ ທີ່ໄດ້ຮັບຜົນກະທົບຫຼາຍດ້ານຄື: ຜົນກະທົບທາງດ້ານທີ່ຢູ່ອາໃສ, ຜົນກະທົບທາງດ້ານກະສິກໍາ ແລະ ປ່າໄມ້, ຜົນກະທົບທາງດ້ານໂຍທາທິການ ແລະ ຂົນສົ່ງ, ຜົນກະທົບທາງດ້ານພະລັງງານ ແລະ ບໍ່ແຮ່, ຜົນກະທົບທາງດ້ານສາທາລະນະສຸກ, ຜົນກະທົບທາງດ້ານການສຶກສາທິການ ແລະ ກິລາ, ຜົນກະທົບຕໍ່ສໍານັກງານອົງການລັດ, ຜົນກະທົບທາງດ້ານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຜົນກະທົບທາງດ້ານການຄ້າ, ຜົນກະທົບທາງດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ການສະເໜີແຜນໂຄງການຟື້ນຟູ: ແຜນຄວາມຕ້ອງການຊ່ວຍເຫຼືອໄລຍະສັ້ນ (ໄລຍະ 6 ເດືອນ) ປີ 2024-2025 ວຽກງານທີ່ໄດ້ຈັດຕັ້ງປະຕິບັດ ແກ້ໄຂໄລຍະສຸກເສີນແລ້ວ (ແຕ່ບໍ່ທັນມີເງິນຊໍາລະ) ມີທັງໝົດ 6 ລາຍການ: ລວມມູນຄ່າທັງໝົດ 151,834,446,939 ກີບ, ແຜນຄວາມຕ້ອງການເພື່ອແກ້ໄຂຟື້ນຟູໄລຍະສຸກເສີນ 6 ເດືອນ (ເດືອນ 10-12 ປີ 2024 ຫາ ເດືອນ 1-3 ປີ 2025) ມີທັງໝົດ 7 ຂະແໜງການ: ລວມມູນຄ່າທັງໝົດ 179,470,461,219 ກີບ, ຊຶ່ງມີລາຍລະອຽດ: ແຜນຄວາມຕ້ອງການເພື່ອແກ້ໄຂຟື້ນຟູໄລຍະຍາວ (ປີ 2025-2026) ມີທັງໝົດ 7 ຂະແໜງການ ມູນຄ່າລວມທັງໝົດ 5,415,810,774,316 ກີບ.
ໂອກາດນີ້, ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເນັ້ນໜັກຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນໃຫ້ຄະນະຮັບຜິດຊອບແຕ່ລະຂະແໜງການທີ່ກ່ຽວຂ້ອງສືບຕໍ່ສູມໃສ່ແກ້ໄຂບັນຫາໄພພິບັດຜົນເສຍຫາຍທີ່ເກີດຂຶ້ນຈາກໄພນໍ້າຖ້ວມ ຕິດພັນກັບການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ຄຽງຄູ່ກັບການແກ້ໄຂໄລຍະຍາວ ເຊັ່ນ: ການສ້ອມແປງເສັ້ນທາງໂດຍມີແຜນການສະເໜີໂຄງການຢ່າງລະອຽດ ແລະ ຕິດພັນກັບການສ້າງແຜນໂຄງການສະຫນັບສະໜູນຈາກຕ່າງປະເທດ.
(ຂ່າວ: ອຸ້ມ ສົມນໍວັນ)