ກອງພົນທີ 2 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນ, ກິລາການທະຫານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຂຶ້ນເມື່ອບໍ່ດົນມານີ້, ໂດຍມີ ສະຫາຍ ພົນຈັດຕະວາ ຄໍາດີ ໄຊຍະວົງ ຫົວໜ້າການທະຫານ ກອງພົນທີ 2, ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2 ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ສົມລົດ ວິລະວົງ ຫົວໜ້າພະແນກອົບຮົມ ຫ້ອງເສນາທິການກອງພົນທີ 2 ໄດ້ຜ່ານແຜນການແຂ່ງຂັນກິລາການທະຫານ, ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍອີງຕາມຄຳສັ່ງແນະນໍາຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມເບີກບານມ່ວນຊື່ນ ແລະ ເພື່ອແນໃສ່ປັບປຸງວຽກງານອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນ ແລະ ຝຶກຝົນກຳລັງແຮງກາຍ ຂອງພະນັກງານ-ນັກຮົບຢູ່ແຕ່ລະກົມກອງໃຫ້ມີຄຸນນະພາບສູງ ເປັນການກະຕຸກຊຸກຍູ້ໃຫ້ພະນັກງານ-ນັກຮົບປະຕິບັດ ບັນດາຂໍ້ກໍານົດກົດລະບຽບ ຂອງກອງທັບຢ່າງເຂັ້ມງວດ ຍົກສູງສະຕິການກຽມພ້ອມສູ້ຮົບສາມາດແກ້ໄຂໄດ້ທຸກກໍລະນີທີ່ຈະເກີດຂຶ້ນໄດ້ທັນເວລາ ຮັບປະກັນເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບປອດໄພ 100% ທັ້ງນີ້ກໍເພື່ອສ້າງໃຫ້ມີບັນຍາກາດເບີກບານມ່ວນຊື່ນ ເພື່ອຂໍ່ານັບຮັບຕ້ອນວັນປະຫວັດສາດສໍາຄັນ ຂອງຊາດ ຂອງກອງທັບ ໂດຍສະເພາະແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ເພື່ອເປັນການກວດກາຄວາມສາມາດ ກໍາລັງແຮງກາຍຂອງນາຍ ແລະ ພົນທະຫານ ສ້າງຄວາມສາມັກຄີ ລະຫວ່າງອົງການ, ກົມກອງ ອ້ອມຂ້າງກອງພົນ ເພື່ອແລກປ່ຽນບົດຮຽນ ຊຶ່ງກັນ ແລະ ກັນ ພ້ອມກັນພັດທະນານັກກິລາແຕ່ລະທີມ ໃຫ້ດີຂຶ້ນກວ່າເກົ່າ.
ໂອກາດນີ້, ສະຫາຍ ພັນໂທ ຈັນສຸກ ໄມຈັກແກ້ວ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 2 ກໍໄດ້ຂຶ້ນຜ່ານແຜນການແຂ່ງຂັນສ້າງຜົນງານເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75.
ສະຫາຍ ພັນເອກ ສອນເພັດ ຈັນສົມ ຄະນະພັກກອງພົນ ຫົວໜ້າຫ້ອງເສນາທິການ ກອງພົນທະຫານຮາບທີ 2 ໄດ້ມີຄໍາເຫັນແນະນໍາຕໍ່ບັນດາສະຫາຍ ຄະນະພັກ ຄະນະບັນຊາອົງການ, ກົມກອງ ຄະນະຮັບຜິດຊອບ ອະນຸກໍາມະການແຂ່ງຂັນແຕ່ລະພາກສ່ວນ ຕ້ອງເອົາໃຈໃສ່ຕໍ່ຂໍ້ກໍານົດກົດລະບຽບການແຂ່ງຂັນ ເພື່ອຫຼີກເວັ້ນບັນຫາຕ່າງໆ ທີ່ຈະເກີດຂຶ້ນເພື່ອບໍ່ໃຫ້ສະທ້ອນເຖິງບັນຍາກາດຂອງການແຂ່ງຂັນ ອະນຸກຳມະການ ຕ້ອງຕັດສິນດ້ວຍຄວາມຍຸຕິທຳ ຕັດສິນຕ້ອງຢູ່ໃນກອບກະຕິກາ ນັກກິລາແຕ່ລະທີມທີ່ເຂົ້າຮ່ວມແຂ່ງຂັນກິລາໃນຄັ້ງນີ້ ຕ້ອງເຫັນໄດ້ຄວາມໝາຍຄວາມສໍາຄັນ ຂອງຂະບວນການແຂ່ງຂັນໃນເທື່ອນີ້ ສ້າງໃຫ້ມີບັນຍາກາດເບີກບານມ່ວນຊື່ນ ມີມິດຕະພາບທີ່ດີຕໍ່ກັນ ພ້ອມກັນດໍາເນີນການແຂ່ງຂັນຕາມໂມງຕາມເວລາທີ່ໄດ້ກຳນົດໄວ້ໃນຕາຕະລາງໃຫ້ເຂັ້ມງວດ ຮູ້ແພ້ ຮູ້ຊະນະ ຮູ້ອະໄພຊຶ່ງກັນ ແລະ ກັນ ບົນຟື້ນຖານ ຄວາມສາມັກຄີ ມິດຕະພາບ ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວມປອດໄພ 100%.
ຂ່າວ: ສຸວັນໂນ ທະລັງສີ