ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ຕຸລາ ຜ່ານມາວ່າ: ສະພາບໍລິຫານ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ ແຫ່ງຊາດຟີລິບປິນ ລາຍງານຈຳນວນຜູ້ເສຍຊີວິດຈາກນໍ້າຖ້ວມ ແລະ ດິນເຈື່ອນ ທີ່ມາຈາກພາຍຸເຂດຮ້ອນທຣາມິທີ່ພັດເຂົ້າຟີລິບປິນໃນອາທິດຜ່ານມາເພີ່ມຂຶ້ນເຖິງ 90 ຄົນ ແລະ ມີຜູ້ສູນຫາຍອີກຢ່າງນ້ອຍ 36 ຄົນ.
ລາຍງານລະບຸວ່າ:ທຣາມິເປັນພາຍຸໄຕ້ຝຸ່ນລູກທີ 11 ທີ່ພັດເຂົ້າຟີລິບປີນ ໃນປີ 2024 ສົ່ງຜົນກະທົບຕໍ່ ປະຊາຊົນ ໃນ 16 ພາກພື້ນຂອງປະເທດ ແລະ ຫຼາຍກວ່າ 5.7 ລ້ານຄົນ,ໂດຍສະເພາະພາກພື້ນບີໂກລແລະ ຄາລາບາໂຊນ ລວມເຖິງຫຼາຍພື້ນທີ່ທາງພາກກາງ ແລະ ພາກໃຕ້ຂອງປະເທດ.
ໜ່ວຍກູ້ໄພຟີລິບປິນ ເປີດເຜີຍວ່າ: ປະຊາຊົນຕິດຄ້າງຢູ່ຕາມທ່າເຮືອ 8,000 ກວ່າຄົນ, ດ້ານ ໜ່ວຍງານທີ່ກ່ຽວຂ້ອງກຳລັງເລັ່ງຄົ້ນຫາຜູ້ສູນຫາຍ 36 ຄົນຊຶ່ງອາດຖືກຝັງໄວ້ໃນເຫດດິນເຈື່ອນ ຫຼື ກະແສນ້ຳພັດພາໄປ.
ລາຍ​ງານ​ລະບຸຕື່ມວ່າ: ພາຍຸ​ທຣາມິສ້າງຄວາມເສຍຫາຍຕໍ່​ໂຄງ​ສ້າງ​ພື້ນ​ຖານ ປະມານ 825 ລ້ານ​ເປ​ໂຊ (ສະກຸນເງິນຟີລິບປິນ) ແລະ ສ້າງຄວາມເສຍຫາຍຕໍ່ຂະແໜງ​ກະ​ສິ​ກໍາ ປະມານ 1,432 ພັນ​ລ້ານ​ເປ​ໂຊ.