ລັດຖະບານຍີ່ປຸ່ນ ຊ່ວຍເຫຼືອໂຄງການກໍ່ສ້າງໂຮງຮຽນປະຖົມ

ລັດຖະບານຍີ່ປຸ່ນ ຊ່ວຍເຫຼືອໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານນາຊູ

ລັດຖະບານຍີ່ປຸ່ນ ຊ່ວຍເຫຼືອໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານນາຊູ
ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນ ໂຄງການກໍ່ສ້າງອາຄານຮຽນຂອງໂຮງຮຽນປະຖົມສົມບູນບ້ານນາຊູ ເມືອງກາສີ ແຂວງວຽງຈັນ ໂດຍຜ່ານສະຖານເອກອັກຄະຣັດຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໃນມູນຄ່າ 57,079 ກ່ວາໂດລາສະຫະລັດ

ໄດ້ຈັດຂຶ້ນໃນວັນທີ 13 ມັງກອນຜ່ານມານີ້ຢູ່ຫ້ອງວ່າການແຂວງວຽງຈັນ, ໃຫ້ກຽດຮ່ວມລົງນາມຝ່າຍລາວໂດຍທ່ານ ລາຢູ ແສນໃຈວຸດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງກາສີ, ຝ່າຍຍີ່ປຸ່ນໂດຍທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳ ສປປລາວ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ.

ໃນພິທີ, ທ່ານເຈົ້າແຂວງໆວຽງຈັນ ໄດ້ກ່າວຄຳຕ້ອນຮັບທ່ານ ໂຄອິຊຶມິ ຊຶໂຕະມຸ ພ້ອມຄະນະທີ່ໄດ້ເດີນທາງມາເຮັດວຽກຢູ່ແຂວງວຽງຈັນໃນຄັ້ງນີ້, ພ້ອມທັງໄດ້ລາຍງານສະພາບການພັດທະນາທາງດ້ານເສດຖະກິດ-ສັງຄົມຂອງແຂວງວຽງຈັນໃນໄລຍະຜ່ານມາ, ກໍຄືປັດຈຸບັນໃຫ້ທ່ານໄດ້ຮັບຊາບໂດຍຫຍໍ້, ພ້ອມນີ້ຍັງຍົກໃຫ້ເຫັນການພົວພັນຮ່ວມມື ແລະ ການການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃນຫຼາຍຂົງເຂດໃນໄລຍະຜ່ານມາ.

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ຮາຊິມິດ ຊອກດານີ

ສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ຮາຊິມິດ ຊອກດານີ

ໃນວັນທີ 7 ມັງກອນ ຜ່ານມານີ້ຢູ່ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈຳອົງການສະຫະປະຊາຊາດ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ຮາຊິມິດ ຊອກດານີ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງຣາຊະອານາຈັກ ຣາຊິມິດ ຊອກດານີ ແມ່ນ ທ່ານ ວາລີດ ຄາລີດ ໂອເບດັດ (H.E. Mr. Walid Obeidat) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ລາວ -ໄທ ວາງສະແດງສິລະປະ ຮັດແໜ້ນສາຍສຳພັນວັດທະນະທຳ

ລາວ -ໄທ ວາງສະແດງສິລະປະ ຮັດແໜ້ນສາຍສຳພັນວັດທະນະທຳ

ວັນທີ 9 ມັງກອນ ຜ່ານມາ ທີ່ສະຖາບັນວິຈິດສິນແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳແລກປ່ຽນສິລະປະວັດທະນະທຳ ພາຍໃຕ້ຫົວຂໍ້: “ສືບຮອຍສິນ ວິຖີຖິ່ນລຸ່ມນ້ຳຂອງ ແຂວງໜອງຄາຍ” ປະຈຳປີ 2026 ເພື່ອ ເຊື່ອມໂຍງສາຍໃຍວັດທະນະທຳຂອງປະຊາຊົນສອງຝັ່ງຂອງ ແລະ ສົ່ງເສີມການຮຽນຮູ້ດ້ານວິຈິດສິນລະຫວ່າງຊາດ, ໂດຍການຮ່ວມມືລະຫວ່າງ ສະຖາບັນວິຈິດສິນແຫ່ງຊາດ ສະມາຄົມວິຈິດສິນລາວ ແລະ ສຳນັກງານວັດທະນະທຳແຂວງໜອງຄາຍ ພ້ອມດ້ວຍ ກຸ່ມສິລະປິນ “River Arts” ຈາກຣາຊະອານາຈັກໄທ ເພື່ອສ້າງເວທີແລກປ່ຽນທັກສະແນວຄິດ ແລະ ການສ້າງສັນຜົນງານສິລະປະທີ່ເປັນເອກະລັກຂອງລຸ່ມແມ່ນ້ຳຂອງ.
ມອບ-ຮັບ ອຸປະກອນໄອທີ ເພື່ອການຮຽນ-ການສອນ

ມອບ-ຮັບ ອຸປະກອນໄອທີ ເພື່ອການຮຽນ-ການສອນ

ໃນວັນທີ 12 ມັງກອນ ນີ້, ຜູ້ຕາງໜ້າຈາກລັດຖະບານເຢຍລະມັນ ແລະ ສະຫະພາບເອີຣົບ ໄດ້ຮ່ວມກັນມອບຊຸດອຸປະກອນໄອທີ ເພື່ອການຮຽນ-ການສອນ ທີ່ທັນສະໄໝ ໃຫ້ແກ່ ຄະນະວິທະຍາສາດປ່າໄມ້ (FFS), ມະຫາວິທະຍາໄລແຫ່ງຊາດ (ມຊ) ທີ່ນະຄອນຫຼວງວຽງຈັນ.
“ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ເປັນ​ຂໍ​ກຸນ​ແຈ​ທີ່ບັນ​ລຸ​ການ​ພັດ​ທ​ະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຍືນ​ຍົງ

“ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ເປັນ​ຂໍ​ກຸນ​ແຈ​ທີ່ບັນ​ລຸ​ການ​ພັດ​ທ​ະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຍືນ​ຍົງ

ປີ​ 2026 ແມ່ນ​ປີ​ທຳ​ອິດ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ​ແຫ່ງ​ຊາດ​ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ. “ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ” ທີ່​ເປັນ​ສະ​ຕິ​ປັນ​ຍາ​ເກົ່າ​ແກ່​ຂອງ​ບັນ​ພະ​ບູລຸດ, ໄດ້​ກາຍ​ເປັນ​ວິ​ທີ​ວິ​ທະ​ຍາ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ. ມັນ​ບໍ່​ພຽງ​ແຕ່​ເປັນ​ປັດ​ຊະ​ຍາ​ລຽບ​ງ່າຍ​ໃນ​ອະ​ລິ​ຍະ​ທຳ​ກະ​ສິ​ກຳຄື “ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ອຳ​ນວຍ​ທາງ​ດິນ​ຟ້າ​ອາ​ກາດ ແລະ ພູມ​ສາດ” ເທົ່າ​ນັ້ນ, ຍິ່ງ​ເປັນ​ຂໍ​ກຸ​ນ​ແຈ​ດ້ານ​ພຶດ​ຕິ​ກຳ​ທີ່​ຮັບ​ມື​ກັບ​ຄວາມ​ສ່ຽງສິ່ງ​ທ້າ​ທາຍແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃນ​ຍຸກ​ປັດ​ຈຸ​ບັນ.
ເລີ່ມສຶກສາຄວາມເປັນໄປໄດ້ໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ

ເລີ່ມສຶກສາຄວາມເປັນໄປໄດ້ໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ

ວັນທີ 12 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມລິເລີ່ມຂັ້ນສູນກາງ ການສຶກສາຄວາມເປັນໄປໄດ້ ພາຍໃຕ້ໂຄງການປັບປຸງຕົວເມືອງໃຫ້ມີຄວາມທົນທານ ແລະ ຍືນຍົງ ໂດຍການເປັນປະທານຮ່ວມຂອງທ່ານ ເດດສົງຄາມ ທໍາມະວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທ່ານ ຄໍາແສງ ອາລີ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ແລະ ທ່ານ ອາເມີ ຄາຣີ ຫົວໜ້າຝ່າຍຈັດຕັ້ງປະຕິບັດໂຄງການ ທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງໂຮງໝໍຢູ່ເຂດພາກໃຕ້

ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງໂຮງໝໍຢູ່ເຂດພາກໃຕ້

ວັນທີ 9 ມັງກອນຜ່ານມາ ທີ່ກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນຈັດພິທີເຊັນສັນຍາຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ສຳລັບໂຄງການປັບປຸງໂຮງໝໍຢູ່ເຂດພາກໃຕ້ (ໂຮງໝໍແຂວງຈຳປາສັກໃນ​ມູນ​ຄ່າ 2,865,000,000 ເຢນ ຫຼື​ ປະ​ມານ 18,300,000 ໂດ​ລ​າ​ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ເດືອນມັງກອນ 2026 ຈົນເຖິງທ້າຍປີ 2028).
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ໃນຕອນແລງຂອງວັນທີ 8 ມັງກອນ ນີ້ ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງສະຫວັນ ພົມວິການ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເລ ຮວາຍ ຈູງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນຜູ້ຕາງໜ້າພິເສດຈາກ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມາຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ
ທູດຈີນເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ສະໄໝທີ XII

ທູດຈີນເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ສະໄໝທີ XII

ໃນຕອນບ່າຍວັນທີ 8 ມັງກອນ 2026, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ສະໄໝທີ XII ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍນາງ ຟາງຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ເພື່ອມອບສານຊົມເຊີຍຈາກ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ເຖິງ ສະຫາຍ ທອງລຸນ ສີສຸລິດ ໃນໂອກາດສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ພັກ ປປ ລາວ ໃນກອງປະຊຸມດັ່ງກ່າວ.
ຜູ້ຕາງໜ້າພິເສດຂອງສູນກາງພັກກອມມູນິດຫວຽດນາມເຂົ້າຢ້ຽມຂໍ່ານັບຊົມເຊີຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ

ຜູ້ຕາງໜ້າພິເສດຂອງສູນກາງພັກກອມມູນິດຫວຽດນາມເຂົ້າຢ້ຽມຂໍ່ານັບຊົມເຊີຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ

ໃນຕອນແລງຂອງວັນທີ 8 ມັງກອນ 2026, ທີ່ ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ຮວາຍ ຈູງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າພິເສດຂອງ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂອງ ສູນກາງພັກກອມມູນິດຫວຽດນາມ ທີ່ເດີນທາງມາຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ.
ບັນດາພັກການເມືອງ ຂະບວນການກອມມູນິດ ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ສົ່ງສານອວຍພອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ

ບັນດາພັກການເມືອງ ຂະບວນການກອມມູນິດ ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ສົ່ງສານອວຍພອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ

ເນື່ອງໃນໂອກາດການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026, ບັນດາພັກການເມືອງຕ່າງປະເທດ, ຂະບວນການກອມມູນິດ, ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ໄດ້ສົ່ງສານອວຍພອນກອງປະຊຸມດັ່ງກ່າວ
ເພີ່ມເຕີມ