ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດ ຫວຽດນາມ ນຳໂດຍທ່ານພົນໂທ ເຈິ່ນກວັກຕໍ ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ນຳພາຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ ກູບາ.
ຂ່າວລະບຸວ່າ: ໃນການພົບປະເຈລະຈາຢ່າງເປັນທາງການ ກັບທ່ານ ພົນຕີ ລາຊາໂຣ ອັລເບີໂຕ ອັລບາເຮຊ ຄາຊ່າ ກຳມະການກົມການເມືອງລັດຖະມົນຕີກະຊວງພາຍໃນ ກູບາ, ສອງປະເທດແລກປ່ຽນ, ຕີລາຄາໝາກຜົນຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນກູບາ ທີ່ໄດ້ຮັບການລົງນາມແຕ່ປີ 2018 ແລະ ສະພາບການຮ່ວມມືລະຫວ່າງສອງອົງການໃນໄລຍະມໍ່ໆມານີ້.
ສອງຝ່າຍໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືເພື່ອແບ່ງປັນບົດຮຽນປະສົບການສ້າງກຳລັງ, ການກວດກາ, ຕິດຕາມກວດກາ, ສຶກສາບຳລຸງສ້າງ ແລະ ຄຸ້ມຄອງການເຂົ້າອອກເມືອງ ປະກອບສ່ວນປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສັງຄົມຂອງແຕ່ລະປະເທດ, ເພີ່ມທະວີການແລກປ່ຽນຄະນະປະຕິບັດງານທຸກຂັ້ນ ແລະ ນັກຊ່ຽວຊານໃນຫຼາຍຂົງເຂດຮ່ວມມື, ພ້ອມທັງສືບຕໍ່ຍູ້ແຮງການປະຕິບັດບັນດາເນື້ອໃນຂໍ້ຕົກລົງທີ່ໄດ້ຮັບການເຫັນດີເປັນເອກະພາບລະຫວ່າງສອງກະຊວງ.