ຂ່າວສານຊີອາໄອລາຍງານ ຫວ່າງມໍ່ມານີ້ວ່າ: ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ໂດຍໄດ້ແນະນຳສະພາບເສດຖະກິດແຫ່ງຊາດຂອງຈີນໃນ 3 ໄຕມາດຜ່ານມາ. ອີງຕາມໂຕເລກສະຖິຕິທີ່ເປີດເຜີຍໂດຍອົງການສະຖິຕິແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ຕາມການຄິດໄລ່ເບື້ອງຕົ້ນ, ລວມຍອດຜະລິດຕະພັນພາຍໃນ ຫຼືGDP ຂອງຈີນໃນ 3 ໄຕມາດຜ່ານມາແມ່ນ 94,974.6 ຕື້ຢວນ, ຖ້າຄິດໄລ່ຕາມລາຄາບໍ່ປ່ຽນແປງແລ້ວແມ່ນເພີ່ມຂຶ້ນ 4.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຖ້າເບິ່ງຕາມໄຕມາດແລ້ວ, GDP ຂອງຈີນເພີ່ມຂຶ້ນ 5.3% ໃນໄຕມາດທີ 1, ເພີ່ມຂຶ້ນ 4.7% ໃນໄຕມາດທີ 2 ແລະ ເພີ່ມຂຶ້ນ 4.6% ໃນໄຕມາດທີ 3 ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.