ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 27 ຕຸລາ ຜ່ານມາ, ສັບປະດາການທູດສີຂຽວ EU -ອາຊຽນ ປີ 2024 ໄດ້ຈັດຂຶ້ນຢູ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ໃນຫົວຂໍ້ “ການຫັນປ່ຽນສີຂຽວEU-ອາຊຽນ ເພື່ອໜ່ວຍໂລກຍືນຍົງ”. ມີຜູ້ຕາງໜ້າທີ່ມາຈາກບັນດາປະເທດ ອາຊຽນ, ສະຫະພາບເອີຣົບ (EU) ແລະ ບັນດາປະເທດສະມາຊິກ, ຊາວໜຸ່ມ, ເຍົາວະຊົນ ແລະ ຜູ້ມັກຮັກກິລາ ປະມານ500 ຄົນ ເຂົ້າຮ່ວມການແລ່ນ ຫຼື ຍ່າງເພື່ອເລີ່ມຕົ້ນສັບປະດາສີຂຽວ.
ທ່ານ ຊູຈິໂຣ ຊິມ ເອກອັກຄະລັດຖະທູດ ຄະນະປະຕິບັດງານ ສະຫະພາບ ເອີລົບ ປະຈຳ ອາຊຽນ ກ່າວຄຳເຫັນເປີດພິທີວ່າ: ສະຫະພາບເອີຣົບ ໃຫ້ຄຳໝັ້ນສັນຍາໜູນຊ່ວຍບັນດາຄູ່ຮ່ວມມື, ລວມທັງບັນດາປະເທດ ສະມາຊິກ ອາຊຽນ, ໃນວິວັດການຫັນປ່ຽນສີຂຽວ. ທ່ານ ຊູຈິໂຣ ຊິມເນັ້ນໜັກວ່າ: ເຫດການນີ້ແມ່ນສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ EU ໃນການສືບຕໍ່ຮ່ວມມືກັບ ອາຊຽນ ມຸ່ງໄປເຖິງອະນາຄົດສີຂຽວ, ຍືນຍົງ ແລະ ຮອບດ້ານກວ່າເກົ່າ.