ໃນອາທິດຜ່ານມາ, ອົງການແຄ ນາໆຊາດ ປະຈໍາ ສປປ ລາວ ສືບຕໍ່ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ບ້ານວຽງເໜືອ ຊຶ່ງມີ 291 ຫຼັງຄາເຮືອນ ແລະ ບ້ານ ປຸ່ງ-ທົ່ງຂວາ ມີ 153 ຫຼັງຄາເຮືອນ. ເຄື່ອງທີ່ນໍາມາມອບຄັ້ງນີ້ ປະກອບມີເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ-ບໍລິໂພກ, ຢາ ແລະ ເຄື່ອງໃຊ້ໃນຄົວເຮືອນ ລວມມູນຄ່າທັງໝົດ 56 ພັນກວ່າໂດລາສະຫະລັດ. ໃນນີ້ ມອບໃຫ້ 33 ບ້ານພາຍໃນ 3 ເມືອງຄື: ເມືອງຫຼວງນໍ້າທາ, ເມືອງນາແລ ແລະ ເມືອງລອງ ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການເເພດບໍ່ມີພົມແດນ ປະເທດສະວິດ ມອບໂດຍຕາງໜ້າອົງການແຄ ນາໆຊາດ ປະຈຳ ສປປ ລາວ ຮັບໂດຍຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.
(ຂ່າວ: ມຸນຕີ)