ຫວ່າງບໍ່ດົນມານີ້ ທີ່ສະໂມສອນເມືອງແມດ ແຂວງວຽງຈັນໄດ້ຈັດກອງປະຊຸມຝຶກອົບຮົມຄວາມຮູ້ດ້ານຄອມພີວເຕີໃຫ້ຜູ້ບໍລິຫານການສຶກສາຂັ້ນໂຮງຮຽນປະຖົມທົ່ວເມືອງເພື່ອຍົກສູງຄຸນນະພາບການຮຽນ-ການສອນໂດຍການເປັນປະທານຂອງທ່ານ ໄມເສົາ ພົມມະຈັກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີທ່ານ ຄຳຮຽນ ອິນທະຫວາ ປະທານມູນນິທິການສຶກສາເພື່ອການພັດທະນາ (EDF-LAO) ມີຜູ້ບໍລິຫານການສຶກສາຂັ້ນໂຮງຮຽນປະຖົມທົ່ວເມືອງເຂົ້າຮ່ວມ.
    ຊຸດຝຶກອົບຮົມໃນຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 73ຄົນຍິງ 15 ຄົນ ປະກອບມີ 3 ລະດັບຄື: ລະດັບເລີ່ມຕົ້ນ30 ບົດ, ລະດັບກາງມີ 30 ບົດ, ລະດັບສູງມີ 30 ບົດລວມ90 ບົດຢູ່ໃນເຄື່ອງຊ່ວຍສອນພາສາອັງກິດແບບໂມໂມຊາຍ (MOMOSign). ສຳລັບຄູຝຶກມາຈາກມູນນິທິການສຶກສາເພື່ອການພັດທະນາແລະ ພະແນກສຶກສາທິການ ແລະ ກິລາແຂວງ.ການຝຶກອົບຮົມໄດ້ຮຽນພາກທິດສະດີ ແລະ ປະຕິບັດຕົວຈິງໄປພ້ອມ.    ຈຸດປະສົງເພື່ອຍົກສູງຄຸນນະພາບການຮຽນ-ການສອນໃນທົ່ວເມືອງໂດຍສະເພາະການນຳໃຊ້ອຸປະກອນທີ່ທັນສະໄໝໃຫ້ມີປະສິດທິພາບ ປະສິດທິຜົນ, ເໝາະກັບສະພາບການຮຽນ-ການສອນໂດຍເອົານັກຮຽນເປັນໃຈກາງ ຊຶ່ງເປັນວິທີການໃໝ່ທີ່ດຶງດູດຄວາມສົນໃຈຂອງນັກຮຽນຫຼາຍຂຶ້ນ ໂດຍວິທີການສອນພາສາອັງກິດແບບໃໝ່ ແລະ ເໝາະສົມກັບຄູ-ອາຈານທີ່ບໍ່ເຄີຍສອນພາສາອັງກິດມາກ່ອນ ເພື່ອໃຫ້ການສອນພາສາອັງກິດແບບໂມໂມຊາຍມີຄວາມສະດວກເຂົ້າໃຈງ່າຍຂຶ້ນ.
ຂ່າວ-ພາບ: ເມືອງແມດ ບຸນລ້ອມ