ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ບົດລາຍ​ງານ​ໃໝ່​ຈາກ​ອົງການ​ສະ​ຫະປະຊາ​ຊາດ (UN) ເປີດ​ເຜີຍ​ໃຫ້​ຮູ້​ວ່າ:ການເຮັດວຽກຂອງລັດຖະບານປະເທດຕ່າງໆໃນປັດຈຸບັນ ຍັງຄົງເຮັດໃຫ້ໂລກຮ້ອນຂຶ້ນຫຼາຍກວ່າ 3 ອົງສາ ພາຍໃນປີ 2100.
ຂ່າວລະບຸວ່າ:ບົດລາຍ​ງານ​ສະບັບປະຈຳປີ ​ກ່ຽວ​ກັບ​ຊ່ອງ​ວ່າງ​ການ​ປ່ອຍແກັສ​ເຮືອນແກ້ວ​ສະບັບ​ໃໝ່​ຂອງ​UNເປີດເຜີຍວ່າ: ​ນະ​ໂຍບາຍ​ດ້ານ​ສະພາບ​ອາກາດທີ່ມີຢູ່​ໃນ​ປັດຈຸບັນ ຈະສົ່ງຜົນເຮັດໃຫ້ໂລກ​ຮ້ອນ​ຂຶ້ນ​ຫຼາຍ​ກວ່າ 3 ອົງສາ ພາຍໃນ​ທ້າຍສະຕະວັດນີ້.
ລາຍງານພົບວ່າ: ໂລກຈະປະສົບກັບພາວະໂລກຮ້ອນສູງເຖິງ 3.1 ອົງສາເຊ ຊຶ່ງສູງກວ່າລະດັບກ່ອນຍຸກອຸດສາຫະກຳ ພາຍໃນປີ 2100 ຖ້າລັດຖະບານປະເທດຕ່າງໆຍັງບໍ່ດຳເນີນການໃດໆໃຫ້ຫຼາຍຂຶ້ນ ເພື່ອຫຼຸດການປ່ອຍແກັສເຮືອນແກ້ວ.
ລະດັບດັ່ງກ່າວຖືວ່າຫຼາຍກວ່າເປົ້າໝາຍ ໃນຂໍ້ຕົກລົງປາຣີ ເຖິງ 2 ເທົ່າ, ໂດຍໃນປີ 2015 ລັດຖະບານປະເທດຕ່າງໆໄດ້ລົງນາມໃນຂໍ້ຕົກລົງ ແລະ ກຳນົດການຄວບຄຸມບໍ່ໃຫ້ອຸນຫະພູມໂລກຮ້ອນເກີນ 1.5 ອົງສາເຊ ຈາກລະດັບກ່ອນຍຸກອຸດສາຫະກຳ ເພື່ອປ້ອງກັນຜົນກະທົບອັນຕະລາຍ.
ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣສ ເລຂາທິການໃຫຍ່ອົງການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ: “ພວກເຮົາ​ກຳ​ລັງຢູ່ໃນພາວະໂລກກຳລັງປະສົບກັບບັນຫາ, ຜູ້ນຳໂລກຕ້ອງ​ພະ​ຍາ​ຍາມ​ຫຼຸດ​ຊ່ອງ​ວ່າງ​ການ​ປ່ອຍແກັສເຮືອນແກ້ວ ຫຼື ບໍ່ດັ່ງນັ້ນ ເຮົາກໍຈະ​ເຂົ້າສູ່ຫາຍະນະດ້ານສະພາບອາກາດ”.
ບົດ​ລາຍ​ງານລະບຸວ່າ: ​ການ​ປ່ອຍແກັສເຮືອນແກ້ວທົ່ວໂລກເພີ່ມຂຶ້ນ 1.3% ໃນ​ລະ​ຫວ່າງ​ປີ 2022 ຮອດ​ປີ 2023 ສູ່​ລະ​ດັບ​ສູງ​ສຸດ​ທີ່ 57.1 ກິ​ກະ​ຕັນ​ຂອງກາກບອນໄດອອກໄຊ​ທຽບ​ເທົ່າ ຊຶ່ງພາຍໃຕ້​ນະ​ໂຍ​ບາຍທີ່ມີໃນປັດຈຸບັນ, ອຸນຫະພູມຈະຍັງຄົງເພີ່ມຂຶ້ນ​ລະ​ຫວ່າງ 2.6-2.8 ອົງ​ສາ​ເຊ​ພາຍໃນປີ 2100.ປັດຈຸບັນໂລກມີອຸນຫະພູມເພີ່ມຂຶ້ນປະມານ 1.3 ອົງສາ ສູງກວ່າລະດັບກ່ອນຍຸກອຸດສາຫະກຳແລ້ວ.
ລາຍ​ງານລະບຸວ່າ: ປະເທດ​ຕ່າງ​ໆ​ຕ້ອງ​ຮ່ວມກັນ​ປັບ​ປຸງ​ແລະ ດຳເນີນການ​ຫຼຸດ​ຜ່ອນ​ການ​ປົດແກັສເຮືອນແກ້ວໃຫ້ໄດ້ 42% ຕໍ່ປີພາຍໃນ​ປີ 2030 ແລະ​ຫຼຸດໃຫ້ໄດ້ 57% ພາຍ​ໃນ​ປີ 2035 ຫາກຕ້ອງການປ້ອງກັນບໍ່ໃຫ້​ໂລກ​ຮ້ອນ​ເກີນ 1.5 ອົງ​ສາ​ເຊ​​ຊຶ່ງປັດຈຸບັນເປົ້າໝາຍດັ່ງກ່າວຄິດວ່າຍັງຫ່າງໄກ.