ເພື່ອເປັນການເສີມສ້າງສາຍພົວພັນຮ່ວມມືດ້ານແຮງງານ ສອງລັດຖະບານເວົ້າລວມ, ເວົ້າສະເພາະກໍຄື ສອງກະຊວງ ໃຫ້ກ້າວສູ່ການຮ່ວມມືທີ່ເປັນຮູບປະທໍາ,ກອງປະຊຸມລັດຖະມົນຕີແຮງງານລາວ-ມຽນມາໄດ້ຈັດຂຶ້ນໃນວັນທີ21 ຕຸລາ ນີ້ ຢູ່ນະຄອນຫຼວງວຽງຈັນ ສປປ ລາວ.
ກອງປະຊຸມດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານນາງ ໃບຄຳ ຂັດທິຍະລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງສປປ ລາວ ແລະ ທ່ານ ອູ ມິນ ນອງ(U MyintNaung)ລັດຖະມົນຕີ ກະຊວງແຮງງານ ແຫ່ງ ສ ມຽນມາ,ໂດຍມີທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ, ທ່ານ ອອງ ໂກ (Aung KO) ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ມຽນມາ ປະຈໍາ ສປປ ລາວ ແລະ ມີບັນດາຄະນະຜູ້ແທນທີ່ກ່ຽວຂ້ອງ ຂອງສອງຝ່າຍ ລາວ ແລະ ມຽນມາ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ກ່າວວ່າ: “ກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ລາວ ແລະ ມຽນມາ ຄັ້ງນີ້້ ມີຄວາມໝາຍສຳຄັນຍິ່ງ ທີ່ໄດ້ຈັດຂຶ້ນທ່າມກາງຜົນສໍາເລັດຢ່າງຈົບງາມຂອງການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມປິ່ນອ້ອມຕ່າງໆ”.
ກອງປະຊຸມ ໄດ້ຕີລາຄາສູງຕໍ່ກັບຜົນສໍາເລັດຂອງສອງຝ່າຍ ທີ່ໄດ້ມີຄວາມພະຍາຍາມ ໃນການປະສານສົມທົບກັນເປັນຢ່າງດີໃນຕະຫຼອດໄລຍະຜ່ານມາ ຈຶ່ງເຮັດໃຫ້ສອງກະຊວງສາມາດຍາດໄດ້ຜົນສໍາເລັດອັນຈົບງາມ ໂດຍສະເພາະແມ່ນການລົງເລິກຮ່ວມມືດ້ານແຮງງານ ລາວ-ມຽນມາ ຊຶ່ງຖືວ່າເປັນບາດກ້າວທີ່ດີໃຫ້ແກ່ແຮງງານຂອງສອງປະເທດ ຈະໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຕາມກົດໝາຍ. ໄດ້ຕີລາຄາສູງຕໍ່ຜົນສຳເລັດທີ່ຍາດມາໄດ້ ໂດຍສະເພາະສອງຝ່າຍໄດ້ມີຄວາມພະຍາຍາມ ໃນການປະສານສົມທົບກັນຢ່າງໃກ້ຊິດ, ມີການປຶກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານ ເສີມສ້າງສາຍພົວພັນຮ່ວມມື ໂດຍສະເພາະດ້ານແຮງງານ ລາວ-ມຽນມາ ໃຫ້ກ້າວສູ່ການຮ່ວມມືທີ່ເປັນຮູບປະທໍາ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງ ເພື່ອແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານຂອງສອງປະເທດ ຕາມກົດໝາຍ ແລະ ລະບຽບການກຳນົດ.
ກອງປະຊຸມໄດ້ເປັນເອກະພາບ ແລະ ຮ່ວມລົງນາມໃສ່ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ລາວ-ມຽນມາ ແລະ ບົດບັນທຶກກອງປະຊຸມລັດຖະມົນຕີແຮງງານ ລາວ-ມຽນມາ ເພື່ອເປັນບ່ອນອີງໃຫ້ແກ່ສອງຝ່າຍ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ. ພ້ອມນັ້ນ, ໃນກອງປະຊຸມໄດ້ປຶກສາຫາລືຕໍ່ກັບແຜນການຮ່ວມມື ຂອງສອງກະຊວງ ໃນຕໍ່ໜ້າ ຊຶ່ງໄດ້ເອກະພາບຮ່ວມກັນໃນບາງເນື້້ອໃນຕົ້ນຕໍ ດັ່ງນີ້:
1. ສອງຝ່າຍ ຈະແຕ່ງຕັ້ງຄະນະວິຊາການເພື່ອປະສານສົມທົບຄົ້ນຄວ້າກົນໄກການປະສານງານແລະກົນໄກການເຮັດວຽກຮ່ວມກັນຢ່າງໃກ້ຊິດແນໃສ່ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານລາວ-ມຽນມາໄດ້ຮັບການປະຕິບັດຢ່າງເປັນຮູບປະທໍາແລະມີຜົນສໍາເລັດສູງ,
2. ສະເໜີໃຫ້ສອງຝ່າຍ ລົງເລິກສ້າງຮ່າງຂໍ້ຕົກລົງການຮ່ວມມືກັນເປັນອັນສະເພາະຂອງແຕ່ລະວຽກທີ່ເອກະພາບກັນຊຶ່ງເປັນວຽກຮີບດ່ວນ ໂດຍສະເພາະການຜັນຂະຫຍາຍເນື້້ອໃນພາຍໃຕ້ມາດຕາ 5 ແລະ ມາດຕາ 8,ເພື່ອນໍາໄປສູ່ການແກ້ໄຂບັນຫາແຮງງານ ທີ່ເຂົ້າມາເຄື່ອນໄຫວບໍ່ຖືກຕ້ອງຢູ່ ສປປ ລາວ ໂດຍສະເພາະຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ດ້ວຍການດໍາເນີນການຂຶ້ນທະບຽນຮັບຮູ້ ແລະ ຢັ້ງຢືນຈາກສອງຝ່າຍ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງເຂົາເຈົ້າຕາມກົດໝາຍ.
3. ການຈັດກອງປະຊຸມລະດັບລັດຖະມົນຕີແຮງງານລາວ-ມຽນມາແລະມຽນມາ-ລາວເພື່ອທົບທວນການຈັດຕັ້ງປະຕິບັດວຽກງານຮ່ວມມືຂອງສອງກະຊວງກຳນົດເອົາ 2ປີ/ຄັ້ງໂດຍການຜັດປ່ຽນກັນເປັນເຈົ້າພາບຫຼືຕາມການຕົກລົງເຫັນດີຂອງສອງຝ່າຍ. ສ່ວນກອງປະຊຸມແລກປ່ຽນດ້ານວິຊາການແລະກອງປະຊຸມປຶກສາຫາລືໃນລະດັບວິຊາການຕ່າງໆແມ່ນຈະໄດ້ຈັດຂຶ້ນໂດຍອີງໃສ່ສະພາບຂອງວຽກຕົວຈິງຕາມການເຫັນດີເອກະພາບຂອງສອງຝ່າຍ.
ຕອນທ້າຍ, ທ່ານ ນາງ ໃບຄຳ ຂັດທິຍະ ຍັງຕີລາຄາສູງ ຕໍ່ຜົນສຳເລັດກອງປະຊຸມ ແລະ ການພົວພັນຮ່ວມມືທີ່ທັງສອງກະຊວງຍາດມາໄດ້ ແລະ ພ້ອມສະໜັບສະໜູນແຜນການຮ່ວມມືໃນຕໍ່ໜ້າ ແລະ ເພີ່ມທະວີການປະສານງານຢ່າງໃກ້ຊິດ ເພື່ອສາມາດຍາດໄດ້ຜົນສໍາເລັດຂອງການຮ່ວມມືຫຼາຍກວ່າເກົ່າ ແລະ ເພື່ອເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງສອງປະເທດ ລາວ-ມຽນມາ ແລະ ມຽນມາ-ລາວ.
(ຂ່າວສານ ຮສສ)