ຂ່າວສານຊີອາໄອ ລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ:ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍຄົນໃໝ່ໄດ້ສາບານຕົວຂຶ້ນຮັບຕຳແໜ່ງຢູ່ນະຄອນຫຼວງຈາກາຕາ ອິນໂດເນເຊຍ ແລະກາຍເປັນປະທານາທິບໍດີຊຸດທີ 8, ອາຍຸຕຳແໜ່ງ 5 ປີ.
ຂ່າວລະບຸວ່າ: ມີບຸກຄົນສຳຄັນດ້ານການເມືອງ ແລະ ຜູ້ຕາງໜ້າ 30 ກວ່າປະເທດເຂົ້າຮ່ວມພິທີດັ່ງກ່າວ. ທ່ານ ຮານເຈິ້ງ ຮອງປະທານປະເທດຈີນໃນນາມຜູ້ຕາງໜ້າພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍ ທ່ານ ອັນວາ ອີບຣາຮິມ ນາຍົກລັດຖະມົນຕີມາເລເຊຍ, ທ່ານ ລໍເຣັນສ ວອງ ນາຍົກລັດຖະມົນຕີສິງກະໂປ, ທ່ານ ເຟີດີນານໂຣມູນເດັດສ ມາກ໋ອດ ປະທານາທິບໍດີຟີລິບປິນ, ທ່ານ ຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍ ແລະ ທ່ານ ເດັນນິສ ມານຕູໂຣຟ ຮອງນາຍົກລັດຖະມົນຕີຜູ້ທີ 1 ຂອງຣັດເຊຍໄດ້ເຂົ້າຮ່ວມພິທີດັ່ງກ່າວ.
ການເລືອກຕັ້ງປະທານາທິບໍດີອິນໂດເນເຊຍໄດ້ຈັດຂຶ້ນໃນວັນທີ 14 ກຸມພາ 2024 ແລະໃນວັນທີ 20 ມີນາ 2024, ຄະນະກຳມະການເລືອກຕັ້ງອິນໂດເນເຊຍໄດ້ປະກາດຜົນການປ່ອບບັດ ແລະ ສະແດງໃຫ້ເຫັນວ່າ ທ່ານ ພຣາໂບໂວ ຊູບຽນໂຕ ໄດ້ຮັບການເລືອກຕັ້ງ. ໃນວັນທີ 24 ເມສາ 2024, ຄະນະກຳມະການເລືອກຕັ້ງອິນໂດເນເຊຍໄດ້ປະກາດຢ່າງເປັນທາງການວ່າ: ທ່ານ ພຣາໂບໂວ ຊູບຽນໂຕ ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຊຸດທີ 8 ຂອງອິນໂດເນເຊຍ.