ຂ່າວສານຊີອາໄອ ລາຍງານຫວ່າງມໍ່ໆມານີ້ວ່າ: ກອງປະຊຸມສຸດຍອດສາກົນກ່ຽວກັບການນຳໃຊ້ລະບົບເປີຍໂຕຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນຈູ່ໂຈວແຂວງຫູໜານຂອງຈີນ. ໃນໄລຍະຈັດກອງປະຊຸມໄດ້ປະກາດ “ປຶ້ມປົກສີຟ້າການພັດທະນາຂອງອຸດສາຫະກຳເປີຍໂຕ(2024)” ຢ່າງເປັນທາງການ.
ປຶ້ມປົກສີຟ້າໄດ້ສະແດງໃຫ້ເຫັນວ່າ: ການບໍລິການແລະຜະລິດຕະພັນທີ່ກ່ຽວຂ້ອງຂອງລະບົບເປີຍໂຕໄດ້ຖືກສົ່ງອອກໄປສູ່ 130 ກວ່າປະເທດ. ຈີນຕັ້ງໜ້າເຂົ້າຮ່ວມວຽກງານວາງມາດຕະຖານສາກົນ, ໄດ້ປະກາດມາດຕະຖານສາກົນທີ່ກ່ຽວຂ້ອງກັບລະບົບນຳທາງດາວທຽມເປີຍໂຕ້ຫຼາຍສະບັບຕາມລຳດັບ, ໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາແລະການນຳໃຊ້ອຸດສາຫະກຳຂົງເຂດການບິນພົນລະເຮືອນ, ດາວທຽມຄົ້ນຫາກອບກູ້, ວຽກງານທາງທະເລ, ໂທລະຄົມເຄື່ອນທີ່ແລະຂົງເຂດສຳຄັນອື່ນໆ.