ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ທ່ານ ເມົາລາວີ ມຸສບາຮູດີນ ມຸສເຕນ ໂຄສົກກະຊວງກະສິກຳແລະ ຊົນລະປະທານ ຂອງອັຟການິສຖານ ເປີດເຜີຍວ່າ:ອັຟການິສຖານ ມີຟາມເຜິ້ງ3,397 ແຫ່ງ ຊຶ່ງຜະລິດນໍ້າເຜິ້ງໄດ້ 2,200ໂຕນຕໍ່ປີ ແລະກຳລັງພະຍາຍາມເພີ່ມປະລິມານການຜະລິດໃນອະນາຄົດ.
ກະຊວງກະສິກຳແລະ ຊົນລະປະທານ ກຳລັງເຮັດວຽກເຕັມທີ່ເພື່ອເພີ່ມຈຳນວນຟາມເຜິ້ງ ແລະ ຜະລິດຕະພັນນໍ້າເຜິ້ງ ດ້ວຍການສະໜັບສະໜູນດ້ານເຕັກນິກ ແລະ ການຝຶກອົບຮົມແກ່ຊາວກະສິກອນ.
ທ່ານ ມຸສເຕນ ກ່າວວ່າ: ຫຼາຍກວ່າ 3,000 ຄົນ ເພາະພັນ ແລະ ພັດທະນາຟາມເຜິ້ງໃນອັຟການິສຖານ ພ້ອມກ່າວຕື່ມວ່າ:ໜ່ວຍງານທີ່ກ່ຽວຂ້ອງກຳລັງພະຍາຍາມເພີ່ມການເກັບກ່ຽວຜົນຜະລິດໃຫ້ໄດ້ຫຼາຍຂຶ້ນ ແລະ ປັບປຸງຄຸນນະພາບນ້ຳເຜິ້ງ ແລະ ການຫຸ້ມຫໍ່ໃຫ້ມີມາດຕະຖານລະດັບສູງເພື່ອການສົ່ງອອກ.