ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ, ອາຫານແຫ້ງ, ມາມອບໃຫ້ກອງບັນຊາການທະຫານ ແຂວງບໍ່ແກ້ວ

ກອງບັນຊາການຕຳຫຼວດນ້ຳ ແຂວງຢຸນນານ ມອບເຄື່ອງໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ.

ກອງບັນຊາການຕຳຫຼວດນ້ຳ ແຂວງຢຸນນານ ມອບເຄື່ອງໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ.
ສະຫາຍ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ, ອາຫານແຫ້ງ, ມາມອບໃຫ້ກອງບັນຊາການທະຫານ ແຂວງບໍ່ແກ້ວ ສປປລາວ ເມື່ອວັນທີ 24 ກັນຍາຜ່ານມານີ້,

ຢູ່ສູນປະສານງານບ້ານມອມເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໂດຍການກ່າວ ຮັບຂອງສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຂົ້າຈ້າວຫອມມາລິ 100 ກະສອບ ມີ 2,400 ກິໂລ, ເສັ້ນໝີ່ແຫ້ງຈຳນວນ 400 ມັດ, ນ້ຳມັນພືດຕຸກ 5 ລິດຈໍານວນ 100 ຕຸກ ລວມມູນຄ່າທັງໝົດ 23,000 ຢວນ ຫຼື ປະມານ 70,000,000 ກີບ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຕາງໜ້າຄະນະພັກ-ຄະນະບັນຊາກອງບັນຊາ ການທະຫານແຂວງບໍ່ແກ້ວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງສະຫາຍ ພົນຕີ ຢວນຢາພິງ ພ້ອມຄະນະທີ່ ເປັນຫ່ວງເປັນໃຍຄວາມຈຳເປັນຂອງກົມກອງພວກເຮົາຈຶ່ງໄດ້ນໍາເອົາເຄື່ອງດັ່ງກ່າວມາມອບໃຫ້ໃນຄັ້ງນີ້, ພ້ອມທັງ ຈະນໍາເອົາເຄື່ອງດັ່ງກ່າວໄປແຈກຈ່າຍໃຫ້ທົ່ວບັນດາກົມກອງທີຫ່າງໄກ ບັນດາ ອ້າຍນ້ອງທີ່ປະຈຳຢູ່ປ້ອມຊາຍແດນໃຫ້ທົ່ວ
(ພາບ-ຂ່າວໂດຍ: ນາງ ນີ່ ທໍາມະວົງ).

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ

ໃນວັນທີ 29 ມັງກອນ ນີ້ທີ່ເຊບູ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງຕ່າງປະເທດໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບໂດຍການເປັນປະທານຂອງລັດຖະມົນຕີຕ່າງປະເທດຟີລິບປິນ ແລະ ເຂົ້າຮ່ວມໂດຍບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບແມ່ນກອງປະຊຸມຄັ້ງທໍາອິດສຳລັບປີ 2026 ຈັດຂຶ້ນພາຍໃຕ້ການເປັນປະທານອາຊຽນຂອງຟີລິບປິນພາຍໃຕ້ຄໍາຂວັນ “ການນຳທາງອະນາຄົດຂອງອາຊຽນຮ່ວມກັນ (Navigating Our Future, Together)”.
ສະມາຄົມມິດຕະພາບ ລາວ-ກູບາ ຈັດພິທີ ລະນຶກເຖິງ ທ່ານ ໂຮເຊ ມາກຕີ ວິລະຊົນແຫ່ງຊາດກູບາ

ສະມາຄົມມິດຕະພາບ ລາວ-ກູບາ ຈັດພິທີ ລະນຶກເຖິງ ທ່ານ ໂຮເຊ ມາກຕີ ວິລະຊົນແຫ່ງຊາດກູບາ

ໃນວັນທີ 28 ມັງກອນ ນີ້, ສະມາຄົມມິດຕະພາບ ລາວ-ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສ ກູບາ ປະຈໍາ ສປປ ລາວ ໄດ້ຈັດພິທີວາງກະຕ່າດອກໄມ້ ເພື່ອລະນຶກເຖິງ ທ່ານ ໂຮເຊ ມາກຕີ ວິລະຊົນແຫ່ງຊາດກູບາ ເນື່ອງໃນໂອກາດວັນເກີດ ຂອງ ທ່ານ ໂຮເຊ ມາກຕີ ຄົບຮອບ 173 ປີ (28/1/1853 – 28/1/2026) ທີ່ໂຮງຮຽນ ມສ ດົງບັງມິດຕະພາບ ລາວ-ກູບາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບບັນຫາ ມຽນມາ

ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບບັນຫາ ມຽນມາ

ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບບັນຫາ ມຽນມາ
ສະຫຼອງວັນຊາດອິນເດຍ ຄົບຮອບ 77 ປີ

ສະຫຼອງວັນຊາດອິນເດຍ ຄົບຮອບ 77 ປີ

ສະຖານທູດອິນເດຍ ປະຈຳລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດ ສາທາລະນະລັດອິນເດຍ ຄົບຮອບ 77 ປີ ໃນວັນທີ 26 ມັງກອນນີ້ ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໂຢເກສວາ ສັງວານ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳລາວ, ມີ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຟອງສະໝຸດ ອັນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍເລັດສະເຕ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍເລັດສະເຕ

ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປລາວ ແລະ ສປ ຕີມໍເລັດສະເຕ, ໃນອາທິດຜ່ານມານີ້ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍເລັດສະເຕ ຢ່າງເປັນທາງການເພື່ອກວດກາດິນ ແລະ ເຮືອນ ທີ່ຝ່າຍລາວໄດ້ແລກປ່ຽນກັບ ຝ່າຍຕີມໍ ແລະ ມີເເຜນນຳໃຊ້ສ້າງຕັ້ງເປັນສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງດີລີ ສປ ຕີມໍເລັດສະເຕ.
ສະວິດເຊີແລນ ສະໜັບສະໜູນ ສ້າງຄວາມເຂັ້ມແຂງ ການຄຸ້ມຄອງ ສຳປະທານດິນ ເພື່ອການເຕີບໂຕທີ່ຍືນຍົງ ຢູ່ ສປປ ລາວ

ສະວິດເຊີແລນ ສະໜັບສະໜູນ ສ້າງຄວາມເຂັ້ມແຂງ ການຄຸ້ມຄອງ ສຳປະທານດິນ ເພື່ອການເຕີບໂຕທີ່ຍືນຍົງ ຢູ່ ສປປ ລາວ

ລັດຖະບານ ແຫ່ງ ສປປ ລາວ ແລະ ສະວິດເຊີແລນ, ຮ່ວມກັບ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ປະເທດ ສະວິດເຊີແລນ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການ ຊີວິດຈາກດິນ ຂຶ້ນຫວ່າງມໍ່ໆມານີ້ ຢູ່ ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວໂດຍເປັນປະທານຮ່ວມຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ຈອນ ກາບຣີວ ດູສ ຫົວໜ້າອົງການ ສະວິດ ເພື່ອການພັດທະນາ ແລະ ການຮ່ວມມື ປະຈຳພາກພື້ນແມ່ນໍ້າຂອງ ແລະ ມີພະນັກງານ ຈາກບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ ໂດຍມີຈຸດປະສົງເພື່ອທົບທວນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດໂຄງການ ແລະ ປຶກສາຫາລື ຍຸດທະສາດ ໃນການສ້າງຄວາມເຂັ້ມແຂງ ການຄຸ້ມຄອງທີ່ດິນ ຢູ່ ສປປ ລາວ.
ສະມາຄົມຮ່ວມມື ແລະ ພັດທະນາໄວໜຸ່ມ ລາວ-ຈີນ ປຶກສາຫາລືຍຸດທະສາດ ສ້າງຕັ້ງຄະນະກໍາມະການສະເພາະກິດຊຸດໃໝ່ເພີ່ມທະວີຮັດ​ແໜ້ນສາຍພົວພັນດ້ານວິສາຫະກິດ

ສະມາຄົມຮ່ວມມື ແລະ ພັດທະນາໄວໜຸ່ມ ລາວ-ຈີນ ປຶກສາຫາລືຍຸດທະສາດ ສ້າງຕັ້ງຄະນະກໍາມະການສະເພາະກິດຊຸດໃໝ່ເພີ່ມທະວີຮັດ​ແໜ້ນສາຍພົວພັນດ້ານວິສາຫະກິດ

ເພື່ອເປັນບາດກ້າວອັນສໍາຄັນໃນການຮັດແໜ້ນການຮ່ວມມືດ້ານວິສາຫະກິດລະຫວ່າງສອງຊາດ, ສະມາຄົມຮ່ວມມື ແລະ ພັດທະນາໄວໜຸ່ມ ລາວ-ຈີນ (ACD) ໄດ້ຈັດກອງປະຊຸມພົບປະຜູ້ປະກອບການ ແລະ ກິດຈະກຳນຳສະເໜີແຜນທຸລະກິດຂຶ້ນເມື່ອ​ວັນ​ທີ 24 ມັງ​ກອນ​ຜ່ານ​ມາທີ່ຮ້ານກາເຟ Buratino.
ລັດຖະບານຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາແຂວງບໍ່ແກ້ວ

ລັດຖະບານຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາແຂວງບໍ່ແກ້ວ

ວັນທີ 26 ມັງກອນນີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 70,526ໂດລາ ໃນການສະໜັບສະໜູນ “ໂຄງການກໍ່ສ້າງໂຮງຮຽນປະຖົມປາງທອງ ໃນແຂວງບໍ່ແກ້ວ” ເພື່ອຍົກລະດັບຄຸນນະພາບການຮຽນ ແລະ ສິດສອນຂອງຄູ-ນັກຮຽນຂອງໂຮງຮຽນດັ່ງກ່າວ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP).
ຄຸນຄ່າ ຄວາມສຳຄັນຂອງການແລກປ່ຽນອາລະຍະທໍາ -ການຮຽນຮູ້ເຊິ່ງກັນ ແລະ ກັນ

ຄຸນຄ່າ ຄວາມສຳຄັນຂອງການແລກປ່ຽນອາລະຍະທໍາ -ການຮຽນຮູ້ເຊິ່ງກັນ ແລະ ກັນ

ທ່ານ ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: “ອາລະຍະທຳຈະມີສີສັນສົດໃສຂຶ້ນຜ່ານການແລກປ່ຽນ ແລະ ອຸດົມສົມບູນຂຶ້ນຜ່ານການຮຽນຮູ້ເຊິ່ງກັນ ແລະ ກັນ. ການແລກປ່ຽນ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນລະຫວ່າງອາລະຍະທຳຕ່າງໆ ແມ່ນແຮງຂັບເຄື່ອນທີ່ສຳຄັນໃນການສົ່ງເສີມຄວາມກ້າວໜ້າຂອງອາລະຍະທຳມະນຸດ, ສັນຕິພາບ ແລະ ການພັດທະນາຂອງໂລກ”.
ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V ໄຂຂຶ້ນຢ່າງເປັນທາງການ

ໃນວັນທີ 26 ມັງກອນນີ້, ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V (2026-2030) ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ຕ້າ ເຟືອງ ຢຸງ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ, ທ່ານ ຟ້ານ ວັນ ຮຸ່ງ ປະທານສະມາຄົມຫວຽດນາມ ປະຈໍາ ສປປ ລາວ, ມີແຂກຖືກເຊີນຈາກແຂວງຈໍາປາສັກ, ອັດຕະປື, ສາລະວັນ ແລະ ແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ