
ໂດຍ: ສ.ບຸດປະຊາ
ກະຊວງກະສິກຳ ແລະ ປ່າໄມ້ (ກປ) ລວມເຖິງພາກສ່ວນກ່ຽວຂ້ອງ ໄດ້ເອົາໃຈໃສ່ຕໍ່ການຄຸ້ມຄອງທີ່ດິນກະສິກັບ ຄຽງຄູ່ກັບການພັດທະນາເນື້ອທີ່ດິນກະສິກຳ ແລະ ຄຸ້ມຄອງການນໍາໃຊ້ປັດໄຈການຜະລິດ ໂດຍໄດ້ສຸມໃສ່ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນ, ຜູ້ປະກອບການດ້ານກະສິກຳ ມີການຜະລິດ ແລະ ພັດທະນາໂຮງງານຝຸ່ນ ໃຫ້ຈັດຕັ້ງປະຕິບັດຖືກຕາມຫຼັກວິຊາການ ແລະ ກົນໄກການຄຸ້ມຄອງ ເຮັດໃຫ້ການຜະລິດ, ການສະໜອງຝຸ່ນ ເພື່ອນໍາໃຊ້ພາຍໃນໃຫ້ຫຼາຍຂຶ້ນ ແລະ ແນໃສ່ຫຼຸດຜ່ອນການນໍາເຂົ້າ.
ການພັດທະນາທີ່ດິນກະສິກຳ ແລະ ຄຸ້ມຄອງການນໍາໃຊ້ປັດໄຈການຜະລິດ ໃນປີຜ່ານມາ ກະຊວງ ກປ ໄດ້ປະສານສົມທົບກັບບັນດາຊາວກະສິກອນ ແລະ ຜູ້ປະກອບການ ໃນການຜະລິດຝຸ່ນ ສາມາດຜະລິດຝຸ່ນອົງຄະທາດ/ຊີວະພາບ ໄດ້ 1.3 ລ້ານໂຕນ ເທົ່າກັບ 65% ຂອງແຜນການຄວາມຕ້ອງການ (2 ລ້ານໂຕນ); ການຂຽນປຶ້ມຄູ່ມື ແລະ ຄໍາແນະນໍາ ຈໍານວນ 6 ສະບັບ ຄື: ວິທີປັບປຸງດິນ, ຍົກສະມັດຖະພາບຜົນຜະລິດ, ວິທີການລ້ຽງ ແລະ ນໍາໃຊ້ຝຸ່ນຂີ້ກະເດືອນ, ວິທີການຜະລິດ ແລະ ນໍາໃຊ້ຝຸ່ນອົງຄະທາດ, ວິທີເກັບຕົວຢ່າງ ແລະ ວິໄຈດິນພາກສະໜາມ, ການຈັດການດິນເຂດຄ້ອຍຊັນ; ສຳເລັດການລົງແນະນໍາ ການໃສ່ຝຸ່ນວິທະຍາສາດ ເພື່ອຍົກສະມັດຖະພາບເຂົ້າໄຮ່ໃຫຍ່ ເປັນຕົ້ນແມ່ນ ລົງແນະນໍາໃຫ້ໂຄງການພັດທະນາຊົນລະກະເສດ ແລະ ພັດທະນາຊົນນະບົດຮອບດ້ານ ລາວ - ສ ເກົາຫຼີ ທີ່ເມືອງສອງຄອນ ແຂວງສະຫວັນນະເຂດ. ພ້ອມດຽວກັນນີ້, ກໍມີຜົນງານໃນດ້ານການວິໄຈດິນ, ພືດ, ຝຸ່ນ ແລະ ນໍ້າ ໃນເຂດການຜະລິດກະສິກຳ ໂດຍໃຫ້ການບໍລິການວິໄຈດິນ, ພືດ, ຝຸ່ນ ແລະ ນໍ້າ ໄດ້ທັງໝົດ 1,248 ຕົວຢ່າງ ມີ 7,025 ຜົນວິໄຈ; ໃນນັ້ນ, ວິໄຈດິນ 982 ຕົວຢ່າງ ມີ 6,015 ຜົນວິໄຈ, ວິໄຈຝຸ່ນ 169 ຕົວຢ່າງ ມີ 688 ຜົນວິໄຈ, ວິໄຈນໍ້າໜັກ 7 ຕົວຢ່າງ ມີ 46 ຜົນວິໄຈ, ວິໄຈພືດ 80 ຕົວຢ່າງ ມີ 253 ຜົນວິໄຈ ແລະ ວິໄຈນໍ້າ 10 ຕົວຢ່າງ ມີ 23 ຜົນວິໄຈ.
ບັນດາຜົນງານດັ່ງກ່າວ, ເປັນບາງຜົນສຳເລັດພົ້ນເດັ່ນ ໃນການດຳເນີນວຽກສະໜັບສະໜູນໃຫ້ແກ່ບັນດາແຜນງານຂອງກະຊວງ ກປ ກໍຄືຂະແໜງ ກປ ໃນທົ່ວປະເທດ ທີ່ໄດ້ເອົາໃຈໃສ່ເພື່ອຮັບປະກັນໃຫ້ການນໍາໃຊ້ທີ່ດິນກະສິກຳ ເປັນໄປຢ່າງມີປະສິດທິພາບ, ປະສິທິຜົນ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ມີຄວາມຍືນຍົງ ປະກອບສ່ວນເຂົ້າໃນການຊຸກຍູ້ ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ຂອງຊາຊົນໃຫ້ດີຂຶ້ນ.