ຂ່າວຕ່າງປະເທດລາຍງານໃນທ້າຍອາທິດ ຜ່ານມາວ່າ: ອຸນຫະພູມໃຈກາງນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເພີ່ມສູງຂຶ້ນເຖິງ 25.1 ອົງສາ ໃນເວລາ 09.53 ໂມງຂອງ24 ຕຸລາ ຜ່ານມາ,ເຮັດໃຫ້ນະຄອນຫຼວງໂຕກຽວມີມື້ທີ່ອຸນຫະພູມສູງເຖິງ 25 ອົງສາຫຼື ສູງກວ່າ ເປັນມື້ທີ 153 ຂອງປີນີ້ ຊຶ່ງຫຼາຍທີ່ສຸດແບບບໍ່ເຄີຍມີມາກ່ອນ.
ອຸນຫະພູມທີ່ສູງເຖິງ 25 ອົງສາ ຈັດຢູ່ໃນເກນທີ່ຖືກກຳນົດເປັນ “ວັນໃນໄລຍະລະດູຮ້ອນ” ໃນຍີ່ປຸ່ນ ໂດຍສະຖິຕິຈຳນວນມື້ດັ່ງກ່າວກ່ອນໜ້ານີ້ໃນນະຄອນຫຼວງໂຕກຽວ ຢູ່ທີ່ 143 ວັນ ໃນປີ 2023.
ເຈົ້າໜ້າທີ່ ອຸຕຸນິຍົມວິທະຍາ ເປີດເຜີຍວ່າ:ໃນໄລຍະຕອນເຊົ້າອາດກາດຍັງບໍ່ຫຼຸດຕໍ່າລົງ ແຕ່ກັບຮ້ອນຂຶ້ນ ພ້ອມກັບແສງແດດ ເນື່ອງຈາກລົມໜາວທີ່ພັດມາຈາກທິດຕາເວັນຕົກຍັງມາບໍ່ເຖິງໃຈກາງນະຄອນຫຼວງໂຕກຽວ.
ດ້ານສຳນັກງານອຸຕຸນິຍົມວິທະຍາ ຍີ່ປຸ່ນ ຄາດວ່າ: ອຸນຫະພູມນະຄ່ອຍໆຫຼຸດລົງເຫຼືອ 20-21 ອົງສາ ເລີ່ມຕັ້ງແຕ່ວັນທີ 25 ຕຸລາ ຊຶ່ງເປັນລະດັບດຽວກັບໃນໄລຍະປົກກະຕິ.