ໂດຍ: ສ.ບຸດປະຊາ
ນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການລ້ຽງສັດ ແລະ ສັດນໍ້າ ຂອງ ສປປ ລາວ ໄດ້ລະບຸວ່າປະເທດເຮົາ ມີທ່າແຮງດ້ານແຮງງານກະສິກຳ ກວມ 61,5% ຂອງແຮງງານລາວທົ່ວປະເທດ, ແຮງງານສ່ວນຫຼາຍ ແມ່ນມີມູນເຊື້ອດຸໝັ່ນ, ອາໄສເປັນຫົວໜ່ວຍຄອບຄົວ ແລະ ຍັງແມ່ນແຮງງານທີ່ມີຄ່າແຮງງານຕໍ່າ ຊຶ່ງຈະເປັນຜົນດີໃນດ້ານການຫຼຸດຜ່ອນຕົ້ນທຶນການຜະລິດລົງ. ແຕ່ຂະນະດຽວກັນ, ການເປີດຕະຫຼາດທຶນ ແຮງງານ ແລະ ເຕັກໂນໂລຊີ ຈາກການເຂົ້າຮ່ວມກຸ່ມການຄ້າເສລີ ຍັງມີສິ່ງທ້າທາຍ.
ບັນຫາທີ່ເປັນສິ່ງທ້າທາຍນັ້ນ, ແມ່ນວ່າຖ້າຫາກ ສປປ ລາວ ບໍ່ສາມາດແຂ່ງຂັນກັບພາຍນອກໄດ້ ກໍຈະມີຄວາມສ່ຽງ ກາຍເປັນຕະຫຼາດສິນຄ້າຂອງປະເທດອື່ນໄດ້ຢ່າງງ່າຍດາຍ ຊຶ່ງໃນດຳລັດ ເລກທີ 196/ນຍ, ລົງວັນທີ 6 ກໍລະກົດ 2022 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການລ້ຽງສັດ ແລະ ສັດນໍ້າ ຂອງ ສປປ ລາວ ກໍໄດ້ສະທ້ອນໃຫ້ເຫັນບັນຫາ ທີ່ຈໍາເປັນຕ້ອງກຳນົດໃຫ້ມີ ນະໂຍບາຍດ້ານແຮງງານ ແລະ ສະຫວັດດີການ ຕໍ່ຜູ້ລ້ຽງສັດ ແລະ ສັດນໍ້າ ໂດຍບັນຫາເຫຼົ່ານັ້ນ ກໍແມ່ນການຂຶ້ນທະບຽນແຮງງານທີ່ປະກອບອາຊີບລ້ຽງສັດ ແລະ ສັດນໍ້າ ຍັງບໍ່ທັນໄດ້ດີ; ປະລິມານ ແລະ ຄຸນນະພາບຂອງແຮງງານໃນຂົງເຂດຜູ້ລ້ຽງ, ຜູ້ປຸງແຕ່ງ ແລະ ຈໍລະຈອນ ຍັງຂາດເຂີນ; ນອກນີ້, ກໍບໍ່ທັນມີນະໂຍບາຍທີ່ຊັດເຈນຕໍ່ຊາວກະສິກອນຜູ້ລ້ຽງສັດ ແລະ ຜູ້ອອກແຮງງານໃນສະຖານທີ່ປຸ່ງແຕ່ງ.
ສະນັ້ນ, ເພື່ອແກ້ໄຂບັນຫາທີ່ກ່າວມານັ້ນ ລັດຖະບານຈຶ່ງໄດ້ກຳນົດໃຫ້ມີນະໂຍບາຍດ້ານແຮງງານ ແລະ ສັະຫວັດດີການ ຕໍ່ຜູ້ລ້ຽງສັດ ແລະ ສັດນໍ້າ ເປັນນະໂຍບາຍຂໍ້ທີ່ 6 ຂອງນະໂຍບາຍ 8 ຂໍ້ ໃນນະໂຍບາຍແຫ່ງຊາດດັ່ງກ່າວ ໂດຍມີຈຸດປະສົງເພື່ອເປັນການຍົກສູງລະດັບຊີວິດການເປັນຢູ່, ສ້າງສິ່ງຊຸກຍູ້ ແລະ ພັດທະນາສີມືແຮງງານລ້ຽງສັດ ແລະ ສັດນໍ້າໃຫ້ດີຂຶ້ນ; ພ້ອມທັງ, ຄຸ້ມຄອງ ແລະ ພັດທະນາ ກໍາລັງແຮງງານຢູ່ໃນຂົງເຂດຟາມລ້ຽງສັດ ແລະ ສັດນໍ້າທີ່ໄດ້ມາດຕະຖານ ໃຫ້ເຂັ້ມແຂງດ້ານການຈັດຕັ້ງ ແລະ ເປັນລະບົບລະບຽບດີຂຶ້ນ. ທັງໝົດນັ້ນ, ໄດ້ຍົກໃຫ້ເຫັນວ່າເປັນຫຍັງແຮງງານ ຈຶ່ງແມ່ນປັດໄຈສໍາຄັນທີ່ສຸດຂອງຕ່ອງໂສ້ການຜະລິດສັດ ແລະ ສັດນໍ້າ.
ດ້ວຍທັດສະນະທີ່ວ່າ: ແຮງງານແມ່ນປັດໄຈສໍາຄັນທີ່ສຸດນັ້ນ, ລັດວາງນະໂຍບາຍອອກເພື່ອຍົກສູງລະດັບ ຊີວິດການເປັນຢູ່ ແລະ ພັດທະນາສີມືແຮງງານລ້ຽງສັດ ແລະ ສັດນໍ້າ ໃຫ້ດີຂຶ້ນ ໂດຍການອອກບັດຢັ້ງຢືນແຮງງານໃຫ້ແກ່ຜູ້ລ້ຽງສັດ ແລະ ສັດນໍ້າ ຢ່າງເປັນລະບົບ;ໃຫ້ນະໂຍບາຍ ມີວັນພັກວຽກ, ເງິນອຸດໜູນ ແລະ ເງິນເພີ່ມໂມງປົກກະຕິ; ໄດ້ຮັບການກວດສຸຂະພາບ, ການເຂົ້າເຖິງລະບົບປະກັນສັງຄົມ ແລະ ໄດ້ຮັບການເບິ່ງແຍງດູແລໃນຍາມເກີດອຸບັດຕິເຫດແຮງງານ ຫຼື ມີພະຍາດອາຊີບເກີດຂຶ້ນ ແລະແຮງງານເພດຍິງ ກໍຕ້ອງໄດ້ຮັບນະໂຍບາຍພິເສດ ຕາມກົດໝາຍ ວ່າດ້ວຍແຮງງານ (ສະບັບປັບປຸງ) ທີ່ກໍານົດໄວ້. ພ້ອມກັນນີ້, ກໍຈັດຕັ້ງການຍ້ອງຍໍຊົມເຊີຍ ໃຫ້ແກ່ຜູ້ລ້ຽງສັດ ຫຼື ຜູ້ປະກອບການດີເດັ່ນ ດ້ວຍການມອບເປັນວັດຖຸ, ເງິນ ຫຼື ໃຫ້ນາມມະຍົດ ເປັນຜູ້ຊໍານານງານໃນລະດັບຕ່າງໆ ຕາມຄວາມເໝາະສົມ ແລະ ລັດກໍໄດ້ສົ່ງເສີມການສ້າງກໍາລັງແຮງງານ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ອອກແຮງງານ ແລະ ຜູ້ປະກອບ ການ ກ່ຽວກັບການລ້ຽງສັດ-ສັດນໍ້າ ແລະ ການປຸງແຕ່ງຜະລິດຕະພັນສັດ ແລະ ສັດນໍ້າ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.