ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມີນາ ຜ່ານມາວ່າ: ກອງກໍາລັງຕໍາຫຼວດ, ໜ່ວຍງານຄຸ້ມຄອງດ້ານການເງິນ ແລະ ອົງການຄວາມປອດໄພທາງໄຊເບີຂອງສິງກະໂປ ໄດ້ອອກຄໍາເຕືອນກ່ຽວກັບມິດສາຊີບໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເພື່ອປອມຕົວເປັນຜູ້ບໍລິຫານລະດັບສູງ ແລະ ຫຼອກລວງພະນັກງານໃຫ້ໂອນເງິນຂອງບໍລິສັດ. ໂດຍຮຽກຮ້ອງໃຫ້ພາກທຸລະກິດໃຊ້ມາດຕະການຢືນຢັນຕົວຕົນສໍາລັບການໂທວິດີໂອ ແລະ ຂໍ້ຄວາມ ໂດຍສະເພາະເມື່ອມາຈາກຜູ້ບໍລິຫານລະດັບສູງ ຫຼື ຜູ້ມີສ່ວນຮ່ວມທີ່ສໍາຄັນ.
ລາຍງານລະບຸວ່າ: ຜູ້ເຄາະຮ້າຍອາດຈະໄດ້ຮັບຂໍ້ຄວາມຈາກມິດສາຊີບທີ່ປອມຕົວເປັນຜູ້ບໍລິຫານ. ຈາກນັ້ນຈະຖືກເຊີນໃຫ້ເຂົ້າຮ່ວມການໂທດ້ວຍວິດີໂອ ຊຶ່ງ AI ຈະປ່ຽນຮູບຮ່າງໜ້າຕາຂອງມິດສາຊີບໃຫ້ມີລັກສະນະຄືກັບຜູ້ບໍລິຫານຕົວຈິງຂອງບໍລິສັດນັ້ນ.
ໃນບາງກໍລະນີ, ມິດຊາຊີບ ຍັງປອມຕົວເປັນເຈົ້າໜ້າທີ່ລັດຖະບານ ຫຼື ນັກລົງທຶນທີ່ມີທ່າອ່ຽງລົງທຶນ. ໃນຂະນະທີ່ຜູ້ເຄາະຮ້າຍບາງຄົນຖືກຫຼອກລວງໃຫ້ເປີດເຜີຍຂໍ້ມູນສ່ວນຕົວທີ່ສຳຄັນເຊັ່ນ: ລາຍລະອຽດໜັງສືຜ່ານແດນ.