ພິທີວາງສີລາລືກ ໂຄງການກໍ່ສ້າງອາຄານສອນພາສາຈີນ ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ ຜ່ານມາ ໂດຍມີທ່ານ  ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ຈາງເສີຜິງ ຫົວໜ້າກົງສູນໃຫຍ່ ສປຈີນ ປະຈຳແຂວງຫຼວງພະບາງ, ມີຄະນະບໍດີ, ແຂກຖືກເຊີນ ແລະຄູ-ອາຈານເຂົ້າຮ່ວມ.
ສະຖາບັນຂົງຈືສ້າງຂຶ້ນຢູ່ມະຫາວິທະຍາໄລສຸພານຸວົງໄດ້5ປີ ໂດຍໄດ້ຮັບການສະໜັບສະໜູນຈາກ ສະຖານກົງສູນໃຫຍ່ ສປຈີນ ປະຈຳແຂວງຫຼວງພະບາງ ກະຄືກະຊວງສຶກສາທິການ ແລະກິລາຂອງລາວ, ສະຖາບັນຂົງຈືແມ່ນໄດ້ປະກອບສ່ວນເຜີຍແຜ່ວັດທະນະທຳຈີນ ແລະເຮັດໃຫ້ປະຊາຊົນລາວເຂົ້າໃຈວັດທະນະທຳຈີນຫຼາຍຂຶ້ນ, ສົ່ງເສີມການແລກປ່ຽນວັດທະນທຳລາວ-ຈີນ ແລະສ້າງບຸກຄະລາກອນລາວດ້ານພາສາຈີນອອກຮັບໃຊ້ສັງຄົມ, ຮອດປັດຈຸບັນມີ 4.000 ກວ່າຄົນທີ່ໄດ້ເຂົ້າຮ່ວມກິດຈະກຳການຮຽນ-ການສອນ ແລະແລກປ່ຽນວັດທະນະທຳ ທີ່ສະຖາບັນຂົງຈືຈັດຂຶ້ນ ແລະອີກ 2.000 ກວ່າຄົນໄດ້ເຂົ້າຮ່ວມການສອບເສັງວັດລະດັບ HSK ໂດຍສະເພາະແມ່ນ 8 ແຂວງພາກເໜືອຂອງລາວ, ນອກນັ້ນສະຖາບັນຂົງຈືຍັງໄດ້ຮ່ວມມືການສ້າງຫ້ອງຮຽນພາສາຈີນຢູ່ ວິທະຍາໄລກະສິກຳ ແລະປ່າໄມ້ພາກເໜືອ, ວິທະຍາໄລການເງິນພາກເໜືອ, ວິທະຍາໄລວິທະຍາສາດສຸຂະພາບຫຼວງພະບາງ, ໂຮງຮຽນພັດທະນາ,  ສູນຄຸ້ມຄອງ ແລະບຳລຸງຮັກສາເສັ້ນທາງລົດໄຟລາວ-ຈີນ ແລະອື່ນໆ.
ທ່ານຍັງເວົ້າຕື່ມວ່າ: ການວາງສີລາລືກໃນມື້ນີ້ ເປັນຂີດໝາຍສຳຄັນຂອງສະຖາບັນຂົງຈື ທີ່ຈະໄດ້ພັດທະນາ ແລະສ້າງບຸກຄະລາກອນພາສາຈີນຂອງລາວໃຫ້ມີຄວາມກ້າວໜ້າ. ທັງເປັນເວທີສ້າງຊື່ສຽງພາສາຈີນ ແລະສົ່ງເສີມການແລກປ່ຽນວັດທະນະທຳລາວ-ຈີນໃຫ້ຫຼາຍຂຶ້ນຕື່ມອີກ.
ຂ່າວ-ພາບ: ດາວອນ ມະນີວັນ