ກອງປະຊຸມຜູ້ບໍລິຫານການສຶກສາແລະກິລາປະຈຳສົກຮຽນ 2022-2023ທົ່ວເມືອງແກ່ນທ້າວແຂວງໄຊຍະບູລີໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນຫ້ອງວ່າການເມືອງເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ຮອງເຈົ້າເມືອງແກ່ນທ້າວ, ມີທ່ານສົມພອນ ຈິນດາວົງ ຫົວໜ້າຫ້ອງການສຶກສາທິການແລະກິລາເມືອງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ກອງປະຊຸມໄດ້ຍົກໃຫ້ເຫັນຜົນສໍາເລັດການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2022-2023ຊຶ່ງມະຕິສະພາວາງອອກມີ 15 ຄາດໝາຍ 19 ຕົວຊີ້ບອກ,ສຶກສາເມືອງແກ່ນທ້າວສາມາດບັນລຸແລ້ວ 17 ຕົວຊີ້ບອກ ຍັງ 2 ຕົວຊີ້ບອກບໍ່ທັນບັນລຸ. ສັງລວມບັນຫາສິ່ງທ້າຍ, ສາເຫດ ແລະ ແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2023-2024,ຜ່ານຄໍາສັ່ງແນະນຳຂອງພະແນກສຶກສາທິການ ແລະ ກິລາແຂວງ ສະບັບເລກທີີ 3412 ວ່າດ້ວຍການຈັດຕັ້ງປະຕິບັດຫຼັກສູດສາຍສາມັນສຶກສາປະຈຳສົກຮຽນ 2023-2024 ແລະ ຜ່ານບົດວິໄຈສະພາບການສຶກສາ ແລະ ກິລາປະຈໍາສົກຮຽນ 2022-2023. ປັດຈຸບັນຫ້ອງການສຶກສາທິການ ແລະ ກິລາເມືອງແກ່ນທ້າວ ມີໂຮງຮຽນທັງໝົດ 84 ແຫ່ງ ທຽບໃສ່ສົກຮຽນຜ່ານມາຫຼຸດລົງ 2ແຫ່ງ. ໃນນີ້ໂຮງຮຽນລ້ຽງເດັກ-ອະນຸບານ 30 ແຫ່ງ, ປິດຊົ່ວຄາວ2 ແຫ່ງ, ໂຮງຮຽນປະຖົມສຶກສາ 44 ແຫ່ງ, ມັດທະຍົມສຶກສາຕອນຕົ້ນ 4 ແຫ່ງ, ມັດທະຍົມສົມບູນ 6 ແຫ່ງ, ມີພະນັກງານທັງໝົດ 350 ກວ່າຄົນ ຍິງ 170 ກວ່າຄົນ. 
    ໂອກາດນີ້, ທ່ານ ຄໍາປຸ່ນ ນວນສະບັບ ໄດ້ຍົກໃຫ້ເຫັນດ້ານດີ,ດ້ານອ່ອນແລະຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານການສຶກສາໃນໄລຍະຜ່ານ ແລະ ຮຽກຮ້ອງໃຫ້ພະນັກງານຄູ-ອາຈານເອົາໃຈໃສ່ການປະຕິບັດກົດລະບຽບລັດຖະກອນເຊັ່ນ: ການປະຈໍາການຂອງຄູ, ການຈັດຕັ້ງການຮຽນ-ການສອນ, ເພີ່ມທະວີການແຕ່ງບົດສອນ, ສອນໃຫ້ຄົບຫຼັກສູດ, ເອົາໃຈໃສ່ການຮຽນ-ການສອນໃນຂັ້ນຮຽນສຸດທ້າຍ (ປ.5,ມ.4, ມ.7)ແລະ ປະກົດການຫຍໍ້ທໍ້ຕ່າງຂອງນັກຮຽນ,ໃຫ້ຜູ້ບໍລິຫານການສຶກສາແຕ່ລະຂັ້ນເພີ່ມຄວາມເອົາໃຈໃສ່ຈັດຕັ້ງຂະບວນການແຂ່ງຂັນກິລາພາຍໃນໂຮງຮຽນ, ການສະແດງສິລະປະ, ປຸກລະດົມທຶນຮອນເຂົ້າໃນການບູລະນະໂຮງຮຽນ, ການຈັດຊື້ອຸປະກອນການຮຽນ-ການສອນໃຫ້ພຽງພໍ, ເອົາໃຈໃສ່ໃນການປະຕິບັດນະໂຍບາຍທາງດ້ານການເງິນ, ການຍ້ອງຍໍຂັ້ນຕ່າງໆໃຫ້ຄູສອນ ແລະ ເອົາໃຈໃສ່ສ້າງບຸກຄະລາກອນສືບທອດປ່ຽນແທນແລະ ອື່ນໆ.
ຂ່າວ-ພາບ: ແກ່ນທ້າວ