ພິທີເປີດງານມະຫະກຳກິລາເອຊຽນເກມ ຄັ້ງທີ 19 ທີ່ນະຄອນຫາງໂຈ່ວ ແຂວງເຈີ້ຈ່ຽງ ສປ ຈີນ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນຄໍ່າຂອງວັນທີ 23 ກັນຍາ ຜ່ານມາ, ການແຂ່ງຂັນໃນຄັ້ງນີ້ຈະດຳເນີນລະຫວ່າງ ວັນທີ 22 ກັນຍາ ຫາ 8 ຕຸລາ 2023 ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ນຳພາທີມນັກກິລາເຂົ້າຮ່ວມງານແຂ່ງຂັນ 16 ປະເພດກິລາ ຄື: ກິລາວູຊູ, ກະຕໍ້, ລົດຖີບ, ເທຄວັນໂດ, ມວຍສາກົນ, ຢູໂດ, ແລ່ນ-ລານ, ລອຍນໍ້າ, ກາຣາເຕໂດ, ມວຍປໍ້າ, ຈຸຈິດຊູ, ກັອບ, ອີສະປອດ, ຢິມນາສຕິກ, ເບສບອນ ແລະ ຍິງປືນ ມີນັກກິລາທັງໝົດ 152 ຄົນ.
ສຳລັບງານມະຫະກໍາແຂ່ງຂັນກິລາ ເອຊຽນ ພາຣາເກມ ຄັ້ງທີ 4 ທີ່ຫາງໂຈວ ສປ ຈີນ ຈະຈັດຂຶ້ນໃນວັນ ທີ 22-28 ຕຸລາ 2023 ຊຶ່ງມີບັນດາປະເທດໃນຂົງເຂດທະວີບອາຊີເຂົ້າ ຮ່ວມ ທັງໝົດ 45 ປະເທດ ການແຂ່ງຂັນຄັ້ງນີ້ ເຈົ້າພາບໄດ້ກໍານົດເອົາປະເພດກິລາແຂ່ງຂັນ ທັງໝົດ 22 ປະເພດ ສໍາລັບ ສປປ ລາວ ໄດ້ມີການຄັດເລືອກ ແລະ ກຳນົດເອົາປະເພດກິລາ ທີ່ໄດ້ຜ່ານການເຂົ້າຮ່ວມແຂ່ງຂັນຄັດເລືອກສະສົມຄະແນນ ໃນລາຍການແຂ່ງຂັນຊີງແຊັມໂລກ, ຊີງແຊັມທະວີບ ມີ 5 ປະເພດ ຄື: ແລ່ນ-ລານ, ລອຍນໍ້າ, ຍົກນໍ້າໜັກ, ລົດຖີບ ແລະ ບານບ້ວງລໍ້ເລື່ອນ (ທີມຍິງ) ມີນັກກິລາ 41 ຄົນ ຍິງ 28 ຄົນ.
ຂ່າວ: ຕຸໄລເພັດ