ອີງຕາມແຫຼ່ງຂ່າວຈາກໜັງສືພິມເຢີນເຢີນ ຫວຽດນາມ, ໃນວັນທີ 21 ຕຸລານີ້ ຢູ່ຮ່າໂນ້ຍ, ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ XV, ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ເລືອງເກື່ອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ຫວຽດນາມ ຄົນໃໝ່.
ຂ່າວລະບຸວ່າ: ໃນພິທີສາບານຕົວຕໍ່ສະພາແຫ່ງຊາດ, ສະຫາຍ ເລືອງເກື່ອງ ກ່າວວ່າ: ພາຍໃຕ້ຄັນທຸງທີ່ສັກກາລະບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງທົ່ວປະເທດ, ຂ້າພະເຈົ້າ ປະທານປະເທດ ແຫ່ງ ສສ ຫວຽດນາມ ຂໍສາບານວ່າ: ເດັດຂາດຊື່ສັດຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ຕໍ່ລັດຖະທໍາມະນູນແຫ່ງ ສສ ຫວຽດນາມ, ອອກແຮງສູ້ຊົນປະຕິບັດໜ້າທີ່ຂອງຕົນ ຊຶ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.