ຄະນະຜູ້ແທນຂັ້ນສູງ ສູນກາງແນວລາວສ້າງຊາດ (ສນຊ) ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ພະບາດສົມເດັດພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດແຫ່ງຣາຊະອານາຈັກກໍາປູເຈຍ ທີ່ພະລາດຊະວັງ ໃນວັນທີ 19 ຕຸລາ ຜ່ານມາ.
ພະມະຫາກະສັດແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກກຳປູເຈຍ ຂອງ ທ່ານ ສິນລະວົງ ຄຸດໄພທູນ ພ້ອມດ້ວຍຄະນະ ໃນຄັ້ງນີ້ ພ້ອມທັງສະແດງຄວາມປິຕິຊົມເຊີຍຕໍ່ສອງອົງການ ກຳປູເຈຍ-ລາວ ທີ່ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈສອງຝ່າຍ ລະຫວ່າງ ສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ແລະ ສູນກາງແນວລາວສ້າງຊາດ ຊຶ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຣາຊະອານາຈັກກຳປູເຈຍ ແລະ ສປປ ລາວ ກໍຄືປະຊາຊົນສອງປະເທດ ໃຫ້ມີຄວາມແໜ້ນແຟ້ນ ຍິ່ງໆຂຶ້ນ;
ໂອກາດດັ່ງກ່າວ, ປະທານ ສນຊ ໄດ້ຕາງໜ້າຄະນະ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການສະຫຼະເວລາໃຫ້ກຽດຕ້ອນຮັບອັນອົບອຸ່ນທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ຂອງພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມສີຫາໂມນີ ກໍຄືລັດຖະບານ ແລະ ປະຊາຊົນກໍາປູເຈຍ, ເປັນການໃຫ້ກຽດແກ່ຄະນະຂອງພວກຂ້າພະເຈົ້າ ແລະ ທັງສ່ອງແສງເຖິງຄວາມຜູກພັນ, ຮັກແພງ ຂອງພະຣາດຊະວົງກໍາປູເຈຍ ຕໍ່ ສປປ ລາວ ຊຶ່ງຮູູ້ສຶກປະທັບໃຈທຸກຄັັ້ງທີ່ມາຢ້ຽມຢາມ; ຖືໂອກາດນີ້, ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວ ຂອງທ່ານເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ມາຍັງພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ມາໃນນະທີ່ນີ້ດ້ວຍ ແລະ ຕີລາຄາສູງຕໍ່ພະບາດສົມເດັດ ໂນໂຣດົມ ສີຫານຸ ພະບິດາຂອງພະອົງ ແລະ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການເສີມຂະຫຍາຍສາຍພົວພັນສອງຝ່າຍ ກໍາປູເຈຍ-ລາວ ຍ້ອນຄວາມເອົາໃຈໃສ່ ຂອງທັງສອງພະອົງ ຈຶ່ງເຮັດໃຫ້ສອງປະເທດ ກໍາປູເຈຍ-ລາວ, ລາວ-ກຳປູເຈຍ ມີມິດຕະພາບ ແລະ ການພົວພັນທີ່ດູດດືີ່ມຕະຫຼອດມາ, ທັງໄດ້ເພິ່ງພາອາໄສຊຶ່ງກັນ ແລະ ກັນສະເໝີມາ; ພ້ອມນີ້, ໄດ້ລາຍງານຫຍໍ້ກ່ຽວກັບຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກກຳປູເຈຍ ຄັ້ງນີ້ໄດ້ຮັບຊາບ ຊຶ່ງເປັນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍາປູເຈຍ-ລາວ, ລາວ-ກຳປູເຈຍ ໃຫ້ໝັັ້ນຄົງຂະໜົງແກ່ນ ແລະ ເກີດດອກອອກຜົນຍິ່ໆຂຶ້ນ.
(ຂ່າວ-ພາບ: ຈິດຕະພົງ