ຕ້ອນຮັບຄະນະອຸປະທູດ ລຸກຊຳບວກ ປະຈຳ ສປປ ລາວ

ເຈົ້າແຂວງວຽງຈັນ ຕ້ອນຮັບຄະນະອຸປະທູດ ລຸກຊຳບວກ ປະຈຳ ສປປ ລາວ

ເຈົ້າແຂວງວຽງຈັນ ຕ້ອນຮັບຄະນະອຸປະທູດ ລຸກຊຳບວກ ປະຈຳ ສປປ ລາວ
ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ໂທມັສ ລາມມາຣ ອຸປະທູດແຫ່ງຣາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ ພ້ອມຄະນະ ໃນວັນທີ 4 ກຸມພາຜ່ານມາ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ.

ທ່ານ ຄຳພັນ ສິດທິດຳພາ ໄດ້ສະແດງການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານສະພາບລວມຂອງແຂວງວຽງຈັນ ໂດຍສະເພາະ ບັນດາທ່າແຮງທີ່ສຳຄັນໃນການພັດທະນາຂອງແຂວງ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ບັນດາໂຄງການ ທີ່ປະເທດລຸກຊຳບວກ ໄດ້ໃຫ້ການຊ່ວຍເຫຼືອແຂວງວຽງຈັນ ໃນໄລຍະຜ່ານມາ ເປັນຕົ້ນ ວຽກງານສາທາລະນະສຸກ ເປັນຕົ້ນແມ່ນການປັບປຸງ-ກໍ່ສ້າງອາຄານໂຮງໝໍຂອງແຂວງ, ວຽກງານການສຶກສາ, ວຽກງານກະສິກຳ ແລະ ອື່ນໆ. ສຳລັບໃນຕໍ່ໜ້າຫວັງວ່າ ຈະໄດ້ຮັບການຊ່ວຍເຫຼືອຕື່ມອີກ ເພື່ອເຮັດໃຫ້ແຂວງວຽງຈັນ ໄດ້ຮັບການພັດທະນາດີຂຶ້ນ. ພ້ອມນີ້, ແຂວງວຽງຈັນ ແລະ ອົງການປົກຄອງແຂວງ ຍິນດີໃຫ້ການຮ່ວມມື ແລະ ປະກອບສ່ວນຢ່າງເຕັມທີ່.

ທ່ານ ໂທມັສ ລາມມາຣ ກໍໄດ້ກ່າວສະແດງຄວາມຂອບໃຈ ໃນການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຍົກໃຫ້ເຫັນການພົວພັນຮ່ວມມື ລະຫວ່າງລັດຖະບານລຸກຊຳບວກ ກັບແຂວງວຽງຈັນ ໄດ້ມີການຮ່ວມມືເປັນເວລາດົນນານ ຊຶ່ງມີຫຼາຍໂຄງການ ທີ່ໄດ້ໃຫ້ການຊ່ວຍເຫຼືອ ເປັນຕົ້ນວຽກງານສາທາ ກໍຄືການປັບປຸງກໍ່ສ້າງໂຮງໝໍແຂວງ. ປັດຈຸບັນ ເປັນໂຮງໝໍແຂວງທີ່ດີທີ່ສຸດໃນ ສປປ ລາວ, ພ້ອມທັງຍົກໃຫ້ເຫັນເຖິງ ບັນດາໂຄງການພັດທະນາທ້ອງຖິ່ນ, ການກໍ່ສ້າງອາຄານຮຽນ, ການສົ່ງເສີມວິຊາຊີບ ແລະ ອື່ນໆ.

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງປະທານສະພາແຫ່ງຊາດລາວ ສໍາເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຮອງປະທານສະພາແຫ່ງຊາດລາວ ສໍາເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກຮອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ໄດ້ສໍາເລັດການຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 20-26 ເມສາ 2025.
ຂະບວນລົດໄຟຈີນສາກົນ ທີ່ຂົນສົ່ງສິນຄ້າໄປຍັງອາຊີ-ເອີຣົບ ມີການຂະຫຍາຍຕົວເພີ່ມຂຶ້ນໃນໄຕມາດທຳອິດຂອງປີ 2025

ຂະບວນລົດໄຟຈີນສາກົນ ທີ່ຂົນສົ່ງສິນຄ້າໄປຍັງອາຊີ-ເອີຣົບ ມີການຂະຫຍາຍຕົວເພີ່ມຂຶ້ນໃນໄຕມາດທຳອິດຂອງປີ 2025

ຢູ່​ທີ່ສູນ​ວາງ​ສະ​ແດງ​ທ່າ​ກຳ​ປັ່ນ​ລົດ​ໄຟ​ສາ​ກົນເສີງຕູ, ຂະບວນ​ລົດ​ໄຟ​ສາ​ກົນ​ທີ່ກຳລັງແລ່ນຢູ່ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ໜ້າ​ຈໍ​ໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີງຕູໄດ້ສືບຕໍ່ຂະຫຍາຍຂີດຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ​ໃນ​ໄຕ​ມາດ​ທໍາອິດຂອງປີ 2025, ຂະບວນ ລົດໄຟສາກົນ​ເສີງຕູເປີດ​ແລ່ນໄດ້ 1.380 ​ຂະບວນ,
ສຳມະນາພາຍໃຕ້ຫົວຂໍ້ “ເວທີປຶກສາຫາລືດ້ານນະໂຍບາຍ ສປປ ລາວ - ສ.ເກົາຫຼີ”

ສຳມະນາພາຍໃຕ້ຫົວຂໍ້ “ເວທີປຶກສາຫາລືດ້ານນະໂຍບາຍ ສປປ ລາວ - ສ.ເກົາຫຼີ”

ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເກົາຫຼີ (ສ ເກົາຫຼີ) ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາຂຶ້ນ, ໃນວັນທີ 29 ເມສານີ້, ພາຍໃຕ້ຫົວຂໍ້:“ເວທີປຶກສາຫາລືດ້ານນະໂຍບາຍ ສປປ ລາວ - ສເກົາຫຼີ” ທີ່ ສູນການຮ່ວມມືສາກົນ ແລະ ການຝຶກ ອົບຮົມ (ICTC),
ຈີນ ຍົກ​ສູງ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ ເພື່ອຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ

ຈີນ ຍົກ​ສູງ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ ເພື່ອຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ

ເນື່ອງ​ໃນ​ໂອ​ກາດ ວັນສ້າງຕັ້ງສາຍພົວພັນການທູດຈີນ - ລາວ ຄົບຮອບ 64 ປີ(25/4/1961-25/4/2025), ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ລາວ-ຈີນ ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນ.
ລົງນາມບັນທຶກຄວາມເຂົ້າໃຈໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານການຂົນສົ່ງ

ລົງນາມບັນທຶກຄວາມເຂົ້າໃຈໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານການຂົນສົ່ງ

ພິທິລົງນາມບັນທຶກຄວາມເຂົ້າໃຈ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານການຂົນສົ່ງພາຍໃນຕົວເມືອງນະຄອນຫຼວງວຽງຈັນ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສປປ ລາວແລະ ສະຫະຣາຊະອານາຈັກອັງກິດໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີກະຊວງ ຍທຂ. ຮ່ວມລົງນາມການລົງນາມໂດຍ ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວໜ້າພະແນກ ໂຍທາທິການ
ລາວ-ໄທ ຫາລືການຮ່ວມມືພັດທະນາສີມືແຮງງານ

ລາວ-ໄທ ຫາລືການຮ່ວມມືພັດທະນາສີມືແຮງງານ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ)ສປປ ລາວ ແລະ ຄະນະກຳມາທິການແຮງງານ ວຸດທິສະພາ ແຫ່ງ ຣາຊະອານາຈັກໄທ ຈັດຂຶ້ນໃນວັນທີ 25 ເມສາ 2025 ເພື່ອປຶກສາຫາລື ວຽກງານການຮ່ວມມືພັດທະນາສີມືແຮງງານ.
ສະຫຼອງ 30 ປີ ແຫ່ງຄວາມຈະເລີນຮຸ່ງເຮືອງໃນພາກພື້ນແມ່ນໍ້າຂອງ

ສະຫຼອງ 30 ປີ ແຫ່ງຄວາມຈະເລີນຮຸ່ງເຮືອງໃນພາກພື້ນແມ່ນໍ້າຂອງ

ຄະນະກໍາມາທິະການແມ່ນໍ້າຂອງສາກົນ (ຄມສ) ໄດ້ຈັດງານວັນແມ່ນໍ້າຂອງ 2025 ຂຶ້ນໃນວັນທີ 25 ເມສາຜ່ານມາຢູ່ນະຄອນຫຼວງວຽງຈັນ ຊຶ່ງເປັນງານສະຫຼອງຄົບຮອບ 30 ປີ ຂອງຂໍ້ຕົກລົງແມ່ນ້ຳຂອງປີ 1995 ກໍຄື 30 ປີແຫ່ງຄວາມວັດທະນາຖາວອນຮ່ວມກັນ,
ກອງປະຊຸມປະສານງານຍຸດທະສາດປະຈໍາພາກພື້ນອາຊີຕາເວັນອອກສຽງໃຕ້ ຄັ້ງທີ 24

ກອງປະຊຸມປະສານງານຍຸດທະສາດປະຈໍາພາກພື້ນອາຊີຕາເວັນອອກສຽງໃຕ້ ຄັ້ງທີ 24

ໃນວັນທີ28 ເມສາ ນີ້ທີ່ນະຄອນຫຼວງວຽງຈັນ,ທ່ານໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານກ່າວເປີດກອງປະຊຸມປະສານງານຍຸດທະສາດປະຈໍາພາກພື້ນອາຊີຕາເວັນອອກສຽງໃຕ້ ຄັ້ງທີ24
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ບັນດາກ້ອນກຳລັງສວນສະໜາມ

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ບັນດາກ້ອນກຳລັງສວນສະໜາມ

ສະຫາຍ ພົນໂທຫງວຽນ ວັນ ເງ້ຍ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ປະຊາຊົນຫວຽດນາມ ເຄື່ອນໄຫວຢ້ຽມຢາມພົບປະ ບັນດາກ້ອນກຳລັງສວນສະໜາມທີ່ເຂົ້າຮ່ວມເດີນສວນສະໜາມໃນພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມຄົບຮອບ 50 ປີ ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ ໃນວັນທີ 26 ເມສາ ຜ່ານມາ,
ຂະບວນລົດມະ​ໂຫລານຂັບເຄື່ອນອາຊຽນ ຈະອອກຈາກລາວ ສືບຕໍ່ໄປກຳປູເຈຍ

ຂະບວນລົດມະ​ໂຫລານຂັບເຄື່ອນອາຊຽນ ຈະອອກຈາກລາວ ສືບຕໍ່ໄປກຳປູເຈຍ

ສະຖາບັນເຕັກໂນໂລຊີຍານຍົນ, ຫຸ່ນຍົນ ແລະ ອັດສະລິຍະຂອງມາເລເຊຍ (MARii) ຊຶ່ງເປັນອົງການພາຍໃຕ້ກະຊວງ​ການ​ລົງທຶນ, ການ​ຄ້າ ແລະ ອຸດສາຫະກຳ​ ຂອງ​ມາ​ເລ​ເຊຍ ໄດ້ຈັດ​ຕັ້ງ​ງານ​ມະ​ໂຫລານ​ຂັບ​ເຄື່ອນ​ອາ​ຊຽນ 2025 (ASEAN Unity Drive 2025) ຂຶ້ນ ໂດຍເລີ່ມຕົ້ນໃນກາງເດືອນເມສາ ຫາ ຕົ້ນເດືອນພຶດສະພາ 2025 ນີ້ ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ອາຊຽນສົ່ງເສີມການເຄື່ອນໄຫວແບບຍືນຍົງ ແລະ ຍົກສູງບົດບາດຂອງອາຊຽນໃນດ້ານເຕັກໂນໂລຊີລົດໄຟຟ້າ (EV).
ເພີ່ມເຕີມ