ຂປລ. ເມື່ອບໍ່ດົນມານີ້, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານການລົງທຶນຂອງເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໂດຍໄດ້ຮັບການຕ້ອນຈາກ ທ່ານ ໂຈຄຸນ ປະທານກຸ່ມບໍລິສັດ ພັດທະນາເຂດເສດຖະກິດພິເສດບໍ່ເຕ່ນ ພ້ອມດ້ວຍຄະນະ.
ການລົງຊຸກຍູ້ວຽກງານຄັ້ງນີ້, ທ່ານລັດຖະມົນຕີ ໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງ 4 ກິດຈະການໃຫຍ່ ຂອງເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ຄື: ກິດຈະການທາງດ້ານການເງິນ, ດ້ານອຸດສາຫະກຳໂລຈິສຕິກ, ດ້ານການສຶກສາ, ການປິ່ນປົວສຸຂະພາບ, ດ້ານວັດທະນະທຳ ແລະ ທ່ອງທ່ຽວສາກົນ. ພ້ອມນີ້, ຍັງໄດ້ເຂົ້າຊົມຮູບພາບຈຳລອງ ແລະ ເຂດອຸດສາຫະກຳປຸງແຕ່ງ ຂອງເຂດເສດຖະກິດພິເສດດັ່ງກ່າວ.
ນອກຈາກນີ້, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນພ້ອມດ້ວຍຄະນະ ຍັງໄດ້ລົງເບິ່ງໂຄງການກໍ່ສ້າງຕຶກ ຂອງດ່ານກວດກາຄົນເຂົ້າ-ອອກເມືອງ ແລະ ດ່ານພາສີສາກົນຫຼັງໃໝ່ ແລະ ໂຄງການກໍ່ສ້າງເສັ້ນ ທາງ 12 ເລນ ທີ່ຈະສ້າງຢູ່ໜ້າດ່ານກວດກາຄົນເຂົ້າອອກເມືອງ ສາກົນບໍ່ເຕ່ນ, ຈຸດໂຄງການທີ່ຈະເຈາະອຸໂມງມິດຕະພາບນານໂພ ທີ່ຈະເຊື່ອມຕໍ່ລະຫວ່າງ ເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ-ບໍ່ຫານ ສປ ຈີນ ຊຶ່ງເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ແມ່ນເປັນພາກສ່ວນໜຶ່ງ ຂອງເຂດຮ່ວມມືລະຫວ່າງສອງລັດຖະບານ ລາວ-ຈີນ.