ກອງປະຊຸມກໍາມາທິການວຽກງານສັງຄົມໄດ້ຈັດຂຶ້ນໃນລະຫວ່າງກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ໃນວັນທີ 20 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ມີຫົວໜ້າ-ຮອງຫົວໜ້າຄະນະຜູ້ແທນສະມາຊິກລັດຖະສະພາອາຊຽນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື, ພິຈາລະນາ ແລະ ຮັບຮອງເອົາ 5 ຮ່າງມະຕິ ຄື:
1. ຮ່າງມະຕິວ່າດ້ວຍການເພີ່ມທະວີບົດບາດຂອງລັດຖະສະພາໃນການຮ່ວມມືເພື່ອການແກ້ໄຂບັນຫາຢາເສບຕິດເຮັດໃຫ້ອາຊຽນປອດຢາເສບຕິດຢ່າງເປັນຮູບປະທໍາ.
2. ຮ່າງມະຕິວ່າດ້ວຍການດຳເນີນການຮ່ວມກັນຜ່ານຂໍ້ລິເລີ່ມ ສົນທິສັນຍາໂລກວ່າດ້ວຍພລາສຕິກໃນອາຊຽນ.
3. ຮ່າງມະຕິວ່າດ້ວຍການສົ່ງເສີມບົດບາດຂອງລັດຖະສະພາດ້ານນະວັດຕະກຳການຮັກສາສຸຂະພາບແບບອັດສະລິຍະ.
4. ຮ່າງມະຕິວ່າດ້ວຍການສົ່ງເສີມສິດ, ສະຫວັດດີການສັງຄົມ ແລະ ໂອກາດໃນການຈ້າງງານສຳລັບຜູ້ອາຍຸສູງໃນອາຊຽນ.
5. ຮ່າງມະຕິວ່າດ້ວຍການເພີ່ມທະວີການຮ່ວມມືເພື່ອຄວບຄຸມຢາສູບ ແລະ ສານນີໂຄຕິນໃນອາຊຽນ.
(ຂ່າວ: ສໍານານ, ພາບ: ສຸກສະຫວັນ )