ໂດຍ:ກະຊວງແຜນການ ແລະ ການລົງທຶນ
ເນື່ອງໃນໂອກາດທີ່ຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ຈະໄດ້ຖືກນໍາສະເໜີຕໍ່ສະພາແຫ່ງຊາດ ໃນກອງປະຊຸມສະໄໜສາມັນເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ IX, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ:
ວຽກງານການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ (ຂສພ) ຢູ່ ສປປ ລາວ ແມ່ນວຽກງານໜຶ່ງທີ່ພັກ ແລະ ລັດຖະບານ ວາງອອກເພື່ອດຶງດູດ ແລະ ສົ່ງເສີມຄວາມຫຼາກຫຼາຍທາງດ້ານການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ສ້າງບັນດາປະຖົມປັດໄຈ ເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນ ທີ່ມີລັກສະນະຂອງການພັດທະນາແບບຍືນຍົງ,ຮອບດ້ານ ແລະ ທັນສະໄໝ ໄປຄຽງຄູ່ກັບການຖ່າຍທອດເຕັກໂນໂລຊີນະວັດຕະກຳໃໝ່ເຂົ້າໃນຂະບວນການຜະລິດ ສ້າງວຽກເຮັດງານທໍາທີ່ໝັ້ນຄົງ ແລະ ກາຍເປັນໜຶ່ງໃນຖານແຫຼ່ງເກັບລາຍຮັບທີ່ສໍາຄັນ ໃຫ້ແກ່ລັດຖະບານ ກໍຄືການກະກຽມ ແລະ ສ້າງຄວາມພ້ອມທາງດ້ານພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຮອງຮັບໃຫ້ແກ່ການເຊື່ອມໂຍງ ສປປ ລາວ ເຂົ້າສູ່ພາກພື້ນ ແລະ ສາກົນ ຕາມແລວທາງເສດຖະກິດ ໂດຍຖືເອົາ ຂສພ ເປັນໜຶ່ງໃນປັດໄຈຊ່ວຍໜູນຍຸດທະສາດການພັດທະນາຂອງ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ (Land Locked) ກາຍເປັນປະເທດເຊື່ອມໂຍງລະຫວ່າງພາກພື້ນ (Landlink).
ຂສພ ຢູ່ ສປປລາວ ໄດ້ເລີ່ມມາແຕ່ປີ2003 ໂດຍລັດຖະບານໄດ້ສ້າງຕັ້ງເຂດເສດຖະກິດພິເສດ ສະຫວັນ-ເຊໂນ ເປັນແຫ່ງທຳອິດ ໄປຄຽງຄູ່ກັບການສົ່ງເສີມການລົງທຶນແບບທົ່ວໄປພາຍຫຼັງທີ່ໄດ້ມີການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີII ເພື່ອເຊື່ອມຕໍ່ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ(East-West Economic Corridors) ຫຼັງຈາກນັ້ນ ຂສພ ກໍໄດ້ຖືກຂະຫຍາຍແລວທາງເສດຖະກິດຕ່າງໆໃນຂອບເຂດທົ່ວປະເທດ ຊຶ່ງມາຮອດປັດຈຸບັນມີ ຂສພ ທັງໝົດ 21 ແຫ່ງ ຕັ້ງຢູ່ໃນ7ແຂວງໂດຍມີພື້ນທີ່ສໍາປະທານທັງໝົດ 33.088 ເຮັກຕາ ໃນນີ້ບຸກເບີກ ພື້ນທີ່ຕົວຈິງໄປແລ້ວ 23.776 ເຮັກຕາ ສາມາດດຶງດູດການລົງທຶນໄດ້ທັງໝົດໄດ້ເຖິງ 1.377 ຫົວໜ່ວຍວິສາຫະກິດ,ຊຶ່ງມີແຜນການລົງທຶນຫຼາຍກວ່າ64 ກວ່າຕື້ໂດລາ ໃນນີ້,ລົງທຶນຕົວຈິງໄປແລ້ວປະມານ 8 ຕື້ໂດລາ,ສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 67.579ຕໍາແໜ່ງງານ ເປັນແຮງງານລາວ 37.000 ກວ່າຕໍາແໜ່ງງານ, ສາມາດປະສ່ວນເຂົ້າງົບປະມານໃຫ້ແກ່ລັດຖະບານໄດ້ຫຼາຍກວ່າ925 ຕື້ກວ່າກີບແລະ ຄາດວ່າຕົວເລກດັ່ງກ່າວຈະສືບຕໍ່ເພີ່ມຂຶ້ນ ພາຍຫຼັງທີ່ຫຼາຍບໍລິສັດໄດ້ສໍາເລັດການກໍ່ສ້າງແລະ ນໍາເຂົ້າເຄື່ອງຈັກມາຮັບໃຊ້ການຜະລິດ ເຫັນໄດ້ຈາກໂຕເລກການລົງທຶນສະເພາະ 9 ເດືອນປີ 2023 ສາມາດດຶງດູດການລົງທຶນໄດ້ທັງໝົດ 111 ບໍລິສັດ, ໂດຍມີທຶນຈົດທະບຽນຫຼາຍກວ່າ 121 ລ້ານໂດລາແລະ ທຶນທັງໝົດ 419 ລ້ານກວ່າໂດລາ, ໃນນັ້ນພາຍໃນ 12 ບໍລິສັດ ຕ່າງປະເທດ 96 ບໍລິສັດ ແລະເປັນບໍລິສັດຮ່ວມທຶນອີກ 3 ບໍລິສັດ ໃນນີ້ຂະແໜງການບໍລິການກວມເຖິງ 71%,ສາມາດເກັບພັນທະເຂົ້າງົບປະມານໄດ້ຫຼາຍກວ່າ 124 ຕື້ກວ່າກີບ.
ນອກຈາກຜົນປະໂຫຍດທາງກົງແລ້ວຂສພ ຍັງໄດ້ສ້າງກົນໄກ ແລະ ຊ່ວຍໜູນການພັດທະນາເຂດຮອບນອກໂຄງການຕື່ມອີກເປັນຕົ້ນແມ່ນທີ່ດິນເກີດມູນຄ່າເພີ່ມ ແລະໄດ້ຮັບການພັດທະນາໄປໃນຕົວ ລວມເຖິງໄດ້ເກີດມີຕະຫຼາດຊຸມຊົນທີ່ປະຊາຊົນອ້ອມຂ້າງໂຄງການນໍາເອົາສິນຄ້າ ແລະ ບໍລິການຕ່າງໆມາຈໍາໜ່າຍ ນັບມື້ມີການຂະຫຍາຍຕົວ ຢ່າງກວ້າງຂວາງ ສອດຄ່ອງຕາມແນວທາງທີ່ກຳນົດເອົາ ຂສພເປັນຈຸດສຸມການພັດທະນາ ແລ້ວກະຈາຍຄວາມຈະເລີນອອກໄປສູ່ພາຍນອກເທື່ອລະກ້າວ.
ສໍາລັບຕໍ່ໜ້ານີ້ ວຽກງານການພັດທະນາ ແລະ ຄຸ້ມຄອງ ຂສພຢູ່ ສປປ ລາວ ຍັງເຫັນວ່າມີບັນດາທ່າແຮງແລະ ກາລະໂອກາດຫຼາຍສົມຄວາມ ພາຍຫຼັງທີ່ລົດໄຟຄວາມໄວສູງ ລາວ-ຈີນ ໄດ້ເປີດນໍາໃຊ້ເປັນຕົ້ນມາ ແລວທາງຂົນສົ່ງດັ່ງກ່າວໄດ້ກະຕຸກຊຸກຍູ້ການພັດທະນາຫຼາຍໂຄງການໃຫ້ມີບາດກ້າວໃໝ່ ທີ່ພວມດຳເນີນໄປຍ່າງມີບັນຍາກາດ. ພ້ອມກັນນີ້,ເພື່ອດຶງດູດນັກລົງທຶນທີ່ມີຄຸນນະພາບ ວຽກງານ ຂສພ ແມ່ນໄດ້ມີບາງໜ້າວຽກຈຸດສຸມດັ່ງນີ້: 1) ລັດຖະບານໄດ້ສົ່ງເສີມໃຫ້ຍົກລະດັບນິຕິກຳຂສພຂຶ້ນເປັນກົດໝາຍເພື່ອເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ຂະແໜງການກໍຄືການສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ທີ່ຈະເຂົ້າມາລົງທຶນ ໃຫ້ສາມາດດຳເນີນໄປຢ່າງຄອງຕົວ ກໍຄືການປົກປ້ອງສິດຜົນປະໂຫຍດຮ່ວມກັນ; 2) ສືບຕໍ່ຊຸກຍູ້ການພັດທະນາ ຂສພ ໃຫ້ມີປະສິດທິຜົນກວ່າເກົ່າ ປັບຈຸດສຸມການພັດທະນາ ແຕ່ລະເຂດໃຫ້ແທດເໝາະກັບສະພາບໃນປັດຈຸບັນກໍຄືທ່າອ່ຽງຂອງຕະຫຼາດໂລກ ເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງແຕ່ລະເຂດ; ຊຸກຍູ້ການພັດທະນາ ແລະ ການສະໜອງສິ່ງອໍານວຍຄວາມສະດວກເພື່ອຮັບປະກັນຄຸນນະພາບ ແລະ ການບໍລິການທີ່ດີ;ສ້າງສະພາບແວດລ້ອມ ແລະ ເພີ່ມທະວີການດຶງດູດການລົງທຶນຈາກຫຼາຍປະເທດເຂົ້າມາໃນ ຂສພ ກໍຄືໃນເຂດໃໝ່ຕາມແລວທາງລົດໄຟລາວ-ຈີນແລະແລວທາງເສດຖະກິດອື່ນໆໃນປະເທດ ຕາມນະໂຍບາຍທາງດ້ານການຄ້າທີ່ສປປລາວໄດ້ຮັບເຊັ່ນ: ເຂດຜະລິດອຸດສາຫະກໍາປຸງແຕ່ງ Manufacturing ເພື່ອເຊື່ອມໂຍງຕ່ອງໂສ້ການຜະລິດແລະຕ່ອງໂສ້ມູນຄ່າເພີ່ມກັບພາກພື້ນ ແລະ ສາກົນ,ເຂດເຕັກໂນໂລຊີແລະSmart industrial zone, ເຂດໂລຈິສຕິກ,ການຄ້າແລະການບໍລິການທັງສຶກສາຄວາມເປັນໄປໄດ້ໃນການທົດລອງການເຊື່ອມໂຍງກັບພາກພື້ນແລະສາກົນໄປຄຽງຄູ່ກັບການເພີ່ມທະວີປະສິດທິພາບຂອງແຮງງານໂດຍການປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງເພື່ອສ້າງສີມືແຮງງານໃຫ້ແທດເໝາະກັບຄວາມຕ້ອງການໃນການພັດທະນາຂະແໜງການຢູ່ຂສພ.