ໃນວັນທີ 25 ຕຸລາຜ່ານມາ, ທີ່ພະແນກແຜນການ ແລະ ການລົງທຶນແຂວງບໍ່ແກ້ວ ຈັດກອງປະຊຸມຄະນະຊີ້ນໍາຂັ້ນແຂວງ ຄັ້ງທີ I ຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂອງແຂວງບໍ່ແກ້ວ ແລະ ປະກາດຜົນການປັບປຸງປີຖານ ການຄິດໄລ GDP ໃໝ່ ແລະ ຜົນການຄິດໄລ່ GDP ຄືນຫຼັງ ແຕ່ປີ 2012-2023 ຂອງແຂວງບໍ່ແກ້ວ (ຕາມໂຄງການປີຖານໃໝ່ ປີ 2012) ໂດຍການເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ ຫົວໜ້າຄະນະຊີ້ນໍາຂັ້ນແຂວງ, ມີຄະນະຊີ້ນໍາຂັ້ນແຂວງ, ຫົວໜ້າຄະນະຊີ້ນໍາຂັ້ນເມືອງ, ຄະນະຫ້ອງການສໍາຫຼວດຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.
ການສໍາຫຼວດຄັ້ງນີ້, ແມ່ນການສໍາຫຼວດໃຫຍ່ລະດັບຊາດທີ່ມີຄວາມໝາຍ, ຄວາມສໍາຄັນທີ່ສຸດ ເພາະເປັນການເກັບກຳ ແລະ ຈົດນັບພົນລະເມືອງ ເພື່ອຕິດຕາມສະພາບການຂະຫຍາຍຕົວ, ປັດໄຈທີ່ສົ່ງຜົນກະທົບຕໍ່ກັບການຂະຫຍາຍຕົວຂອງພົນລະເມືອງໃນທຸກໆ 10 ປີ. ກໍານົດເອົາຄົວເຮືອນເປັນຫົວໜ່ວຍພື້ນຖານຂອງການສຳຫຼວດ ໂດຍນຳໃຊ້ວິທີການຈົດນັບສະມາຊິກຂອງຄົວເຮືອນ ແລະ ທຸກຄົນທີ່ອາໄສຢູ່ເປັນປະຈຳໃນ ສປປ ລາວ ຊຶ່ງກວມເອົາພົນລະເມືອງສັນຊາດລາວ, ຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ທຸກຄົນທີ່ເຄື່ອນໄຫວວຽກງານ ແລະ ສຶກສາຢູ່ຕ່າງປະເທດ, ກອງກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຄົນທີ່ບໍ່ມີທີ່ພັກອາໄສ.
ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການກະກຽມຄວາມພ້ອມດ້ານເນື້ອໃນ, ວິທີການ, ງົບປະມານ, ບາງບັນຫາ, ສິ່ງທ້າທາຍໃນການຈັດຕັ້ງປະຕິບັດການສຳຫຼວດຂອງທ່ານ ຈອມແພງ ວິໄລສານ ຮອງຫົວໜ້າຄະນະຊີ້ນໍາການສໍາຫຼວດພົນລະເມືອງຂັ້ນແຂວງ, ມອບໃຫ້ຄະນະຊີ້ນຳຂັ້ນແຂວງ, ຂັ້ນເມືອງ ສືບຕໍ່ນຳເອົາເນື້ອໃນຈິດໃຈ, ນິຕິກໍາທີ່ເຜີຍແຜ່ໃນກອງປະຊຸມຄັ້ງນີີ້ ໄປຈັດຕັ້ງຜັນຂະຫຍາຍ ເຜີຍແຜ່ໃຫ້ຄະນະຮັບຜິດຊອບໃນຂັ້ນຂອງຕົນຢູ່ໃນແຕ່ລະເມືອງຢ່າງທົ່ວເຖິງ ໂດຍສະເພາະແມ່ນພະນັກງານສະມາຊິກພັກ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນທຸກຊັ້ນຄົນໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ເພື່ອກະກຽມການເຂົ້າຮ່ວມບັັ້ນການສໍາຫຼວດໃນຄັ້ງນີ້ໃຫ້ໄດ້ຮັບຜົນດີ.
ວິທິການສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ໃນຄັ້ງນີ້ ແມ່ນຈະໄດ້ສໍາພາດໂດຍກົງນໍາຫົວໜ້າຄົວເຮືອນ ຫຼື ສະມາຊິກທີ່ມີອາຍຸ 15 ປີຂຶ້ນໄປ ທີ່ສາມາດສະໜອງຂໍ້ມູນຄົວເຮືອນຂອງຕົນ. ສໍາລັບເອກະສານ ແລະ ອຸປະກອນການສຳຫຼວດ ແມ່ນຈະນໍາໃຊ້ລະບົບການເກັບກຳຂໍ້ມູນດ້ວຍອຸປະກອນເອເລັກໂທນິກແທັບເລັດ (Tablets) ເພື່ອເກັບກຳຂໍ້ມູນ ໂດຍຜ່ານລະບົບໂປແກຼມກາປີ (CAPI); ກຳນົດເອົາວັນທີ 1 ມີນາ 2025 ເປັນເອກະພາບທົ່ວປະເທດ. ໄລຍະເວລາການເກັບກຳຂໍ້ມູນຕົວຈິງແມ່ນ 21 ວັນ ນັບແຕ່ວັນທີ່ 1-21 ມີນາ 2025 ໃຫ້ສໍາເລັດ.
(ຂ່າວ: ຄໍາເພັງ ສີສະຫວ່າງ)