ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບທ່ານ ວັນມູຫະມັດນໍ ມັດທາ ປະທານລັດຖະສະພາ ປະທານສະພາຜູ້ແທນຣາດຊະດອນແຫ່ງຣາຊະອານາຈັກໄທ ໃນວັນທີ 21 ຕຸລານີ້ ໃນໂອກາດເຂົ້າຮ່ວມກອງປະຊຸມໄອປາ (AIPA ) ຄັ້ງທີ່ 45 ທີ່ນະຄອນຫຼວງວຽງຈັນ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈຢ່າງຈິງໃຈມາຍັງທ່ານວັນມູຫະມັດນໍ ມັດທາ ພ້ອມຄະນະທີ່ມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ເເລະ ການພັດທະນາເເບບຍືນຍົງຂອງສອງປະເທດ ລາວ-ໄທ, ໄທ-ລາວ ເວົ້າສະເພາະລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາໄທໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.
ທ່ານ ວັນມູຫະມັດນໍ ມັດທາ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ຄວາມເວົ້າອັນຈົບງາມຂອງທ່ານ ໄຊສົມພອນ ພົມວິຫານ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດລາວ-ໄທ ເວົ້າສະ ເພາະລະຫວ່າງສອງອົງການນິຕິບັນຍັດຂອງພວກເຮົາ ພ້ອມທັງໄດ້ແຈ້ງສະພາບການທີ່ພົ້ນເດັ່ນໃນປັດຈຸບັນ ແລະ ບັນຫາອື່ນໆ ຂອງຣາຊະອານາຈັກໄທໃຫ້ໄດ້ຮັບຊາບ.
ສອງຝ່າຍໄດ້ຮ່ວມກັນພັດທະນາພື້ນຖານໂຄງລ່າງ ອັນພົ້ນເດັ່ນແມ່ນການສ້າງຂົວຂ້າມແມ່ນໍ້າຂອງ ແລະ ການພັດທະນາເສັ້ນທາງຄົມມະນາຄົມຈາກຝັ່ງໄທສູ່ຝັ່ງລາວ ເພື່ອເຊື່ອມຕໍ່ໃສ່ເສັ້ນທາງລົດໄຟລາວ-ຈີນ ອັນເປັນທ່າແຮງສຳຄັນໃນການຮ່ວມມືລະຫວ່າງສອງປະເທດ. ນອກນີ້, ຍັງໄດ້ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພົວພັນຮ່ວມມືໃນເວທີພາກພື້ນ ແລະ ສາກົນ.
ນອກນີ້, ລັດຖະບານຂອງສອງປະເທດ ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ໄດ້ລົງນາມຮ່ວມກັນ, ຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງໄລຍະ 5 ປີ (2022-2026) ໃຫ້ເປັນຮູບປະທໍາຂຶ້ນກວ່າເກົ່າ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ແຈ້ງສະພາບການພົ້ນເດັ່ນຂອງ ສປປ ລາວ ໃນໄລຍະທີ່ຜ່ານມາ ຊຶ່ງໃນປີ 2024 ເປັນປີທ່ອງທ່ຽວລາວ, ຫວັງຢ່າງຍິ່ງວ່າທ່ານຈະສະໜັບສະໜູນ ແລະ ຊຸກຍູ້ບັນດານັກລົງທຶນ, ນັກທ່ອງທ່ຽວໄທມາລົງທຶນ ແລະ ທ່ອງທ່ຽວລາວຫຼາຍຂຶ້ນຕື່ມອີກ.
ສຳລັບການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາຜູ້ແທນຣາດຊະດອນໄທ ໃນໄລຍະຜ່ານມາ ໄດ້ມີການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນລະດັບສູງ, ກຳມາທິການ, ຄະນະເລຂາທິການ ແລະ ຄະນະມິດຕະພາບລັດຖະສະພາ, ແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດນິຕິບັນຍັດ, ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ທີ່ໄດ້ລົງນາມຮ່ວມກັນໃນເດືອນທັນວາປີ 2022 ຊຶ່ງເປັນນິມິດໝາຍອັນສໍາຄັນທາງປະຫວັດສາດ ແຫ່ງການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ທັງເປັນການປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ ແຜນປະຕິບັດງານການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງຂອງສອງປະເທດ ລາວ-ໄທໃຫ້ມີປະສິດທິພາບສູງຂຶ້ນ.
ສອງອົງການນິຕິບັນຍັດຍັງໄດ້ມີການພົວພັນຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນ: AIPA, APPF, IPU, ASEP ແລະ ອື່ນໆ. ພິເສດ ຂໍສະແດງຄວາມຂອບໃຈຢ່າງສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກລັດຖະສະພາ ແລະ ລັດຖະບານໄທ ຈຳນວນ 2,1 ລ້ານບາດ ໃຫ້ແກ່ສະພາແຫ່ງຊາດລາວໃນການເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ຊຶ່ງເປັນການປະກອບສ່ວນເຂົ້າໃນການປະຕິບັດພັນທະສາກົນຂອງສະພາແຫ່ງຊາດລາວໃຫ້ສຳເລັດຢ່າງຈົບງາມ.
ສຳລັບທິດທາງການພົວພັນຮ່ວມມືໃນຕໍ່ໜ້າ, ສະເໜີສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ໃຫ້ເປັນຮູບປະທໍາ ໂດຍສະເພາະສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ກຳມາທິການ, ຄະນະເລຂາທິການ, ຄະນະມິດຕະພາບລັດຖະສະພາ; ສືບຕໍ່ແລກປ່ຽນຂໍ້ມູນ-ຂ່າວສານ ໃນການປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ; ສະເໜີຕິດຕາມກວດກາການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງລັດຖະບານ ຂອງສອງປະເທດລົງນາມຮ່ວມກັນໃນດ້ານເສດຖະກິດ, ການຄ້າ-ການລົງທຶນ, ດ້ານພະລັງງານ, ການທ່ອງທ່ຽວ ແລະອື່ນໆ ກໍຄື ການຈັດຕັ້ງປະຕິບັດແຜນປະຕິບັດງານວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງໄລຍະ 5 ປີ ( 2022-2026); ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ແນໃສ່ປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂ່າວ: ພູວັນ, ພາບ: ສຳນານ