ໂດຍຕອບສະໜອງຕາມການເຊີນ ຂອງສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ,ຄະນະຜູ້ແທນສະມາຄົມມິດຕະພາບລາວ-ຈີນຂັ້ນສູນກາງນຳໂດຍ ສະຫາຍສີນາວາສຸພານຸວົງລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີຮອງປະທານສະມາຄົມມິດຕະພາບລາວ-ຈີນຂັ້ນສູນກາງພ້ອມດ້ວຍຄະນະລວມທັງໝົດ 5 ສະຫາຍໄດ້ເຂົ້າຮ່ວມກອງປະຊຸມຜູ້ນຳສະມາຄົມມິດຕະພາບຈີນ-ອາຊຽນຄັ້ງທີ4ແລະງານສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດຄົບຮອບ70ປີ ທີ່ຈັດຂຶ້ນຫວ່າງບໍ່ດົນມານີ້ທີ່ນະຄອນຫຼວງປັກກິ່ງ ສປ ຈີນ.
ກອງປະຊຸມຜູ້ນຳສະມາຄົມມິດຕະພາບຈີນ-ອາຊຽນຄັ້ງທີ4ໃນຄັ້ງນີ້ໃຫ້ກຽດກ່າວເປີດໂດຍສະຫາຍYang Wangningປະທານສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ. ນອກນັ້ນ, ຍັງມີບັນດາສະຫາຍປະທານ, ຮອງປະທານສະມາຄົມມິດຕະພາບອາຊຽນ-ຈີນຈາກ10ປະເທດອາຊຽນຈຳນວນ50ສະຫາຍ. ໃນໂອກາດດັ່ງກ່າວສະຫາຍຮອງປະທານສະມາຄົມມິດຕະພາບ ລາວ-ຈີນຂັ້ນສູນກາງໄດ້ມີຄໍາເຫັນໃນເວທີພາຍໃຕ້ຄຳຂວັນ“ ຍັງເປັນຄວາມປາຖະໜາຕົ້ນສະບັບທີ່ຖືກຕ້ອງແລະການເລີ່ມຕົ້ນການເດີນທາງໃໝ່, ຮັດແໜ້ນມິດຕະພາບແລະການສ້າງອາະນາຄົດຮ່ວມກັນ” ຊຶ່ງຄຳຂວັນດັ່ງກ່າວແມ່ນເປົ້າໝາຍອັນແທ້ຈິງຂອງວິໃສທັດທາງການທູດປະຊາຊົນທີ່ສະຫາຍ ສີຈິ້ນຜິງໄດ້ວາງອອກໃນໄລຍະໃໝ່ ເພື່ອຕອບສະໜອງຜົນປະໂຫຍດອັນຍາວນານຂອງບັນດາປະຊາຊາດ.ກອງປະຊຸມໃນຄັ້ງນີ້ໄດ້ເປັນໂອກາດອັນດີ ໃຫ້ແກ່ຄະນະຜູ້ແທນຈາກບັນດາສະມາຄົມມິດຕະພາບ ອາຊຽນ-ຈີນ ທີ່ຮັກຫອມມິດຕະພາບ ແລະ ການສ້າງອະນາຄົດຮ່ວມກັນ ໄດ້ແລກປ່ຽນຄວາມຄິດເຫັນແລະແບ່ງປັນບົດຮຽນການເຄື່ອນໄຫວວຽກງານມິດຕະພາບ ທາງດ້ານການທູດປະຊາຊົນ ປະກອບສ່ວນເຂົ້າໃນການເສີມສ້າງມິດຕະພາບແລະ ການສ້າງອະນາຄົດຮ່ວມກັນຖືເປັນກົນໄກແຫ່ງການຮ່ວມມືມິດຕະພາບທີ່ທຸກຝ່າຍໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ, ທັງເປີດກວ້າງພັດທະນາເສດຖະກິດອາຊຽນ-ຈີນໃນທຸກດ້ານໂດຍຢຶດຖືເອົາມິດຕະພາບ ຂອງປະຊາຊົນໃນທົ່ວອາຊຽນ-ຈີນເປັນບຸລິມະສິດອັນດັບໜຶ່ງ.
ນອກຈາກເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນລາວຍັງໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງການສ້າງຕັ້ງສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດຄົບຮອບ70ປີຝ່າຍຈີນໃຫ້ກຽດເຂົ້າຮ່ວມ ແລະ ມີຄໍາເຫັນກ່າວເປີດໂດຍສະຫາຍHan Zheng, ຮອງປະທານປະເທດແຫ່ງສປຈີນ. ນອກນັ້ນ, ຍັງມີບັນດາປະທານ, ຮອງປະທານຂອງບັນດາສະມາຄົມມິດຕະພາບຕ່າງປະເທດກັບຈີນແລະອົງການຈັດຕັ້ງມິດຕະພາບເຂົ້າຮ່ວມ ຈາກ103ປະເທດຈຳນວນ300ກວ່າສະຫາຍ.
ການເຂົ້າຮ່ວມກອງປະຊຸມແລະສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດເປັນການປະກອບສ່ວນໃນການເສີມຂະຫຍາຍການພົວພັນຮ່ວມມືອາຊຽນ-ຈີນ, ຍັງເປັນການປະກອບສ່ວນຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ, ໝັ້ນຄົງຍາວນານຕາມ ທິດ 4ດີ ແລະ ຄູ່ຮ່ວມຊາຕາກຳ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຈີນທີ່ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງນັບມື້ກ້າວເຂົ້າສູ່ລວງເລິກ ແລະ ນໍາເອົາຜົນໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.
ຂ່າວ-ພາບ:ຄຕພ