ເຈົ້າແຂວງສະຫວັນນະເຂດ

ເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້ການຮຽນ-ການສອນ ຢູ່ເຂດຈຸດສຸມຈຽງຕູບ

ເນື່ອງໃນໂອກາດໄຂສົກຮຽນໃໝ່ 2024-2025 ນີ້, ໃນວັນທີ 3 ກັນຍາຜ່ານມານີ້, ທ່ານບຸນໂຈມອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ແລະ ຄະນະ ພ້ອມດ້ວຍນັກທຸລະກິດ, ໄດ້ລົງມອບເຄື່ອງນຸ່ງຮົ່ມນັກຮຽນ, ອຸປະກອນການຮຽນ ແລະ ຊຸດກິລາໃຫ້ໂຮງຮຽນແຫ່ງຕ່າງໆ

ທີ່ນອນໃນຂອບເຂດຈຸດສຸມລາດຫໍ້, ຈຸດສຸມຜາບັງ ແລະ ກຸ່ມບ້ານຈຽງຕູບເມືອງເຊໂປນ ແຂວງສະຫວັນນະເຂດ.

ໃນໂອກາດນີ້, ທ່ານ ເຈົ້າແຂວງ ໄດ້ຮັບຟັງການລາຍງານສະພາບຕົວຈິງຂອງໂຮງຮຽນແຕ່ລະແຫ່ງພາຍໃນຈຸດສຸມລາດຫໍ້ ແລະ ກຸ່ມບ້ານຈຽງຕູບ ຈາກຕົວແທນຂອງໂຮງຮຽນແຕ່ລະແຫ່ງ. ໃນນີ້, ສຳລັບຈຸດສຸມຜາບັງມີ 2 ໝວດ, ມີ 7 ໂຮງຮຽນປະຖົມ ແລະ 1 ມັດທະຍົມຕົ້ນ, ມີຈໍານວນປະຊາກອນໃນທົ່ວຈຸດສຸມ 2.081 ຄົນ ຍິງ 1.390 ຄົນ, ມີຈໍານວນນັກຮຽນຊັ້ນປະຖົມທັງໝົດ 435 ຄົນ ຍິງ 202 ຄົນ, ມີຄູ 8 ຄົນ ຍິງ 5 ຄົນ, ຄູອາສາ 2 ຄົນ.

ສຳລັບໂຮງຮຽນມັດທະຍົມຜາບັງມີນັກຮຽນຈາກ 4 ບ້ານໃຫຍ່ມາເຂົ້າຮຽນຄື: ບ້ານກະດໍ, ບ້ານໃໝ່, ບ້ານສະປອງ ແລະ ບ້ານນໍ້າໂທນ, ມີອາຄານຮຽນທັງໝົດ 3 ຫຼັງ, ມີຄູ-ອາຈານທັງໝົດ 7 ຄົນ, 2 ຄົນ, ມີຈຳນວນນັກຮຽນມັດທະຍົມທັງໝົດ 56 ຄົນ, ຍິງ 27 ຄົນ.

ສໍາລັບການສະເໜີຕໍ່ການນຳຂັ້ນແຂວງ, ຂໍລັດຖະກອນຄູ 1 ຕົວເລກໃຫ້ປະຖົມກະດໍ, ຄອມພີວເຕີ 1 ໜ່ວຍໃຫ້ປະຖົມກະດໍ ,ຂໍປຼີນເຕີ 1 ເຄື່ອງ ແລະ ຊີມັງ, ເພື່ອເທພື້ນບ່ອນນັກຮຽນກິນເຂົ້າ, ຕ້ອງການເຮັດເຮືອນຄົວໂຮງຮຽນມັດທະຍົມ, ສຳລັບໂຮງຮຽນປະຖົມລາດຫໍ້ມີນັກຮຽນທັງໝົດ140 ຄົນ ຍິງ 63 ຄົນ, ມີອາຄານຮຽນ 2 ຫຼັງ,ເປັນອາຄານຮຽນຖາວອນ 1 ຫຼັງ ແລະ ເຄີ່ງຖາວອນ 1 ຫຼັງ, ມີຄູສອນ 1 ຄົນ, ຂໍ້ສະເໜີຂໍປຼີນເຕີສີ 1 ເຄື່ອງ,ຂໍຄອມພີວເຕີໂນດບຸກ 1 ເຄື່ອງ, ຂໍຕູ້ໃສ່ປຶ້ມຮຽນ 3 ໜ່ວຍ, ໂຮງຮຽນປະຖົມສະເວດຂໍຫ້ອງກຽມຊັ້ນປະຖົມ.

ພ້ອມດຽວກັນນີ້, ທ່ານເຈົ້າແຂວງ ພ້ອມຄະນະຍັງໄດ້ມອບເຄື່ອງນຸ່ງນັກຮຽນຊັ້ນປະຖົມ ແລະ ຊັ້ນມັດທະຍົມ, ແຈກເຂົ້າໜົມ, ນໍ້າດື່ມໃຫ້ນັກຮຽນຕາມຈຸດຕ່າງໆຄື: ໂຮງຮຽນຈຸດສຸມລາດຫໍ້, ໂຮງຮຽນປະຖົມຈຸດສຸມຜາບັງ ແລະໂຮງຮຽນປະຖົມຈຸດສຸມຈຽງຕູບ, ລວມນັກຮຽນທີ່ມາຮັບເຄື່ອງທັງໝົດ 1.009 ຄົນ ຍິງ 454 ຄົນ, ມູນຄ່າເຄື່ອງທີ່ນໍນມາມອບໃນຄັ້ງນີ້ 181 ລ້ານກວ່າກີບ ແລະ ມອບເງິນສົດໂຮງຮຽນລະ 3 ລ້ານກີບ (ລວມທັງໝົດມີ 17 ໂຮງຮຽນ).

ໃນໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ເນັ້ນໃຫ້ພໍ່ແມ່ຜູ້ປົກຄອງ, ຄູ-ອາຈານ ແລະ ຫຼານນ້ອຍນັກຮຽນທຸກຄົນ, ຕ້ອງໄດ້ຖືສຳຄັນຕໍ່ວຽກງານການສຶກສາເພາະວ່າມີແຕ່ການສຶກສາ ແລະ ການຮຽນຮູ້ເທົ່ານັ້ນທີ່ຈະສາມາດພັດທະນາຕົນເອງ, ພັດທະນາຄອບຄົວ, ພັດທະນາສັງຄົມ ແລະ ປະເທດຊາດໄດ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ເພີ່ມເຕີມ