ຕ້ອນຮັບການເຂົ້້າຢ້ຽມຂໍ່ານັບແລະຍື່ນໜັງສືແຕ່ງຕັ້ງຂອງກົງສູນໃຫຍ່ແຫ່ງສສຫວຽດນາມ

ຮອງລັດຖະມົນຕີກະຊວງການຕ່າງປະເທດຕ້ອນຮັບການເຂົ້້າຢ້ຽມຂໍ່ານັບແລະຍື່ນໜັງສືແຕ່ງຕັ້ງຂອງກົງສູນໃຫຍ່ແຫ່ງສສຫວຽດນາມປະຈໍາແຂວງຈໍາປາສັກຄົນໃໝ່

ຮອງລັດຖະມົນຕີກະຊວງການຕ່າງປະເທດຕ້ອນຮັບການເຂົ້້າຢ້ຽມຂໍ່ານັບແລະຍື່ນໜັງສືແຕ່ງຕັ້ງຂອງກົງສູນໃຫຍ່ແຫ່ງສສຫວຽດນາມປະຈໍາແຂວງຈໍາປາສັກຄົນໃໝ່
ໃນວັນທີ27ທັນວາ ຜ່ານມາ ທີ່ກະຊວງການຕ່າງປະເທດ, ສະຫາຍໂພໄຊໄຂຄຳພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບແລະຍື່ນໜັງສືແຕ່ງຕັ້ງຂອງສະຫາຍນາງຕະເຟືອງຢຸ້ງກົງສູນໃຫຍ່ແຫ່ງສສຫວຽດນາມຄົນໃໝ່

 

 ປະຈຳນະຄອນປາກເຊແຂວງຈໍາປາສັກ.

ໃນໂອກາດນີ້, ສະຫາຍຮອງລັດຖະມົນຕີໄດ້ສະແດງຄວາມຍິນດີຕ້ອນຮັບແລະຊົມເຊີຍສະຫາຍນາງຕະເຟືອງຢຸ້ງທີ່ໄດ້ຮັບການແຕ່ງຕັ້ງມາດໍາລົງຕໍາແໜ່ງເປັນກົງສູນໃຫຍ່ແຫ່ງສສຫວຽດນາມຄົນໃໝ່ປະຈໍາ 4 ແຂວງພາກໃຕ້ຂອງລາວກໍຄື: ແຂວງຈໍາປາສັກ, ສາລະວັນ, ອັດຕະປືແລະເຊກອງຊຶ່ງມີສໍານັກງານຕັ້ງຢູ່ແຂວງຈໍາປາສັກ ຊຶ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ-ລັດສສຫວຽດນາມທີ່ມີຕໍ່ສະຫາຍ, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີແລະການປະສານງານຢ່າງແໜ້ນແຟ້ນກັບບັນດາແຂວງພາກໃຕ້ຂອງສປປລາວໃນການເປັນເສນາທິການແລະອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນຄະນະຜູ້ແທນລະຫວ່າງທ້ອງຖິ່ນແລະສູນກາງຂອງສອງປະເທດໃນໄລຍະຜ່ານມາ. ພິເສດ, ໃນວັນທີ 17-18 ທັນວາຜ່ານມານີ້, ກົງສູນໃຫຍ່ຫວຽດນາມປະຈຳປາກເຊຮ່ວມກັບອຳນາດການປົກຄອງແຂວງຈຳປາສັກຂອງສປປລາວກໍໄດ້ສຳເລັດການຕ້ອນຮັບການເດີນທາງລົງໄປຢ້ຽມຢາມແລະເຮັດວຽກທີ່ແຂວງຈຳປາສັກຂອງສະຫາຍບຸຍແທັງເຊີນຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມພ້ອມດ້ວຍພັນລະຍາແລະຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດຫວຽດນາມແລະລາວໄດ້ຮັບຜົນສຳເລັດຢ່າງຈົບງາມ.

ພ້ອມກັນນີ້, ສະຫາຍຮອງລັດຖະມົນຕີໄດ້ສະແດງຄວາມເຊື່ອໝັ້ນຕໍ່ສະຫາຍກົງສູນໃຫຍ່ໃນການນຳເອົາປະສົບປະການແລະຄວາມຮູ້ຄວາມສາມາດເພື່ອປະກອບສ່ວນເຂົ້າໃນການພັດທະນາ,ຊຸກຍູ້ປຸກລະດົມ, ເຕົ້າໂຮມຄວາມສາມັກຄີຊາວຫວຽດນາມທີ່ກຳລັງດຳລົງຊີວິດແລະທຳມາຫາກິນຢູ່ບັນດາ 4 ແຂວງພາກໃຕ້ຂອງລາວໃຫ້ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສປປລາວກໍຄືຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານລາວ-ຫວຽດນາມ, ໂດຍສະເພາະຊຸກຍູ້ການພົວພັນຮ່ວມມືແລະ ສົ່ງເສີມການຄ້າ-ການລົງທຶນລະຫວ່າງ 4 ແຂວງພາກໃຕ້ຂອງລາວກັບບັນດາແຂວງຂອງສສຫວຽດນາມໃຫ້ໄດ້ຮັບການແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດດຽວກັນນີ້, ສະຫາຍກົງສູນໃຫຍ່ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ແລະໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ການຮ່ວມມືຢ່າງຕັ້ງໜ້າກັບກະຊວງການຕ່າງປະເທດແລະບັນດາຂະແໜງການທ້ອງຖິ່ນຂອງສປປລາວ, ພ້ອມທັງຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາ 4 ແຂວງພາກໃຕ້ຂອງລາວກັບບັນດາແຂວງຂອງສສຫວຽດນາມໃຫ້ນັບມື້ນັບແໜ້ນແຟ້ນແລະຈະເລີນງອກງາມຍິ່ງໆຂຶ້ນເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຫວຽດນາມ-ລາວ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ ອວຍພອນ ການນໍາແຂວງຢາລາຍ

ຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ ອວຍພອນ ການນໍາແຂວງຢາລາຍ

ວັນທີ 6 ມັງກອນ ນີ້ ທີ່ນະຄອນກຸຍງາຍ ແຂວງຢາລາຍ ສສ ຫວຽດນາມ, ສະຫາຍ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ປະທານຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ, ສະຫາຍ ຂັນໄຊ ລັດຖະເຮົ້າ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ຮອງປະທານຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ ພ້ອມຄະນະ ເຂົ້າອວຍພອນ ບັນດາສະຫາຍ ຄະນະປະຈໍາ ສະພາປະຊາຊົນແຂວງຢາລາຍ ສສ ຫວຽດນາມ, ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຂອງ ສສ ຫວຽດນາມ ປີ 2026; ໃຫ້ກຽດຕ້ອນຮັບອັນອົບອຸ່ນຂອງສະຫາຍ ນາງ ຮວງ ຖຸ້ຍ ເວິນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຢາລາຍ ພ້ອມດ້ວຍຄະນະ.
ຄະນະບໍລິຫານງານພັກແຮງງານເກົາຫຼີ ສົ່ງສານອວຍພອນກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກ ປປ ລາວ

ຄະນະບໍລິຫານງານພັກແຮງງານເກົາຫຼີ ສົ່ງສານອວຍພອນກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກ ປປ ລາວ

ໃນວັນທີ 6 ມັງກອນ ນີ້, ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ໄດ້ສົ່ງສານອວຍພອນ ເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ຊຶ່ງມີເນື້ອໃນດັ່ງນີ້: ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ຂໍສະແດງຄວາມຊົມເຊີຍ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຢ່າງສຸດອົກສຸດໃຈ ແລະ ຂໍສົ່ງຄໍາຊົມເຊີຍຖານສະຫາຍ ໄປຍັງ ບັນດາສະມາຊິກພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວ ທຸກຖ້ວນໜ້າ.
ຄະນະກຳມະການສູນກາງພັກກອມມູນິດຈີນ ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ

ຄະນະກຳມະການສູນກາງພັກກອມມູນິດຈີນ ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ

ວັນທີ 6 ມັງກອນ 2026ທີ່ນະຄອນຫຼວງປັກກິ່ງ,ຄະນະກຳມະການສູນກາງພັກກອມມູນິດຈີນ ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ ໂດຍມີເນື້ອໃນດັ່ງນີ້: ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງ ພັກປະຊາຊົນປະຕິວັດລາວ ເປີດຂຶ້ນຢ່າງມີໄຊ,ຄະນະກຳມະການສູນກາງພັກກອມມູນິດຈີນຂໍຕາງໜ້າພັກແລະປະຊາຊົນຈີນສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວແລະສະແດງຄວາມຢື້ຢາມຖາມຂ່າວ, ຄຳອວຍພອນໄຊອັນປະເສີດມາຍັງສະມາຊິກພັກແລະປະຊາຊົນລາວທຸກຖ້ວນໜ້າ.
“ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ  ສົ່ງສານອວຍພອນເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII  ຂອງ ພັກປະຊາຊົນປະຕິວັດລາວ”

“ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົ່ງສານອວຍພອນເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ”

ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສົ່ງສານອວຍພອນເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ໂດຍມີເນື້ອໃນດັ່ງນີ້: ເນື່ອງໃນໂອກາດເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ, ຕາງໜ້າ ພັກກອມມູນິດຫວຽດນາມ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມ ທຸກຖ້ວນໜ້າ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຂໍຝາກມິດຈິດມິດໃຈຖານສະຫາຍອ້າຍນ້ອງ ທີ່ສະໜິດສະໜົມ ແລະ ຄໍາອວຍພອນໄຊ ອັນອົບອຸ່ນ ແລະ ຈິງໃຈທີ່ສຸດ ມາຍັງ ກອງປະຊຸມໃຫຍ່, ສະມາຊິກພັກ ແລະ ປະຊາຊົນລາວອ້າຍນ້ອງ ທຸກຖ້ວນໜ້າ.
ສນຊ ແຕ່ງຕັ້ງທີ່ປຶກສາວຽກງານຄົ້ນຄວ້າເສດຖະກິດ

ສນຊ ແຕ່ງຕັ້ງທີ່ປຶກສາວຽກງານຄົ້ນຄວ້າເສດຖະກິດ

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ເປັນກຽດມອບຂໍ້ຕົກລົງສະບັບເລກທີ 660/ຄປຈ, ລົງວັນທີ 31 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງ
ພຶດຕິກຳຕົວຈິງ ຈີນ-ລາວ ສ້າງແບບຢ່າງໃໝ່ແຫ່ງການຮ່ວມມື

ພຶດຕິກຳຕົວຈິງ ຈີນ-ລາວ ສ້າງແບບຢ່າງໃໝ່ແຫ່ງການຮ່ວມມື

ຈີນ ແລະ ລາວ ຖືເອົາການຮ່ວມມືຫຼຸດຜ່ອນຄວາມທຸກຍາກ ເປັນເສົາຄ້ຳທີ່ສຳຄັນຂອງການພົວພັນສອງຝ່າຍສະເໝີມາ. ພາຍໃຕ້ສະພາບການທີ່ສືບຕໍ່ຊຸກຍູ້ຂໍ້ລິເລີ່ມການພັດທະນາທົ່ວໂລກ, ສອງຝ່າຍຍຶດໝັ້ນແນວຄວາມຄິດ "ຖືການພັດທະນາເປັນບຸລິມະສິດ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ທົ່ວເຖິງ", ຜ່ານຫຼາຍຊ່ອງທາງ ເຊັ່ນ: ການແລກປ່ຽນບົດຮຽນ, ການເຊື່ອມຈອດພື້ນຖານໂຄງລ່າງ, ການປູກພືດທົດແທນ ແລະ ການສ້າງຂີດຄວາມສາມາດ, ຮ່ວມກັນກ້າວຍ່າງບົນເສັ້ນທາງແຫ່ງຄວາມຮັ່ງມີຮ່ວມກັນ ທີ່ມີເອກະລັກຂອງພາກພື້ນ, ປະກອບສ່ວນສ້າງແບບຢ່າງທີ່ມີຊີວິດຊີວາຂອງການຮ່ວມມືສອງຝ່າຍໃຫ້ແກ່ພາລະກິດການຫຼຸດຜ່ອນຄວາມທຸກຍາກຂອງໂລກ.
ຈັບມືກັນກ້າວໄປຂ້າງໜ້າ ຮ່ວມກັນເປີດອະນາຄົດໃໝ່ທີ່ຮຸ່ງເຮືອງ

ຈັບມືກັນກ້າວໄປຂ້າງໜ້າ ຮ່ວມກັນເປີດອະນາຄົດໃໝ່ທີ່ຮຸ່ງເຮືອງ

ນັບຕັ້ງແຕ່ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກເປັນຕົ້ນມາ, ໄດ້ສະໜອງແຜນການຂອງຈີນ ໃຫ້ແກ່ກຸ່ມປະເທດກຳລັງພັດທະນາໂລກໃຕ້ ໃນການເຊື່ອມຄວາມແຕກໂຕນທາງດ້ານການພັດທະນາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ. ປັດຈຸບັນ, ມີຫຼາຍກວ່າ 80 ປະເທດ ໄດ້ເຂົ້າຮ່ວມ "ກຸ່ມເພື່ອນມິດຂອງຂໍ້ລິເລີ່ມການພັດທະນາທົ່ວໂລກ"; ຫຼາຍກວ່າ 80 ປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມ ເຄືອຂ່າຍສູນສົ່ງເສີມການພັດທະນາທົ່ວໂລກ. ຝ່າຍຈີນ ໄດ້ລົງນາມໃນເອກະສານການຮ່ວມມືເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມ ຫຼາຍກວ່າ 80 ສະບັບ ກັບບັນດາປະເທດກຳລັງພັດທະນາ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນ, ໄດ້ສ້າງຕັ້ງກົນໄກຕ່າງໆ ຫຼາຍກວ່າ 30 ກົນໄກ ໂດຍປິ່ນອ້ອມ 8 ຂົງເຂດຈຸດສຸມ. ພ້ອມດຽວກັນນັ້ນ, ພາຍໃຕ້ການຊຸກຍູ້ຂອງຝ່າຍຈີນ ຂໍ້ລິເລີ່ມການພັດທະນາທົ່ວໂລກ ໄດ້ລະດົມທຶນຫຼາຍກວ່າ 23 ຕື້ໂດລາ ເພື່ອສະໜັບສະໜູນການພັດທະນາ ແລະ ຟື້ນຟູ ຂອງກຸ່ມປະເທດກຳລັງພັດທະນາໂລກໃຕ້, ໄດ້ດໍາເນີນໂຄງການຮ່ວມມືຫຼາຍກວ່າ 1.800 ໂຄງການ. ຈີນ ຈະເປັນສະມາຊິກຂອງກຸ່ມປະເທດກໍາລັງພັດທະນາໂລກໃຕ້ຕະຫຼອດໄປ, ກໍແມ່ນຄູ່ຮ່ວມມືໄລຍະຍາວທີ່ເຊື່ອຖືໄດ້ຂອງບັນດາປະເທດກຳລັງພັດທະນາ.
ການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກ ຈີນ-ລາວ ແມ່ນເພື່ອຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ

ການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກ ຈີນ-ລາວ ແມ່ນເພື່ອຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ

ການລົບລ້າງຄວາມທຸກຍາກ ແມ່ນອຸດົມຄະຕິທີ່ມວນມະນຸດໄຝ່ຝັນມາແຕ່ບູຮານນະການ, ແມ່ນສິດ ທິພື້ນຖານໃນການສະແຫວງຫາຊີວິດທີ່ມີຄວາມສຸກຂອງປະຊາຊົນທຸກປະເທດ. ການພັດທະນາ ແມ່ນປະ ເດັນຫຼັກທີ່ຍືນຍົງຂອງສັງຄົມມະນຸດ, ແມ່ນກຸນແຈລວມໃນການແກ້ໄຂບັນຫາທັງໝົດ. ໂດຍແນໃສ່ເປົ້າໝາຍໄລຍະຍາວ ແລະ ຄວາມຕ້ອງການຕົວຈິງຂອງການພັດທະນາຮ່ວມກັນຂອງໂລກ, ຈີນໄດ້ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກ, ເພື່ອສະໜອງແຜນການທີ່ສຳຄັນສຳລັບການເລັ່ງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ.
ສຳເລັດຊຸດອົບຮົມການນໍາໃຊ້ປຶ້ມພາສາຫວຽດ

ສຳເລັດຊຸດອົບຮົມການນໍາໃຊ້ປຶ້ມພາສາຫວຽດ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບສະຖາບັນວິທະຍາສາດການສຶກສາແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມຝຶກອົບຮົມການນໍາໃຊ້ປຶ້ມພາສາຫວຽດໃຫ້ຄູສອນພາສາຫວຽດ ຢູ່ສປປ ລາວ ໃນລະຫວ່າງວັນທີ 29-30 ທັນວາຜ່ານມາ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອຸທິດ ທິບມະນີ ຜູ້ຊີ້ນໍາລວມ, ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ, ມີທ່ານ ເຈິ່ນ ຮຸຍ ຮ່ວາງ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາຫວຽດນາມ, ທ່ານ ໄມ ວັນ ຈິ່ງ ຮອງຜູ້ອໍານວຍການສະຖາບັນວິທະຍາສາດການສຶກສາຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮ່ວມກັນສ້າງຕົວແບບການຮ່ວມມື ລາວ-ຈີນ ໃນການເປັນດ່ານປ້ອງກັນສີຂຽວປະຊາຄົມຮ່ວມຊາຕາກຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ຮ່ວມກັນສ້າງຕົວແບບການຮ່ວມມື ລາວ-ຈີນ ໃນການເປັນດ່ານປ້ອງກັນສີຂຽວປະຊາຄົມຮ່ວມຊາຕາກຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ເອກະສານ​ສະບັບ​ນີ້ ເປັນ​ໝາກຜົນ​ໄລຍະ​ໜຶ່ງຂອງໂຄງການ​ທົ່ວ​ໄປ “ການ​ຄົ້ນຄວ້າ​ປະດິດ​ສ້າງ​ໃໝ່​ຂອງ​ກົນ​ໄກ​ການ​ປະສານ​ງານ ແລະ ພັດທະນາ​ຄວາມ​ປອດ​ໄພ​ຂອງ​ລະບົບ​ນິເວດ​ໃນ​ເຂດ​ແຄວ້ນ​ລະຫວ່າງ ແຂວງ​ຢູນ​ນານ ສປ ຈີນ ກັບ ‘ຫວຽດນາມ, ລາວ, ມຽນ​ມາ’ ” ຂອງ​ສະ​ຖາ​ບັນ​ວິທະຍາສາດ​ປັດ​ສະ​ຍາ​ສັງຄົມ​ແຂວງ​ຢູນ​ນານ.
ເພີ່ມເຕີມ