ຂ່າວສານຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ຍີ່ປຸ່ນ ໄດ້ມີການເປີດເຜີຍໂຕເລກທາງດ້ານເສດຖະກິດ ທັງດັດຊະນີລາຄາຜູ້ບໍລິໂພກ (CPI) ທີ່ແມ່ນມາດຖານຂອງອັດຕາເງິນເຟີ້ ຫຼື ເງິນຟືດ ແລະ ໂຕເລກການສົ່ງອອກ ຊຶ່ງສະທ້ອນເຖິງບັນຍາກາດເສດຖະກິດຂອງຍີ່ປຸ່ນໃນເວລານີ້ຍັງບໍ່ສົດໃສເທົ່າທີ່ຄວນ.
ຂ່າວລະບຸວ່າ: ອັດຕາເງິນເຟີ້ພື້ນຖານໃນເດືອນກັນຍາຂອງ ຍີ່ປຸ່ນ ຢູ່ທີ່ລະດັບ 2,4% ຫຼຸດລົງເມື່ອທຽບໃສ່ກັບເດືອນກ່ອນໜ້ານີ້ ເນື່ອງຈາກການອຸດໜູນດ້ານພະລັງງານຂອງລັດຖະບານ ແຕ່ອັດຕາເງິນເຟີ້, ບໍ່ລວມລາຄາພະລັງງານຍັງຄົງທີ່, ຄວາມກົດດັນດ້ານລາຄາທີ່ແຜ່ຂະຫຍາຍຢ່າງຕໍ່ເນື່ອງນີ້ສາມາດເປີດທາງໃຫ້ທະນາຄານແຫ່ງຍີ່ປຸ່ນ (BOJ) ອາດຈະພິຈາລະນາເພີ່ມອັດຕາດອກເບ້ຍຕື່ມອີກ.
ແຕ່ອັດຕາເງິນເຟີ້ໃນຂະແໜງການບໍລິການຍັງຊ້າລົງ, ເຮັດໃຫ້ທະນາຄານແຫ່ງ ຍີ່ປຸ່ນ ຕັ້ງຄຳຖາມວ່າ ການເຕີບໂຕຢ່າງແຂງແຮງຂອງຄ່າຈ້າງຈະສະໜັບສະໜູນການບໍລິໂພກ ແລະ ຮັກສາອັດຕາເງິນເຟີ້ແບບຍືນຍົງຢູ່ປະມານ 2% ໄດ້ຫຼືບໍ່.
ໃນປີນີ້, ຍີ່ປຸ່ນ ໄດ້ມີການປັບເພີ່ມຄ່າຈ້າງຄັ້ງໃຫຍ່ ແຕ່ຕົ້ນທຶນແຮງງານທີ່ເພີ່ມຂຶ້ນໄດ້ສົ່ງຜ່ານໄປສູ່ລາຄາຜູ້ບໍລິໂພກໃນລະດັບປານກາງເທົ່ານັ້ນ ໂດຍອັດຕາເງິນເຟີ້ການບໍລິການເພີ່ມຂຶ້ນ 1,3% ໃນເດືອນກັນຍາ ຜ່ານມາຊຶ່ງຫຼຸດລົງຈາກເດືອນສິງຫາ ທີ່ເພີ່ມຂຶ້ນ 1,4%.
ດັດຊະນີລາຄາຜູ້ບໍລິໂພກພື້ນຖານ ຊຶ່ງນັບລວມລາຄານ້ຳມັນແຕ່ບໍ່ນັບລວມລາຄາອາຫານສົດໃນເດືອນກັນຍາຜ່ານມາ ເພີ່ມຂຶ້ນ 2,4% ເມື່ອທຽບໃສ່ກັບປີກ່ອນໜ້ານີ້ ສູງກວ່າຄ່າກາງ 2,3% ທີ່ຕະຫຼາດຄາດຄະເນໄວ້ພຽງເລັກໜ້ອຍ ແລະ ຫຼຸດລົງຈາກອັດຕາເດືອນສິງຫາທີ່ເພີ່ມຂຶ້ນ 2,8% ການຫຼຸດຊ້າລົງນີ້ສ່ວນໃຫຍ່ເປັນຜົນມາຈາກມາດຕະການການຄວບຄຸມລາຄາແກັສ ແລະ ຄ່າໄຟຟ້າຊົ່ວຄາວ ແລະ ຈະມີຜົນກະທົບຕໍ່ອັດຕາເງິນເຟີ້ຕໍ່ໄປອີກໃນບໍ່ເທົ່າໃດເດືອນຂ້າງໜ້າ.