ວັນທີ 31 ຕຸລາ ນີ້ ທີ່ພະແນກສຶກສາທິການ ແລະ ກິລາ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຜ່ານຮ່າງບົດບັນທຶກຄວາມເຂົ້າໃຈ ໂຄງການສົ່ງເສີມອາຫານທ່ຽງໃນໂຮງຮຽນ (ມູນນິທິ WORLDS LINK) ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ມີບັນດາທ່ານໃນຄະນະພະແນກສຶກສາທິການ ແລະ ກິລາແຂວງ, ບັນດາທ່ານຕາງໜ້າຈາກກົມ, ພະແນກການ, ພ້ອມດ້ວຍເມືອງເປົ້າໝາຍຂອງໂຄງການ ແລະ ຜູ້ປະສານງານໂຄງການ Worlds Link ເຂົ້າຮ່ວມ.
ທ່ານ ນາງ ຄໍາສະຫວາງ ຈັນທະໄລ ຕາງໜ້າມູນນິທິ  Worlds Link ໄດ້ນໍາສະເໜີຮ່າງບົດບັນທຶກຄວາມເຂົ້າໃຈຂອງໂຄງການຕໍ່ກອງປະຊຸມວ່າ: ໂຄງການຈະໄດ້ຈັດຕັ້ງປະຕິບັດຢູ່ 2 ເມືອງ ລວມມີ 3 ແຫ່ງ ຄື: ເມືອງທ່າແຂກ, ໂຮງຮຽນອະນຸບານ-ປະຖົມເລົ່າງົວ ແລະ ເມືອງໜອງບົກ, ໂຮງຮຽນອະນຸບານ-ປະຖົມໜອງຜໍາ ແລະ ໂຮງຮຽນອະນຸບານ-ປະຖົມໂຄກກ່ອງ. ໄລຍະຈັດຕັ້ງປະຕິບັດໂຄງການ ນັບແຕ່ມື້ອະນຸມັດຈົນເຖິງ ເດືອນສິງຫາ 2028, ກິດຈະກໍາຫຼັກໆມີຄື: ແຕ່ງອາຫານທ່ຽງໃຫ້ນັກຮຽນ, ການເຮັດການກະເສດ, ຈັດຖອດຖອນບົດຮຽນລະຫວ່າງໂຮງຮຽນ, ຈັດກິລາສົ່ງເສີມສຸຂະພາບ ແລະ ສາມັກຄີລະຫວ່າງໂຮງຮຽນ ແລະ ຊຸມຊົນ, ດ້ວຍງົບປະມານ 80.000 ໂດລາ. ໃຫ້ທຶນໂດຍ URAKAMI FOUNDATION, ມີຈຸດປະສົງເພື່ອຕອບສະໜອງ ແລະ ສົ່ງເສີມນະໂຍບາຍຂອງລັດຖະບານເວົ້າລວມ ແລະ ເວົ້າສະເພາະແມ່ນແຜນພັດທະນາການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ເພື່ອເຮັດໃຫ້ສໍາເລັດເປົ້າໝາຍ ເພື່ອທຸກຄົນໂດຍຮັບປະກັນໃຫ້ນັກຮຽນຢູ່ໃນໂຮງຮຽນມີສຸຂະພາບແຂງແຮງ ແລະ ມີໂພຊະນາການທີ່ດີ ແລະ ອຳນວຍຄວາມສະດວກໃນການແຕ່ງກິນໃຫ້ນັກຮຽນ ເພື່ອໃຫ້ນັກຮຽນໄດ້ກິນອາຫານໂພຊະນາການ ແລະ ຖືກຫຼັກສຸຂະອະນາໄມ,ນອກຈາກນີ້ ຍັງສົ່ງເສີມການເຮັດການກະເສດ ແລະ ເສີມສ້າງທັກສະທາງດ້ານວິຊາຊີບດ້ວຍການສະໜອງທຶນ ແລະ ການຮຽນຮູ້ຈາກການປະຕິບັດຕົວຈິງໃນໂຮງຮຽນ ແລະ ສະຖານທີ່ອື່ນໆ.     
ກອງປະຊຸມບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດເຫັນ ແລະ ແລກປ່ຽນປຶກສາຫາລື ຈາກບົດຮຽນພຶດຕິກໍາຕົວຈິງທີີ່ຜ່ານມາ ເພືີ່ອຖອດຖອນບົດຮຽນ ແລະ ປັບປຸງເນື້ອໃນຮ່າງບົດບັນທຶກຮ່ວມກັນ ໃຫ້ມີຄວາມເປັນເອກະພາບ ໃນຂັ້ນທ້ອງຖິ່ນ ແລະ ສືບຕໍ່ນໍາສະເໜີຂະແໜງການທີ່ກ່ຽວຂ້ອງ ພິຈາລະນາອະນຸມັດຕາມຂັ້ນຕອນ.
ຂ່າວ-ພາບ: ມະນີວັນ