ໃນຕອນເຊົ້າຂອງວັນທີ 21 ມັງກອນ ນີ້, ພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງນະຄອນຫຼວງໂຕກຽວປະເທດຍີ່ປຸ່ນ ເພື່ອດໍາເນີນການຢ້ຽມຢາມເຮັດວຽກທາງການ ແຕ່ວັນທີ 21-23 ມັງກອນ 2025ຊຶ່ງຖືກຕ້ອນຮັບໂດຍ ທ່ານ ມິຢາຊີຕະ ທະດາຢູກິ(MIYASHITA Tadayuki) ຫົວໜ້າກົມພິທີການທູດກະຊວງການຕ່າງປະເທດ ຍີ່ປຸ່ນ ແລະ ຄະນະ ພ້ອມດ້ວຍຄະນະນໍາ ແລະ ພະນັກງານຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ການຢ້ຽມຢາມຄັ້ງນີ້ ແມ່ນຕອບຮັບຕາມການເຊື້ອເຊີນຂອງ ພະນະທ່ານ ອິຊິບະ ຊິເງະຣຸນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ.
ໃນໄລຍະເຄື່ອນໄຫວຢ້ຽມຢາມຢູ່ປະເທດຍີ່ປຸ່ນຄັ້ງນີ້, ພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເຂົ້າຢ້ຽມຂໍ່ານັບ ສົມເດັດ ອົງມຸງກຸດຣາຊະກຸມມານ ອາກິຊິໂນະ ແຫ່ງ ປະເທດຍີ່ປຸ່ນ; ພົບປະສຸດຍອດສອງຝ່າຍກັບ ພະນະທ່ານ ອິຊິບະ ຊິເງະຣຸນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ; ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ລາວ-ຍີ່ປຸ່ນແລະ ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ.
(ຂ່າວ-ພາບ: ກຕທ)