ສະຫະພາບເອີຣົບປະຈຳ ສປປ ລາວ ຮ່ວມກັບ ຄູ່ຮ່ວມປະເທດຝຣັ່ງ, ເຢຍລະມັນ, ຮັງກາລີ, ອີຕາລີ ແລະ ແອັດສະປາຍ ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ແລະ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດງານແນະນຳທຶນການສຶກສາເອີຣົບຂຶ້ນໃນວັນທີ21 ຕຸລາຜ່ານມາ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງ ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ອຸດົມ ພອນຄຳເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງອີນາ ມາຈູລໍນີແຕ (Ina Marčiulionytė)ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮ່ວມ.
ການຈັດງານດັ່ງກ່າວແມ່ນໄດ້ເລີ່ມຈັດຢູ່ນະຄອນຫຼວງວຽງຈັນໃນວັນທີ 21 ຕຸລາ 2023 ແລະ  ໃນວັນທີ 25 ຕຸລາຈະຈັດຢູ່ແຂວງສະຫວັນນະເຂດ; ວັນທີ 27 ຕຸລາ ຈະຈັດຢູ່ແຂວງຈຳປາສັກ, ສ່ວນ ວັນທີ 10 ພະຈິກ ຈະຈັດຢູ່ແຂວງຫຼວງພະບາງ. ເພື່ອຊຸກຍູ້ສົ່ງເສີມໃຫ້ນັກສຶກສາໄດ້ຄົ້ນຫາໂອກາດທີ່ຈະສາມາດເຂົ້າຫາທຶນການສຶກສາໃນທະວີເອີຣົບ ຄື: ທຶນ Erasmus+ (ທຶນການສຶກສາຂອງ EU); DAAD (ທຶນການສຶກສາເຢຍລະມັນ); ທຶນການສຶກສາຝຣັ່ງຜ່ານ Campus France Stipendium  ແລະ Hungaricum (ທຶນການສຶກສາຮັງກາຣີ) ແລະ ຫຼາຍໂຄງການໃນອີຕາລີ ແລະ ແອັດສະປາຍ ຊຶ່ງເປັນການໃຫ້ໂອກາດນັກສຶກສາລາວ, ຄູ-ອາຈານ ແລະ ນັກຄົ້ນຄວ້າທັງໝົດ ໄດ້ມີໂອກາດເຂົ້າເຖິງທຶນ ແລະ ຮັບຮູ້ວິທີການສະໝັກທຶນຕ່າງໆໃນເອີຣົບ ເພື່ອໄປສຶກສາຕໍ່ເປັນເວລາ2 ປີ ດ້ວຍການໄດ້ຮັບທຶນການສຶກສາ.
    ໃນໂອກາດນີ້,ທ່ານ  ພຸດ ສີມມາລາວົງ ໄດ້ກ່າວວ່າ: ພວກເຮົາຕ້ອງການຊັບພະຍາກອນມະນຸດທີ່ມີຄຸນນະພາບ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ສະນັ້ນ ບັນດານັກສຶກສາ ແລະ ນັກຄົ້ນຄວ້າຂອງພວກເຮົາຈົ່ງສະໝັກ ແລະ ເພື່ອໄດ້ຮັບໂອກາດເຂົ້າຮຽນຢູ່ມະຫາວິທະຍາໄລເອີຣົບທີ່ມີຄຸນນະພາບສູງ ແລະ ນຳເອົາຄວາມຮູ້ອັນລ້ຳຄ່າມາພັດທະນາປະເທດ. ພ້ອມນີ້ ທ່ານ ນາງ ອີນາ ມາຈູລໍນີແຕກ່າວວ່າ: ການສຶກສາໃນເອີຣົບ ເປັນໂອກາດທີ່ດີ ຈະບໍ່ພຽງແຕ່ໄດ້ຮຽນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ແຕ່ຍັງຈະໄດ້ຮັບປະສົບການທີ່ດີ ແລະ ໄດ້ແລກປ່ຽນວັດທະນະທໍາທີ່ແຕກຕ່າງກັນ, ຮຽນຮູ້ ແລະ ເວົ້າພາສາທີ່ແຕກຕ່າງກັນ ຊຶ່ງສິ່ງດັ່ງກ່າວຈະເຮັດໃຫ້ນັກສຶກສາມີປະສົບການ ແລະ ເປັນສິ່ງດຶງດູດຫຼາຍຂຶ້ນໃນຕະຫຼາດແຮງງານລາວ ແລະ ຕ່າງປະເທດ.    ງານຄັ້ງນີ້ປະກອບມີຫຼາຍກິດຈະກຳ ເປັນຕົ້ນກິດຈະກຳໃຫ້ຄວາມຮູ້ກ່ຽວກັບທຶນຕ່າງໆຂອງເອີຣົບ ພ້ອມນັ້ນຍັງມີຜູ້ທີ່ໄດ້ຮັບທຶນແລ້ວມາເລົ່າປະສົບການ, ແລກປ່ຽນຄວາມຮູ້ ແລະ ຍັງມີກິດຈະກຳຖາມຕອບຮັບຂອງລາງວັນຕະຫຼອດງານຕື່ມອີກ.
ຂ່າວ-ພາບ: ຍຸພິນທອງ