ຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ກອງເລຂາ ຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈັດກອງປະຊຸມປຶກສາຫາລື

ກອງເລຂາ ຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈັດກອງປະຊຸມປຶກສາຫາລື
ໃນວັນທີ 14 ຕຸລາ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ ກອງເລຂາຄະນະຊີ້ນໍາລະດັບຊາດການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ

 ໄດ້ຈັດກອງປະຊຸມປຶກສາຫາລືຂອງຕົນຂຶ້ນ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວ ໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຄະນະຊີ້ນໍາລະດັບຊາດ ທັງເປັນຫົວໜ້າກອງເລຂາ ຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ 2024-2028 ຊຶ່ງໄດ້ມີບັນດາສະຫາຍໃນຄະນະກອງເລຂາ ແລະ ຜູ້ຕາງໜ້າ ທີ່ມາຈາກຫ້ອງວ່າການສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຄະນະກໍາມະການຮ່ວມມື ລາວ-ຈີນ ແລະ ພະນັກງານກ່ຽວຂ້ອງຈໍານວນໜຶ່ງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍຫຼັງທີ່ສູນກາງພັກ ໄດ້ມີການແຕ່ງຕັ້ງ ກອງເລຂາ ຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບປີ 2024-2028 ຊຶ່ງສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າ ຄຕພ ຮອງຫົວໜ້າກອງເລຂາຫົວໜ້າກອງເລຂາ ຄະນະຊີ້ນໍາລະ ດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄດ້ແຈ້ງຕໍ່ທີ່ປະຊຸມ ກ່ຽວກັບ ຄະນະຊີ້ນໍາລະດັບຊາດ ແລະ ຄະນະກອງເລຂາ ຂອງຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ; ພ້ອມນັ້ນ, ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າ, ການສະຫຼຸບຕີລາຄາ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນໄລຍະຜ່ານມາ, ພ້ອມທັງໄດ້ປຶກສາຫາລື ກ່ຽວກັບ ທິດທາງແຜນການຈຸດສຸມ ແລະ ກົນໄກການຈັດຕັ້ງປະຕິບັດວຽກງານ ຂອງກອງເລຂາ ໃນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນຕໍ່ໜ້າ ໃຫ້ມີຄຸນນະພາບສູງ, ປະສິດທິພາບສູງ ແລະ ລະດັບສູງກວ່າເກົ່າ.

ຂ່າວ: ຄຕພ

ຄໍາເຫັນ

ຂ່າວການຮ່ວມມື

ບັນດາບໍລິສັດຂອງຈີນເຂົ້າອວຍພອນວັນຊາດແຂວງຊຽງຂວາງ

ບັນດາບໍລິສັດຂອງຈີນເຂົ້າອວຍພອນວັນຊາດແຂວງຊຽງຂວາງ

ໃນວັນທີ1ທັນວານີ້ ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ, ໄດ້ມີບັນດາບໍລິສັດຂອງຈີນ ນຳໂດຍທ່ານ ຫຼີວ ຫວີ ຫວູ(Liu Weiwu) ປະທານບໍລິສັດເວຍຕະເອເລັກໂທຣນິກຈຳກັດ ພ້ອມດ້ວຍບັນດາບໍລິສັດອື່ນໆ ໄດ້ເຂົ້າອວຍພອນການນຳແຂວງຊຽງຂວາງ ເນື່ອງໃນວັນຊາດທີ2ທັນວາ ຄົບຮອບ50ປີ(2ທັນວາ1975-2ທັນວາ2025) ແລະວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ105ປີ(13ທັນວາ1920-13ທັນວາ2025),ຊຶ່ງທ່ານໄດ້ກ່າວສະແດງ ຄວາມຂອບໃຈມາຍັງການນຳ ກໍຄືປະຊາຊົນບັນດາເຜົ່າຊາວຊຽງຂວາງ ທີ່ໄດ້ເບິ່ງແຍງ ດູແລ ຮ່ວມມື ແລະ ໃຫ້ຄຳແນະນຳນັກທຸລະກິດ ຊາວຄ້າຂາຍ ທີ່ເປັນຄົນຈີນ ມາດຳລົງຊີວິດຢູ່ແຂວງຊຽງຂວາງ ອວນພອນໃຫ້ການນຳ ແລະ ປະຊາຊົນບັນດາເຜົ່າ ຊາວຊຽງຂວາງ ຈົ່ງມີແຕ່ຄວາມຜາສຸກ ມີພາລາໄມສົມບູນ ປະສົບຜົນສຳເລັດໃນການພັດທະນາ ເສດຖະກິດ-ສັງຄົມຂອງຄອບຄົວ ກໍຄືຂອງແຂວງ ມີຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນ.
ຕາງໜ້າບໍລິສັດໂກເອໂກອວຍພອນວັນຊາດ2ທັນວາ

ຕາງໜ້າບໍລິສັດໂກເອໂກອວຍພອນວັນຊາດ2ທັນວາ

ທ່ານພັນເອກພິເສດ ຈູ ຫງ໋ອກ ອານ ຮອງເລຂາຄະນະພັກ ປະທານບໍລິສັດແຮ່ຄຳ ຕາງໜ້າກຸ່ມບໍລິສັດຮ່ວມມືເສດຖະກິດ ທີ່ຂຶ້ນກັບກອງບັນຊາການທະຫານເຂດ4 ສສ ຫວຽດນາມ ພ້ອມດ້ວຍຄະນະ ເຂົ້າອວຍພອນການນຳແຂວງຊຽງຂວາງ ເນື່ອງໃນວັນຊາດທີ2ທັນວາຄົບຮອບ50ປີ(2ທັນວາ1975-2ທັນວາ2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ105ປີ(13ທັນວາ1920-13ທັນວາ2025) ຢູ່ທີ່ຫ້ອງວ່າການແຂວງ.
ນາຍົກລັດຖະມົນຕີ ສ​ປ ຈີນ ສົ່ງ​ສານອວຍ​ພອນ​ວັນ​ຊາດ ຄົບ​ຮອບ 50 ປີ

ນາຍົກລັດຖະມົນຕີ ສ​ປ ຈີນ ສົ່ງ​ສານອວຍ​ພອນ​ວັນ​ຊາດ ຄົບ​ຮອບ 50 ປີ

ສະ​ຫາຍ ຫຼີ​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ ຈີນ ໄດ້​ສົ່ງ​ສານອວຍ​ພອນ ເຖິງ ສະ​ຫາຍ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີແຫ່ງສປ​ປ ລາວ ເຊິ່ງ​ມີ​ເນື້ອ​ໃນ​ວ່າ: ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງສະຫາຍຢ່າງສຸດໃຈ.
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເດີນທາງເຖິງນະຄອນຫຼວງວຽງຈັນ

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເດີນທາງເຖິງນະຄອນຫຼວງວຽງຈັນ

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງວຽງຈັນ ໃນຕອນເຊົ້າວັນທີ 1 ທັນວາ 2025 ໂດຍມີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.
ສະ​ຫາຍສີ​ຈິ້ນ​ຜິງສົ່ງ​ສານອວຍ​ພອນ​ວັນ​ຊາດຄົບ​ຮອບ 50 ປີ

ສະ​ຫາຍສີ​ຈິ້ນ​ຜິງສົ່ງ​ສານອວຍ​ພອນ​ວັນ​ຊາດຄົບ​ຮອບ 50 ປີ

ສະ​ຫາຍສີຈິ້ນຜິງເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນປະທານປະເທດແຫ່ງສາທາລະນະລັດປະຊາຊົນຈີນໄດ້​ສົ່ງ​ສານອວຍ​ພອນເຖິງສະ​ຫາຍທອງ​ລຸນສີ​ສຸ​ລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເຊິ່ງ​ມີ​ເນື້ອ​ໃນ​ດັ່ງ​ນີ້: ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ຂ້າພະເຈົ້າຂໍຕາງໜ້າພັກກອມມູນິດຈີນ, ລັດຖະບານຈີນ ແລະ ປະຊາຊົນຈີນ, ສະແດງຄວາມຊົມເຊີຍຢ່າງສຸດໃຈ ມາຍັງພັກປະຊາຊົນປະຕິວັດລາວ, ລັດຖະບານລາວ ແລະປະຊາຊົນລາວ.
ການ​ນຳພັກ-ລັດ ສ​ສ ຫວຽດ​ນາມ ສົ່ງສານອວຍ​ພອນ ວັນ​ຊາດ​ ສ​ປ​ປ ລາວ ຄົບ​ຮອບ 50 ປີ

ການ​ນຳພັກ-ລັດ ສ​ສ ຫວຽດ​ນາມ ສົ່ງສານອວຍ​ພອນ ວັນ​ຊາດ​ ສ​ປ​ປ ລາວ ຄົບ​ຮອບ 50 ປີ

ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະພາແຫ່ງຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້​ສົ່ງ​ສານອວຍ​ພອນ ເຖິງ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ ເຊິ່ງ​ມີ​ເນື້ອ​ໃນ​ດັ່ງ​ນີ້: ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ຄົບ​ຮອບ 50 ປີ​, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​, ລັດ​, ສະ​ພາ​ແຫ່ງ​ຊາດ​, ລັດ​ຖະ​ບານ ແຫ່ງ ສສ ຫວຽດ​ນາມ​, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຂໍ​ສົ່ງ​ຄຳ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ ແລະ​ອົບ​ອຸ່ນ​ມາ​ຍັງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດລາວ​, ປະ​ທານ​ປະ​ເທດ​, ລັດ​ຖະ​ບານ​, ສະ​ພາ​ແຫ່ງ​ຊາດ ແຫ່ງ ສປປ ລາວ​, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ.
ສາຍພົວພັນ ລະຫວ່າງ ລາວ-ຫວຽດນາມ:

ສາຍພົວພັນ ລະຫວ່າງ ລາວ-ຫວຽດນາມ:

“ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານເປັນສາຍພົວພັນ ໜຶ່ງບໍ່ມີສອງ, ບໍ່ຄືໃຜ ແລະ ບໍ່ມີໃຜຄື; ເອກະລາດຂອງຊາດລາວ ແລະ 50 ປີແຫ່ງການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດຂອງ ສປປ ລາວ ຍາມໃດກໍຕິດພັນກັບສາຍພົວພັນຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ”
50 ປີວັນສະຖາປານາສປປ ລາວ:  ສາຍໃຈຫວຽດນາມ - ລາວອັນແໜ້ນແຟ້ນ  ຮ່ວມກ້າວສູ່ຄວາມຈະເລີນຮຸ່ງເຮືອງໃນຍຸກສະໄໝໃໝ່

50 ປີວັນສະຖາປານາສປປ ລາວ: ສາຍໃຈຫວຽດນາມ - ລາວອັນແໜ້ນແຟ້ນ ຮ່ວມກ້າວສູ່ຄວາມຈະເລີນຮຸ່ງເຮືອງໃນຍຸກສະໄໝໃໝ່

ເນື່ອງໃນໂອກາດຄົບຮອບ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ), ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ມີບົດຄວາມ ໃນຫົວຂໍ້ “50 ປີວັນສະຖາປານາສປປລາວ: ສາຍໃຈຫວຽດນາມ - ລາວອັນແໜ້ນແຟ້ນຮ່ວມກ້າວສູ່ຄວາມຈະເລີນຮຸ່ງເຮືອງໃນຍຸກສະໄໝໃໝ່” ຊຶ່ງມີເນື້ອໃນດັ່ງລຸມ່ນີ້:
ຜົນສໍາເລັດກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍລາວ-ກຳປູເຈຍ ຄັ້ງທີ15

ຜົນສໍາເລັດກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍລາວ-ກຳປູເຈຍ ຄັ້ງທີ15

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະທານຄະນະກຳມາທິການຮ່ວມຝ່າຍລາວວ່າດ້ວຍການຮ່ວມມືສອງຝ່າຍລາວ-ກຳປູເຈຍ,ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງຣາຊະອານາຈັກກໍາປູເຈຍ, ປະທານຄະນະກຳມາທິການຮ່ວມຝ່າຍກຳປູເຈຍວ່າດ້ວຍການຮ່ວມມືສອງຝ່າຍກຳປູເຈຍ-ລາວ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມສປປ ລາວ ຢ່າງເປັນທາງການແລະ ເປັນປະທານກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 15 ທີ່ນະຄອນຫຼວງວຽງຈັນ, ສປປລາວ,ໃນລະຫວ່າງວັນທີ 26-28ພະຈິກ 2025.
ມອບ-ຮັບໂຄງການກໍ່ສ້າງຕາໜ່າງສະຖານີວັດແທກແຜ່ນດິນໄຫວແຫ່ງຊາດລາວໄລຍະທີ I

ມອບ-ຮັບໂຄງການກໍ່ສ້າງຕາໜ່າງສະຖານີວັດແທກແຜ່ນດິນໄຫວແຫ່ງຊາດລາວໄລຍະທີ I

ພິທີມອບ-ຮັບໂຄງການກໍ່ສ້າງຕາໜ່າງສະຖານີວັດແທກແຜ່ນດິນໄຫວແຫ່ງຊາດລາວໄລຍະທີ I ຈັດຂຶ້ນວັນທີ 27 ພະຈິກ 2025 ທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ນະຄອນຫຼວງວຽງຈັນ ມີທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ທ່ານ Li Yonglin ຮອງລັດຖະມົນຕີອົງການບໍລິຫານຄຸ້ມຄອງແຜ່ນດິນໄຫວຈີນ ທ່ານ ນາງ ລີ ສີເຈີນ ທີ່ປຶກສາທູດເສດຖະກິດ-ການຄ້າສະຖານທູດຈີນປະຈໍາລາວ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ