
ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມີນາ ຜ່ານມາວ່າ: ທ່ານ ຣັດຊາມັດ ປາມບູດີ ລັດຖະມົນຕີກະຊວງແຜນການພັດທະນາແຫ່ງຊາດອິນໂດເນເຊຍ ເປີດເຜີຍວ່າ: ລັດຖະບານອິນໂດເນເຊຍໄດ້ວາງເປົ້າໝາຍການເຕີບໂຕຂອງເສດຖະກິດໃນປີ 2026 ໃຫ້ຢູ່ທີ່ 6.3%.
ແຜນການເຮັດວຽກຂອງລັດຖະບານອິນໂດເນເຊຍ ປີ 2026 ຍັງໄດ້ວາງເປົ້າໝາຍການພັດທະນາທີ່ສຳຄັນອື່ນໆ ຄື: ການເພີ່ມລາຍຮັບປະຊາຊົນຕໍ່ຫົວຄົນ ໃຫ້ເປັນ 5.870 ໂດລາ, ຫຼຸດຜ່ອນຄວາມເຂັ້ມຂຸ້ນການປ່ອຍແກ໊ສເຮືອນແກ້ວລົງ 37.14%, ປັບປຸງດັດຊະນີຄຸນນະພາບສິ່ງແວດລ້ອມໃຫ້ເຖິງ 76.67, ຫຼຸດຜ່ອນອັດຕາຄວາມທຸກຍາກໃຫ້ຢູ່ໃນລະດັບ 6.5-7.5%, ຮັກສາອັດຕາຄວາມບໍ່ສະເໝີພາບຂອງລາຍຮັບຕາມອັດຕາສ່ວນ (Gini ratio) ລະຫວ່າງ 7.30-7.30 ແລະ ຍົກລະດັບດັດຊະນີທຶນມະນຸດເປັນ 0.57.
ທ່ານ ຣັດຊາມັດ ກ່າວໃນກອງປະຊຸມກ່ຽວກັບທິດທາງນະໂຍບາຍການວາງແຜນພັດທະນາປີ 2026 ວ່າ: ເມື່ອເສດຖະກິດເຕີບໂຕໃນລະດັບສູງ. ການພັດທະນາຈະມີຄວາມສະເໝີພາບຫຼາຍຂຶ້ນ, ຄວາມບໍ່ສະ ເໝີພາບຈະຫຼຸດລົງ ແລະ ພວກເຮົາຫວັງວ່າປະຊາຊົນຈະມີຊີວິດການເປັນຢູ່ທີ່ດີກວ່າເກົ່າ. ທ່ານກ່າວຕື່ມວ່າ, ການເຕີບໂຕດ້ານເສດຖະກິດຂອງແຕ່ລະພາກພື້ນແມ່ນແຕກຕ່າງກັນ, ໂດຍຄາດວ່າອິນໂດເນເຊຍຕາເວັນອອກຈະມີອັດຕາເຕີບໂຕ 6.1%, ໃນຂະນະທີ່ອິນໂດເນເຊຍຕາເວັນຕົກຄາດວ່າຈະມີອັດຕາການເຕີບໂຕ 7.1%.
ແຜນປະຕິບັດງານຂອງລັດຖະບານຈະສຸມໃສ່ການສ້າງວຽກເຮັດງານທຳ ແລະ ເພີ່ມປະສິດທິພາບການຜະລິດໂດຍຜ່ານໂຄງການຍຸດທະສາດຕ່າງໆ ເພື່ອຮັບປະກັນການຂະຫຍາຍຕົວທາງດ້ານເສດຖະກິດດຳເນີນໄປແບບຍືນຍົງ, ໂດຍມີຫຼາຍເປົ້າໝາຍທີ່ສຳຄັນເຊັ່ນ: ການເພິ່ງພາຕົນເອງດ້ານສະບຽງອາຫານ ແລະ ພະລັງງານ, ການຫັນເປັນດີຈີຕອນ ແລະ ການປະຕິຮູບລະບົບລັດຖະກອນ ຊຶ່ງຄາດວ່າຈະຊ່ວຍເສີມສ້າງທ່າແຮງການຟື້ນຟູເສດຖະກິດ ແລະ ຊຸກຍູ້ການເຕີບໂຕໃນໄລຍະຍາວ.