ຫວ່າງບໍ່ດົນມານີ້ ຢູ່ຫ້ອງປະຊຸມໃຫຍ່ ຂອງເມືອງຊະນະຄາມ ແຂວງວຽງຈັນ ໄດ້ເປີດກອງປະຊຸມຝຶກອົບຮົມ ການສ້າງຖານຂໍ້ມູນດ້ານອອນລາຍ, ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ແກ້ວ ພິມມະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊະນະຄາມ ມີທ່ານ ພຸດທະສັກ ວິຈິດຕຣາ ຄະນະຊ່ວຍວຽກກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍທີມງານຄູຝຶກມາຈາກກະຊວງ, ມີບັນດາກໍາມະການພັກເມືອງ, ຫົວໜ້າຫ້ອງການ, ອົງການປົກຄອງບ້ານ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ ກໍເພື່ອເປັນການສ້າງຖານຂໍ້ມູນດ້ານອອນລາຍ ພັດທະນາ ແລະສົ່ງເສີມການທ່ອງທ່ຽວ ຂອງເມືອງຊະນະຄາມ ໃຫ້ຮັບຮູ້ທົ່ວສັງຄົມ ໂດຍການໂຄສະນາຜ່ານສື່ອອນລາຍ ຊຶ່ງວຽກງານດັ່ງກ່າວແມ່ນໜຶ່ງໃນວຽກງານທີ່ນອນຢູ່ໃນວິໃສທັດ ການພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ໂດຍແມ່ນກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເປັນເຈົ້າການໃນການປະສານງານ ແລະ ຊຸກຍູ້ວຽກງານດັ່ງກ່າວຮ່ວມກັບທຸກພາກສ່ວນ, ຊ່ວຍສ້າງປັດໄຈ ແລະ ເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງຊະນະຄາມ ໂດຍສະເພາະຊ່ວຍຊຸກຍູ້ວຽກງານການທ່ອງທ່ຽວໄດ້ຫຼາຍບ່ອນ ເຮັດໃຫ້ມີການກະຈາຍລາຍຮັບ ຈາກການທ່ອງທ່ຽວໃຫ້ເຂົ້າເຖິງແຫຼ່ງທຸລະກິດ, ຮ້ານຄ້າ, ຊຸມຊົນ ແຫຼ່ງຜະລິດຕະພັນໄດ້ຢ່າງທົ່ວເຖິງ.
ຂ່າວ-ພາບ: ເມືອງຊະນຄາມ