ຮັບຮອງດ້ານຫຼັກການ ເນື້ອໃນຜົນການຄົ້ນຄວ້າ “ການກໍ່ສ້າງພັກໃນເງື່ອນໄຂພັກດຽວກຳອຳນາດ”

ຮັບຮອງດ້ານຫຼັກການ ເນື້ອໃນຜົນການຄົ້ນຄວ້າ “ການກໍ່ສ້າງພັກໃນເງື່ອນໄຂພັກດຽວກຳອຳນາດ”

ສະພາທິດສະດີສູນກາງພັກ (ສທພ) ໄດ້ຈັດກອງປະຊຸມພິຈາລະນາ-ຮັບຮອງເນື້ອໃນຜົນການຄົ້ນຄວ້າໂຄງການລະດັບຊາດພາຍໃຕ້ຫົວຂໍ້ “ການກໍ່ສ້າງພັກໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສປປ ລາວ”ຂຶ້ນໃນວັນທີ 3 ມິຖຸນາ ນີ້ ທີ່ສຳນັກງານ ສທພ ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະທານສະພາທິດສະດີສູນກາງພັກ; ມີ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາ ສທພ ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພິມວິຫານ ທີ່ປຶກສາໃນການພິຈາລະນາ-ຮັບຮອງເນື້ອໃນໂຄງການຄົ້ນຄວ້າລະດັບຊາດ ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ເປັນໜຶ່ງໃນບັນດາໂຄງການຄົ້ນຄວ້າທາງດ້ານທິດສະດີ-ພຶດຕິກຳ ທີ່ຄະນະເລຂາທິການສູນກາງພັກໄດ້ອະນຸມັດ ຕາມມະຕິຕົກລົງ ສະບັບເລກທີ 108/ຄລສພ, ລົງວັນທີ 5 ກັນຍາ 2012 ຊຶ່ງແມ່ນ 1 ໃນ 9 ໂຄງການຄົ້ນຄວ້າລະດັບຊາດ; ໂຄງການນີ້ໄດ້ເລີ່ມຈັດຕັ້ງປະຕິບັດໃນປີ 2019 ເປັນຕົ້ນມາ, ພ້ອມກັນນັ້ນ ກໍໄດ້ຜ່ານການຈັດຕັ້ງດຳເນີນກອງປະຊຸມສຳມະນາລະດົມຄວາມຄິດເຫັນ ຢູ່ຂັ້ນທ້ອງຖິ່ນ ແລະ ໄດ້ຜ່ານການປັບປຸງປະກອບຄຳເຫັນພາຍໃນຄະນະຮັບຜິດຊອບໂຄງການຫຼາຍຄັ້ງ;ສ່ວນການຄົ້ນຄວ້າໂຄງການຕ່າງໆມາຮອດປັດຈຸບັນສາມາດຮັບຮອງເອົາເນື້ອໃນຜົນການຄົ້ນຄວ້າໂຄງການລະດັບຊາດໄດ້ 4 ໂຄງການ.
ສຳລັບໂຄງການຄົ້ນຄວ້າ ຫົວຂໍ້ “ການກໍ່ສ້າງພັກໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສປປ ລາວ” ຜ່ານການຄົ້ນຄວ້າຕົວຈິງເຫັນໄດ້ວ່າຄະນະຮັບຜິດຊອບໂຄງການໄດ້ມີຄວາມເອົາໃຈໃສ່ຢ່າງຈົດຈໍ່ຊຶ່ງເນື້ອໃນຜົນການຄົ້ນຄວ້າໄດ້ສ່ອງແສງໃຫ້ເຫັນເຖິງທິດສະດີ-ພຶດຕິກຳ ແຫ່ງການຈັດຕັ້ງນຳພາຂອງພັກເຮົາ ຕະຫຼອດໄລຍະຜ່ານມາ ແລະ ບັນດາເນື້ອໃນດັ່ງກ່າວ ໄດ້ເປັນການຢັ້ງຢືນໃຫ້ເຫັນເຖິງບົດບາດການນຳພາຂອງພັກເຮົາ ໂດຍຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ; ພັກເຮົາໄດ້ຢັ້ງຢືນຢ່າງຈະແຈ້ງກ່ຽວກັບການກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນ ແລະ ມີຄວາມເຂັ້ມແຂງຢ່າງຮອບດ້ານ; ພັກເຮົາຖືວ່າການນຳພາເປັນຫຼັກການໜຶ່ງທີ່ສຳຄັນໃນຂະບວນວິວັດ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກເຮົາ ແລະ ການນຳພາຕ້ອງຕິດພັນກັບການຈັດຕັ້ງປະຕິບັດຕົວຈິງຢ່າງສອດຄ່ອງ. ດັ່ງນັ້ນ, ການກໍ່ສ້າງພັກໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສປປ ລາວ ແມ່ນເນື້ອໃນອັນສຳຄັນ ແລະ ສ່ອງແສງໃຫ້ເຫັນລັກສະນະ ຂອງຍຸກສະໄໝແຫ່ງການຈັດຕັ້ງນຳພາຂອງພັກເຮົາ ເພື່ອນຳພາປະເທດຊາດກ້າວສູ່ຈຸດໝາຍສັງຄົມນິຍົມ.
ສະຫາຍ ບົວຈັນ ເພັງສະຫວັດ ຫົວໜ້າໂຄງການຄົ້ນຄວ້າດັ່ງກ່າວ ໄດ້ລາຍງານວ່າ: ຜົນການຄົ້ນຄວ້າໂຄງການຄົ້ນຄວ້າລະດັບຊາດ ຫົວຂໍ້ “ການກໍ່ສ້າງພັກໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສປປ ລາວ” ປະກອບມີ 3 ພາກ ຄື: ພາກທີໜຶ່ງເປັນພາກທິດສະດີ ກ່ຽວກັບການກໍ່ສ້າງພັກໃນເງື່ອນໄຂພັກດຽວກຳອຳນາດ; ພາກທີສອງເປັນພາກພຶດຕິກຳ ແຫ່ງການກໍ່ສ້າງພັກປະຊາຊົນປະຕິວັດລາວໃນເງື່ອນໄຂພັກດຽວກຳອຳນາດ; ພາກທີສາມ ວິໄສທັດ ແລະ ວິທີການກໍ່ສ້າງພັກປະຊາຊົນລາວ ໃນເງື່ອນໄຂພັກດຽວ ກຳອຳນາດ ຢູ່ ສປປ ລາວ ໃນໄລຍະໃໝ່.
ຈາກນັ້ນ, ບັນດາສະຫາຍທີ່ເຂົ້າຮ່ວມກໍໄດ້ປະກອບຄໍາເຫັນຕໍ່ເນື້ອໃນຂອງໂຄງການຄົ້ນຄວ້າ ຢ່າງພາວະວິໄສ, ຈະແຈ້ງຕໍ່ບັນຫາຕ່າງໆ ເພື່ອເຮັດໃຫ້ເນື້ອໃນໂຄງການບົດຄົ້ນຄວ້ານີ້ ໄດ້ຮັບການປັບປຸງໃຫ້ຄົບຖ້ວນຖືກຕ້ອງ ສອດຄ່ອງກັບສະພາບຄວາມເປັນຈິງ ໃນປັດຈຸບັນ ແລະ ໃນຕໍ່ໜ້າ. ພ້ອມນີ້, ກໍໄດ້ມີການລົງຄະແນນສຽງຮັບຮອງເອົາເນື້ອໃນ ຜົນການຄົ້ນຄວ້າໂຄງການລະດັບຊາດຫົວຂໍ້ດັ່ງກ່າວ ໃນດ້ານຫຼັກການ ແລະ ພາຍຫຼັງປັບປຸງແມ່ນຜ່ານກອງເລຂາ ກ່ອນຈະສົ່ງໃຫ້ຄະນະພິຈາລະນາ-ຮັບຮອງ ເພື່ອຄົ້ນຄວ້າພິຈາລະນາຈັດພິມ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເພີ່ມເຕີມ