ໃນລະຫວ່າງວັນທີ 19-21 ຕຸລາ ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວໄດ້ຕາງໜ້າໃຫ້ພັກປະຊາຊົນປະຕິວັດລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນໍາພາຄະນະຜູ້ແທນຈາກສປປລາວເຂົ້າຮ່ວມພິທີສາບານຕົວເຂົ້າຮັບຕໍາແໜ່ງເປັນປະທານາທິບໍດີຄົນທີ8 ແຫ່ງ ສາທາລະນະລັດອິນໂດເນເຊຍ ຂອງ ທ່ານ ພຣາໂບໂວ ສຸບຽນໂຕ (Prabowo SUBIANTO) ແລະ ທ່ານ ກຣິບຣານ ຣາກາບຸມິງ ຣາກາ (Gibran RakabumingRaka)ເປັນຮອງປະທານາທິບໍດີ ຢ່າງເປັນທາງການຕາມການເຊື້ອເຊີນ ຂອງ ລັດຖະບານ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຊຶ່ງພິທີທາງການໄດ້ຈັດຂຶ້ນໃນວັນທີ 20 ຕຸລາ ນີ້ ທີ່ ນະຄອນຫຼວງຈາກາກຕາປະເທດອິນໂດເນເຊຍ ໂດຍມີການນໍາຂັ້ນສູງ ຈາກບັນດາປະເທດອາຊຽນ, ສປຈີນ, ອາເມຣິກາ, ອັງກິດ, ອົສຕຣາລີແລະ ປະເທດເພື່ອນມິດຕ່າງໆ ຂອງອິນໂດເນເຊຍລວມຈຳນວນ 32 ປະເທດ ເຂົ້າຮ່ວມ ເພື່ອສະແດງຄວາມຊົມເຊີຍ ແລະ ຍິນດີຕໍ່ ປະທານາທິບໍດີ ແລະ ຮອງປະທານາທິບໍດີຄົນໃໝ່ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງທົ່ວປະເທດ ໃນເດືອນກຸມພາ 2024 ທີ່ຜ່ານມາ.
ໃນພິທີສໍາຄັນດັ່ງກ່າວ, ປະທານາທິບໍດີພຣາໂບໂວ ສຸບຽນໂຕໄດ້ກ່າວປາໄສ ຕໍ່ຜູ້ທີ່ເຂົ້າຮ່ວມພິທີສາບານຕົວຢ່າງເປັນທາງການ ເພື່ອສະແດງຄວາມຂອບໃຈ ແລະ ປະກາດນະໂຍບາຍທີ່ສໍາຄັນໃນການນໍາພາ ແລະ ພັດທະນາປະເທດອິນໂດເນເຊຍ ແຕ່ປີ 2024 ຈົນເຖິງ 2029. ພ້ອມນີ້, ພະນະທ່ານ ຍັງໄດ້ຈັດງານລ້ຽງຕ້ອນຮັບ ເພື່ອເປັນກຽດແກ່ບັນດາປະມຸກລັດ ແລະ ການນໍາຂັ້ນສູງຂອງປະເທດຕ່າງໆທີ່ເຂົ້າຮ່ວມງານຄັ້ງນີ້ຢ່າງສົມກຽດ.ພາຍຫຼັງສຳເລັດພິທີສາບານຕົວ, ທ່ານ ນາງ ປານີ ຢາທໍ່ຕູ້ຮອງປະທານປະເທດ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພຣາໂບໂວ ສຸບຽນໂຕປະທານາທິບໍດີຄົນໃໝ່ ຂອງອິນໂດເນເຊຍ ແລະ ພົບປະກັບ ທ່ານ Muhammad Sarmuji ເລຂາທິການໃຫຍ່ພັກໂກນກາ ເພື່ອນຳເອົາຄຳອວຍພອນອັນປະເສີດ ແລະ ການຊົມເຊີຍຢ່າງອົບອຸ່ນຈາກ ພັກ, ລັດຖະບານ ແລະ ປະຊາຊົນລາວ ມາຍັງ ປະທານາທິບໍດີຜູ້ໃໝ່ ພ້ອມດ້ວຍຄະນະລັດຖະບານໃໝ່, ຕີລາຄາສູງຕໍ່ການຮ່ວມມືທີ່ມີໝາກຜົນໃນໄລຍະຜ່ານມາ ແລະ ເຫັນດີຈະຮ່ວມມືກັນເສີມຂະຫຍາຍສາຍພົວພັນອັນດີງາມທີ່ເປັນມູນເຊື້ອ ແລະ ການພົວພັນທີ່ດີລະຫວ່າງສອງພັກ ແລະ ສອງປະເທດໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ນອກນີ້, ທ່ານຮອງປະທານປະເທດແຫ່ງ ສປປລາວ ແລະ ທ່ານຮອງປະທານປະເທດ ແຫ່ງ ສສຫວຽດນາມ ຍັງໄດ້ມີການພົບປະທັກທາຍກັນກ່ອນການເຂົ້າຮ່ວມງານລ້ຽງທາງການ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມໃຫ້ເຂັ້ມແຂງຂຶ້ນໄປເລື້ອຍໆ.
ພິທີສາບານຕົວເຂົ້າຮັບຕໍາແໜ່ງປະທານາທິບໍດີ ຢ່າງເປັນທາງການ ຖືເປັນສັນຍາລັກທີ່ມີຄວາມໝາຍ ແລະ ຄວາມສໍາຄັນທີ່ສຸດ ສໍາລັບການເມືອງໃນລະບົບປະທານາທິບໍດີ, ການສາບານຕົວຢ່າງເປັນທາງການຖືເປັນການປ່ຽນຜ່ານໃນຂະບວນການປະຊາທິປະໄຕ ທີ່ຜູ້ໄດ້ຮັບເລືອກຕັ້ງໃໝ່ ໃຫ້ມາບໍລິຫານປະເທດແທນຜູ້ເກົ່າຈະຕ້ອງໄດ້ເຂົ້າຮ່ວມ ເພື່ອໃຫ້ສອດຄ່ອງກັບລັດຖະທໍາມະນູນ ແລະ ກົດໝາຍທີ່ວາງອອກ.
ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 30 ສິງຫາ 1957,ນັບແຕ່ສ້າງຕັ້ງສາຍພົວພັນການທູດນຳກັນມາ ເປັນເວລາ 67ປີ, ການພົວພັນຮ່ວມມືຂອງສອງປະເທດ ກໍໄດ້ມີບາດກ້າວຂະຫຍາຍຕົວຂຶ້ນເປັນລຳດັບ ຕາມທ່າອ່ຽງຂອງຍຸກສະໄໜໂດຍອີງໃສ່ເງື່ອນໄຂຕົວຈິງ ແລະ ສະພາບການພັດທະນາດ້ານເສດຖະກິດຂອງສອງປະເທດ.ສອງປະເທດ ລາວ-ອິນໂດເນເຊຍ ມີການຮ່ວມມືອັນດີຮ່ວມກັນທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ການສຶກສາ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ດ້ານອື່ນໆ. ນອກນີ້, ສອງປະເທດ ຍັງໄດ້ສ້າງຕັ້ງກົນໄກຄະນະກໍາມາທິການຮ່ວມວ່າດ້ວຍ ການຮ່ວມມືສອງຝ່າຍ(ກອງປະຊຸມ JCBC) ຊຶ່ງໄດ້ປະຊຸມຮ່ວມກັນມາແລ້ວ 5 ຄັ້ງ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ. ນອກຈາກນີ້, ສອງຝ່າຍຍັງໄດ້ເຊັນສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈຕ່າງໆຮ່ວມກັນ20 ກວ່າ ສະບັບ.
ການພົວພັນ ລາວ-ອິນໂດເນເຊຍ ໄດ້ມີຂີດໝາຍອັນສໍາຄັນທາງດ້ານປະຫວັດສາດ ນັບຕັ້ງແຕ່ທ່ານປະທານ ປະເທດໄກສອນພົມວິຫານ ໄດ້ພົບປະກັບ ທ່ານປະທານາທິບໍດີ ຊູຮາໂຕ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດບໍ່ຮ່ວມກຸ່ມຢູ່ ອິນໂດເນເຊຍ ປີ 1992. ການພົບປະດັ່ງກ່າວ ໄດ້ເປີດສັງກາດໃໝ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງສອງປະເທດ. ຈາກນັ້ນມາ, ການນຳຂັ້ນສູງຂອງສອງປະເທດ ກໍໄດ້ມີການແລກປ່ຽນຢ້ຽມຢາມກັນຢ່າງເປັນປົກກະຕິ.ຫຼ້າສຸດ, ໃນວັນທີ 5-6 ກັນຍາ 2024 ພະນະທ່ານ ພຣາໂບໂວ ສຸບຽນໂຕວ່າທີ່ ປະທານາທິບໍດີ ແຫ່ງ ສອິນໂດເນເຊຍ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ. ພ້ອມນັ້ນ, ກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດເລຂາທິການໃຫ່ຍປະທານປະເທດ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພ້ອມກັນນັ້ນ, ໃນວັນທີ 27 ກັນຍາ 2024, ທ່ານສຸກິໂອໂນ (Sugiono) ຮອງປະທານພັກເກີຣິນດາ ແຫ່ງ ສ ອິນໂດເນເຊຍໄດ້ເດີນທາງໄປຢ້ຽມຢາມທາງການ ທີ່ ສປປ ລາວ ແລະ ໄດ້ມອບເງິນສະໜັບສະໜຸນ ຈໍານວນ 1 ລ້ານໂດລາ ໃຫ້ແກ່ພັກ ກໍຄື ລັດຖະບານລາວ ໃນການປະຕິບັດໜ້າທີ່ເປັນປະທານອາຊຽນ 2024. ໃນໂອກາດ ທີ່ ສປປລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45, ທ່ານ ມາຣູຟ ອາມີນຮອງປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ກໍໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດດັ່ງກ່າວ ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຢຸ່ສປປລາວ.
ການເຂົ້າຮ່ວມພິທີສຳຄັນຄັ້ງນີ້ ຂອງຄະນະຜູ້ແທນລາວ ເປັນການສືບຕໍ່ເຈດຕະນາລົມອັນສະເໝີຕົ້ນສະເໝີປາຍໃນການສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປລາວ ກັບບັນດາປະເທດຕ່າງໆ ໃນພາກພື້ນ ແລະ ໃນໂລກ ໂດຍສະເພາະກັບອິນໂດເນເຊຍ ທີ່ຢູ່ໃນຄອບຄົວອາຊຽນດຽວກັນ ທັງຍັງເປັນການນໍາເອົາການສະໜັບສະໜູນຢ່າງຈິງໃຈ ຈາກພັກ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ມາຍັງພັກ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນໂອກາດທີ່ມີຄວາມໝາຍສຳຄັນໃນຄັ້ງນີ້. ການເຂົ້າຮ່ວມງານດັ່ງກ່າວ ຂອງຄະນະຜູ້ແທນແຫ່ງ ສປປລາວໃນຄັ້ງນີ້, ແມ່ນໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ ຈາກລັດຖະບານ ແລະ ປະຊາຊົນອິນໂດເນເຊຍ.
ຂ່າວ:ກະຊວງການຕ່າງປະເທດ