ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ກົມຢາງພາລາຂອງກໍາປູເຈຍ ລາຍງານວ່າ: ກຳປູເຈຍສ້າງລາຍຮັບຈາກການສົ່ງອອກຢາງພາລາທຳມະຊາດລວມທັງໝົດ 394 ລ້ານໂດລາ ໃນໄລຍະເກົ້າເດືອນທຳອິດ ຂອງປີ 2024ເພີ່ມຂຶ້ນ18% ຈາກ 332.6 ລ້ານໂດລາ ໃນໄລຍະດຽວກັນຂອງປີ 2023.
ບົດລາຍງານລະບຸວ່າ: ກຳປູເຈຍ ສົ່ງອອກຢາງພາລາທຳມະຊາດ 248,535ໂຕນ ໃນໄລຍະເວລາດັ່ງກ່າວ ເພີ່ມຂຶ້ນ2.4% ຈາກ 242,654ໂຕນໃນໄລຍະດຽວກັນຂອງປີ 2023.
ທ່ານ ກຸນ ກາກາດາຮັກສາການອະທິບໍດີ ກົມຢາງພາລາຂອງກຳປູເຈຍ ລະບຸວ່າ: ລາຄາຈໍາໜ່າຍນ້ຳຢາງພາລາຕໍ່ໂຕນໃນໄລຍະ9 ເດືອນທຳອິດສະເລ່ຍຢູ່ທີ່ 1,586ໂດລາ ສູງຂຶ້ນປະມານ 215 ໂດລາ ຈາກປີກ່ອນ ໂດຍກຳປູເຈຍສົ່ງອອກຜະລິດຕະພັນຢາງພາລາທຳມະຊາດໄປຍັງປະເທດມາເລເຊຍ, ຫວຽດນາມ, ສິງກະໂປ ແລະຈີນ.
ປັດຈຸບັນ, ກໍາປູເຈຍ ມີເນື້ອທີ່ປູກຢາງພາລາ ທັງໝົດ407,172 ເຮັກຕາ, ໂດຍຕົ້ນຢາງພາລາ78.6% ແກ່ພໍຂີດເອົານໍ້າຢາງໄດ້ແລ້ວ.