ໃນລະຫວ່າງວັນທີ21-22 ຕຸລາຜ່ານມາທີ່ສວນອາຫານນາເດືອຍ ນະຄອນ-ຫຼວງພະບາງໄດ້ຈັດກິດຈະກຳແລ່ນວິບາກຫຼວງພະບາງ 2023ໂດຍມີທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງພ້ອມດ້ວຍຄະນະຮັບຜິດຊອບຈັດງານ, ແຂກຖືກເຊີນ, ນັກແລ່ນວິບາກທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມ 400 ກວ່າຄົນຈາກ 10 ປະເທດ. 
    ທ່ານ ເພັດຈຳພອນ ພອນສະດາ ຄະນະຮັບຜິດຊອບຈັດການແຂ່ງຂັນ ໄດ້ໃຫ້ສຳພາດວ່າ: ການຈັດກິດຈະກໍາຄັ້ງນີ້ ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວຂອງລາວ ໂດຍສະເພາະຢູ່ນະຄອນ-ຫຼວງພະບາງໃຫ້ມີບັນຍາກາດຄຶກຄື້ນທັງເຮັດໃຫ້ນັກທ່ອງທ່ຽວໄດ້ສໍາຜັດກັບບັນຍາກາດຄວາມອຸດົມສົມບູນທາງດ້ານທໍາມະຊາດ, ນິເວດນາໆພັນຂອງຫຼວງພະບາງນຳອີກ. ສຳລັບແຜນການໃນຕໍ່ໜ້າຈະປຸກລະດົມການມີສ່ວນຮ່ວມຂອງທຸກພາກສ່ວນເພື່ອຈັດການແຂ່ງຂັນໃນແຕ່ລະປີ ທັງຈະເຊີນຊວນເອົານັກທ່ອງທ່ຽວ, ນັກກິລາແລ່ນຈາກຫຼາຍປະເທດເຂົ້າມາຮ່ວມແຂ່ງຂັນໃຫ້ມີຄວາມຄຶກຄື້ນຂຶ້ນຕື່ມ.
    ກິດຈະກຳແລ່ນວິບາກຫຼວງພະບາງ 2023 ແມ່ນຄະນະຮັບຜິດຊອບຂອງບໍລິສັດທ່ອງທ່ຽວ ກຣີນດິສໂຄເວີລີລາວພ້ອມດ້ວຍເຄືອຂ່າຍບໍລິສັດຢູ່ຕ່າງປະເທດໄດ້ຮ່ວມກັນຈັດຂຶ້ນ.ຜ່ານມາໄດ້ຈັດກິດຈະກໍາແລ່ນວິບາກຫຼວງພະບາງຄັ້ງທີ 1 ໃນປີ 2019 ຢູ່ບ້ານທ່າແປ້ນ ເຂດນໍ້າຕົກຕາດກວາງຊີ, ສຳລັບຄັ້ງນີ້ຈັດຂຶ້ນເປັນຄັ້ງທີ 2 ປະກອບມີ 5 ລາຍການຄື: ໄລຍະທາງແລ່ນ104 ກິໂລແມັດ, 55 ກິໂລແມັດ, 30 ກິໂລແມັດ, 18 ກິໂລແມັດ ແລະ 8 ກິໂລແມັດ, ໂດຍມີນັກກິລາແລ່ນ 450 ຄົນຈາກ 10 ກວ່າປະເທດເຂົ້າຮ່ວມ. ທຸກລາຍການໄດ້ເລີ່ມອອກຈາກສວນອາຫານນາເດືອຍໄປຕາມເສັ້ນທາງຍ່າງປ່າທຳມະຊາດອ້ອມຮອບນ້ຳຕົກຕາດກວາງຊີ, ນໍ້າຕົກ ຕາດທອງ ແລະສວນນ້ຳດົງແລ້ວກັບຄືນເຂົ້າເສັ້ນໄຊຢູ່ຈຸດເລີ່ມຕົ້ນ. ສຳລັບຜູ້ເຂົ້າຮ່ວມການແລ່ນແມ່ນຈະໄດ້ຮັບໃບຢັ້ງຢືນ, ສະເພາະຜູ້ທີ່ເຂົ້າເສັ້ນໄຊກ່ອນແມ່ນໄດ້ຮັບຫຼຽນທີ່ລະນຶກ ພິເສດສຳລັບຜູ້ທີ່ສ້າງສະຖິຕິໃໝ່ແມ່ນໄດ້ຮັບຂັນລາງວັນ.
ຂ່າວ-ພາບ: ຫຼວງພະບາງ