ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສ້າງຂີດຄວາມສາມາດໃຫ້ແກ່ທີມງານວິຊາການ 3 ວິທະຍາໄລ (ວລ) ຄູເປົ້າໝາຍ ທາງດ້ານທັກສະໃນການໃຫ້ຄໍາປຶກສາຂຶ້ນພ້ອມກັນ ເມື່ອບໍ່ດົນມານີ້ ທີ່ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ, ມີວິທະຍາໄລຄູສະຫວັນນະເຂດ ແລະ ວິທະຍາໄລຄູຫຼວງນໍ້າທາ ເຂົ້າຮ່ວມ.
ການຝຶກອົບຮົມແມ່ນສ່ວນໜຶ່ງຂອງກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສໍາລັບທີມງານວິຊາການໃນ 3 ວິທະຍາໄລຄູເປົ້າໝາຍ ທີ່ຈັດໂດຍກົມການສ້າງຄູ ກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານບີຄວາ. ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ໄດ້ສ້າງຕັ້ງຂຶ້ນ ໂດຍການສະໜັບສະໜູນຜ່ານແຜນງານບີຄວາ ເພື່ອຮັບປະກັນການສະໜັບສະໜູນວຽກງານ CPD ຢູ່ໃນໂຮງຮຽນ ແລະ ແທດເໝາະກັບຄວາມຕ້ອງການຂອງຄູໃນ 7 ແຂວງເປົ້າໝາຍ (ຫຼວງນໍ້າທາ, ຜົ້ງສາລີ, ບໍ່ແກ້ວ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ ແລະ ຄຳມ່ວນ).
ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງ ສຶກສາທິການ ແລະ ກິລາ ໄດ້ກ່າວ ວ່າ: ວິທະຍາໄລຄູ ຈະນໍາພາການເສີມສ້າງຂີດຄວາມສາມາດຂອງຜູ້ເຮັດວຽກສຶກສານິເທດພາຍໃນ ເພື່ອຊ່ວຍເຫຼືອຄູຊັ້ນປະຖົມສຶກສາໃຫ້ມີຄຸນນະພາບສູງ. ລັດຖະບານອົສຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານບີຄວາ ໄດ້ສະໜັບສະໜູນການຈັດຝຶກອົບຮົມທີ່ຕ້ອງການໂດຍທີມງານວິຊາການຈາກວິທະຍາໄລຄູ ເພື່ອປະຕິບັດພາລະບົດບາດທີ່ສໍາຄັນນີ້. ການຝຶກອົບຮົມແມ່ນຝຶກໃຫ້ໂດຍທີມຜູ້ຊ່ຽວຊານວຽກງານຝຶກອົບຮົມຄູຂອງແຜນງານບີຄວາ.
ທ່ານ ບົວສອນ ແສງມະນີ ທີມງານວິຊາການຂອງວິທະຍາໄລຄູຫຼວງນໍ້າທາ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ມີຄວາມສຳຄັນ ແລະ ເປັນປະໂຫຍດຫຼາຍສຳລັບທີມງານວິຊາການຂອງວິທະຍາໄລຄູ. ຄວາມຮູ້ ແລະ ຄວາມເຂົ້າໃຈທີ່ພວກເຮົາໄດ້ຮັບຄັ້ງນີ້, ແມ່ນເປັນປະ ໂຫຍດສໍາລັບພະນັກງານ ເພື່ອໃຫ້ການຊ່ວຍເຫຼືອດ້ານເຕັກນິກວິຊາການແກ່ຜູ້ເຮັດວຽກສຶກສານິເທດພາຍໃນ ທີ່ຈະໃຫ້ການຊ່ວຍເຫຼືອຄູເພື່ອປັບປຸງການສອນບົດຮຽນຂອງພວກເຂົາ ໂດຍນຳໃຊ້ຫຼັກສູດສະບັບປັບປຸງໃໝ່.
ຂ່າວ-ພາບ: ແຜນງານບີຄວາ